ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດກອງປະຊຸມປະກາດຜົນ ຂອງການວິທະຍາສາດ ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ຢູ່ປະເທດເຮົາ ຂຶ້ນໃນຕອນເຊົ້າຂອງວັນທີ 22 ທັນວາ 2022, ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6); ໂດຍໃຫ້ກຽດເປັນປະທານກອງປະຊຸມ ຂອງທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ; ໃນກອງປະຊຸມຍັງມີທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປືກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບ ການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ມີທ່ານ ປອ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ນອກຈາກນີ້, ຍັງມີບັນດາທ່ານຄະນະປະຈຳ, ສະມາຊິກສະພາທິດສະດີສູນກາງພັກ, ຜູ້ສັງເກດຕີລາຄາ, ຄະນະກຳມະການ, ບັນດານັກວິທະຍາສາດ, ບັນດາທ່ານໃນຫ້ອງການສະພາທິດສະດີສູນກາງພັກ, ຄະນະໂຄສະນາອົບຮົບສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງ ແລະບັນດາທ່ານຜູ້ຕາງໜ້າຄະນະຮັບຜິດ ຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຂອງກະຊວງ, ອົງການອ້ອມຂ້າງສູນກາງເຂົ້າຮ່ວມ, ລວມທັງໝົດ 300 ຄົນ.

         ການຈັດກອງປະຊຸມໃນຄັ້ງນີ້, ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ, ສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃຫ້ເຂົ້າສູ່ລວງເລິກ, ໄປພ້ອມກັບການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ທີ່ຜ່ານມາບໍ່ດົນນີ້.

         ໂດຍປະຕິບັດຕາມວາລະ ຂອງກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນລາຍງານສະພາບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ຢູ່ປະເທດເຮົາ ລວມມີ 08 ເຫຼັ້ມ, ຄື: ແນວຄິດໄກສອນ ພົມວິຫານ ກ່ຽວກັບພັກປະຊາຊົນປະຕິວັດລາວ ໃນພາລະກິດປ່ຽນແປງໃໝ່, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານພະນັກງານ ໃນພາລະກິດປ່ຽນແປງໃໝ່, ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດອຳນາດແຫ່ງລັດ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກງານປ້ອງກັນຊາດ, ແນວຄິດໄກສອນ ພົມວິຫານ ກ່ຽວກັບປ່ຽນແປງໃໝ່ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແນວໂຮມ ແລະອົງ ການຈັດຕັ້ງມະຫາຊົນ ໃນພາລະກິດປ່ຽນແປງໃໝ່; ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວັດທະນະທຳ-ສັງຄົມ ແລະແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດເສດຖະກິດ ເຊິ່ງທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ຍົກໃຫ້ເຫັນເຖິງແຜນການເຄື່ອນໄຫວໃນການຄົ້ນຄວ້າ ຂອງແຕ່ລະຂົງເຂດ ນັບແຕ່ເລີ່ມຕົ້ນຈົນສຳເລັດ.

         ໃນຄໍາເຫັນກ່າວເປີດພິທີປະກາດຜະລິດຕະພັນດັ່ງກ່າວ, ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວບາງຕອນທີ່ສຳຄັນວ່າ: “ການເປີດຜະລິດຕະພັນປື້ມແນວຄິດໄກສອນ ພົມວິຫານ ຈຳນວນ 08 ເຫຼັ້ມ ໃນມື້ນີ້ ເປັນຂີດໝາຍສຳຄັນ ຂອງວຽກງານຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກຳ, ເປັນການເພີ່ມເຕີມຄັງສາງທິດສະດີຂອງພັກ, ປະກອບສ່ວນບູລະນະແນວທາງປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກການຂອງພັກໃຫ້ນັບມື້ນັບສົມບູນ, ທັງເປັນການສ້າງເງື່ອນໄຂໃຫ້ພະນັກງານ, ສະມາຊິກພັກ ແລະກຳລັງປະກອບອາວຸດ ຈະມີໂອກາດໄດ້ຄົ້ນຄວ້າ, ໝູນໃຊ້ຢ່າງປະດິດສ້າງແນວຄິດໄກສອນ ພົມວິຫານ ເຂົ້າໃນຊີວິດຕົວຈິງ, ທັງເປັນການສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມໃຫ້ແກ່ສະມາຊິກພັກ, ພະນັກງານ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ເຮັດໃຫ້ທຸກຄົນມີຄວາມຮັບຮູ້ເຂົ້າໃຈ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ຕື່ນຕົວປະຕິບັດແນວທາງ, ນະໂຍບາຍຂອງພັກ ແລະ ລັດຢ່າງຕັ້ງໜ້າ…ດ້ວຍເຫດຜົນທັງໝົດທີ່ໄດ້ກ່າວມາຂ້າງເທິງນັ້ນ, ຂ້າພະເຈົ້າຕີລາຄາສູງ ແລະເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພິທີປະກາດຜະລິດຕະພັນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ຢູ່ປະເທດເຮົາໃນເທື່ອນີ້ ແມ່ນພິທີທີ່ມີຄວາມໝາຍສຳຄັນ ທັງໃນດ້ານທິດສະດີ, ພຶດຕິກຳ ແລະ ເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ສັງຄົມ ເພື່ອຈະນໍາເອົາຜະລິດຕະພັນດັ່ງ ກ່າວໄປເຜີຍເເຜ່ ແລະ ຜັນຂະຫຍາຍ ຢູ່ບັນດາກະຊວງ, ອົງການນັບທັງສູນກາງ ແລະ ທ້ອງຖິ່ນ.

         ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ 01 ຕອນ ແລະອັດລົງດ້ວຍຜົນສຳເລັດອັນຈົບງາມໃນເວລາ 10 ໂມງ 30 ຂອງວັນທີ 22 ທັນວາ 2022.

ຂ່າວ: ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ