ໃນຕອນເຊົ້າຂອງວັນທີ່ 19 ທັນວາ ປີ 2022 ທີ່ບ້ານສາຍນ້ຳທິບ ເມືອງນາແລ ແຂວງຫຼວງນ້ຳທາ ໄດ້ມີພິທີປີດຊຸດເຝິກອົບຮົມທິດສະດີການເມືອງ ແລະການປົກຄອງ ລະບົບ 10 ວັນ ຊຸດທີ ​III ໃຫ້ແກ່ເລຂາຄະນະພັກບ້ານ ຢູ່ເມືອງນາແລ. ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເປັນກຽດເຂົ້າຮ່ວມໂດຍ: ທ່ານ ອິນແພງ ແສງມີໄຊ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆ ນາແລ, ມີບັນດາຄູ-ອາຈານ, ຄະນະຮັບຜິດຊອບຂັ້ນເມືອງ ແລະມີສຳມະນາກອນເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 3 ສະຫາຍ.

         ທ່ານ​ ແອທອງ​ ບຸນຖາວອນ​ ຮອງຫົວໜ້າຂະແໜງວິຊາການ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນ ທິດສະດີການເມືອງ ແລະ ການປົກຄອງຫຼັກສູດ 10 ວັນໃນຊຸດຮຽນດັ່ງກ່າວ. ການເຝິກອົບຮົມໃນຄັ້ງນີ້ໄດ້ດໍາເນີນມາແຕ່ວັນທີ່ 12-19 ທັນວາ ປີ 2022, ມີສຳມະນາກອນທັງໝົດ 32 ສະຫາຍ, ຍິງ​ 3ສະຫາຍ, ໃນນັ້ນມີອາຍຸສູງສຸດ 59ປີ, ອາຍຸຕ່ຳສຸດ 29 ປີ ແລະມີອາຍຸສະເລ່ຍ 44 ປີ, ປະກອບມີ 3 ເຜົ່າຊົນ ຄື: ເຜົ່າລື 4ສະຫາຍ, ເຜົ່າກືມມຸ 3ສະຫາຍ ແລະເຜົ່າລະເມດ 25 ສະຫາຍ, ສຳມະນາກອນແມ່ນຍັງບໍ່ໄດ້ຜ່ານວິຊາສະເພາະ.​ ໂຄງການຫຼັກສູດລວມມີ​ 3 ພາກວິຊາຮຽນ, ມີ ​19 ບົດ, ລວມ 87 ຊົ່ວໂມງເທົ່າກັບ 4.86 ໜ່ວຍກິດ,​ ມີວິຊາທິດທາງລວມ 4 ບົດ ເທົ່າກັບ 18 ຊົ່ວໂມງ,​ ວິຊາວຽກງານພັກ 7 ບົດ ເທົ່າ 25 ຊົ່ວໂມງ ແລະວິຊາບໍລິຫານການປົກຄອງ 8 ບົດ ເທົ່າ​ 32 ຊົ່ວໂມງ. ການເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ​ໄລຍະ​ 10 ວັນສາມາດແບ່ງປະເພດການຮຽນມີດັ່ງນີ້: ປະເພດດີເລີດກວມເອົາ 85.60%, ປະເພດດີຫຼາຍ​ກວມ 14.40% ລື່ນຄາດໝາຍຂອງແຜນການທີ່ວາງໄວ້ 5%.​

         ພ້ອມນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງໂຮງຮຽນການເມືອງ ແລະ​ ການປົກຄອງແຂວງ​ ວ່າດ້ວຍການມອບໃບຢັ້ງຢືນທິດສະດີການເມືອງ ແລະ ການປົກຄອງ​ລະບົບ​ 10 ວັນຊຸດທີ III ໃຫ້ແກ່ເລຂາຄະນະພັກບ້ານ ຢູ່ເມືອງນາແລຈຳນວນ​ 32 ສະຫາຍ,​ ຍິງ 3 ສະຫາຍ ໃຫ້ກຽດມອບໃບຢັ້ງຢືນໂດຍ: ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ.

         ຕອນທ້າຍ ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ອິນແພງ ແສງມີໄຊ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆ ນາແລ, ທ່ານໄດ້ເໜັ້ນຕື່ມວ່າ: ການຮຽນທິດສະດີມາກ-ເລນິນ ບໍ່ແມ່ນການຮຽນແບບຜິວເພີນ ແຕ່ຕ້ອງໃຫ້ຮູ້ຈັກການໝູນໃຊ້ ແລະກຳແໜ້ນຕໍ່ແນວທາງການເມືອງຂອງພັກ ຢຶດໝັ້ນລັດທິມາກ-ເລນິນ ແລະບັນດາທິດສະດີຂອງພັກ ເປັນແນວທາງໃນການປະຕິບັດໜ້າທີ່ວຽກງານຢູ່ຂັ້ນຮາກຖານບ້ານໃຫ້ມີຜົນສຳເລັດໃນສະເພາະໜ້າ ແລະຍາວນານ.

ຂ່າວ/ພາບ: ປອ ວັນນາໄຊ ບຸນຖາວອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ