ໃນວັນທີ 28 ທັນວາ 2022 ທີ່ສະໂມສອນເມືອງນາແລ ແຂວງຫຼວງນ້ຳທາ ໄດ້ມີພິທີປິດຊຸດເຝິກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ ແລະເປີດຮຽນລະບົບເຊື່ອມຕໍ່ຊັ້ນຕົ້ນທິດສະດີການເມືອງ ແລະ ການປົກຄອງ ຮຸ່ນທີ I ໃຫ້ແກ່ ພະນັກງານຫຼັກແຫຼ່ງ 3ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງເມືອງນາແລ. ພາຍໃຕ້ການເປັນປະທານ ຂອງ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໂດຍໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ອິນແພງ ແສງມີໄຊ ຮອງເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະມີສຳມະນາກອນເຂົ້າຮ່ວມ 74 ສະຫາຍ.

ທ່ານ ປທ ແສງ ເຊືອຍສົມບັດ ຫົວໜ້າຂະແໜງ ວິຊາການ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນ, ຜ່ານຂໍ້ຕົກລົງຂອງໂຮງຮຽນວ່າດ້ວຍການມອບໃບຢັ້ງຢືນເລກທີ 984/ຮມປຄ ລົງວັນທີ່ 16 ທັນວາ 2022 ວ່າດ້ວຍການມອບໃບຢັ້ງຢືນທິດສະດີການເມືອງ-ການປົກຄອງລະບົບ 45 ວັນຮຸ່ນທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງ 3 ອົງການຈັດຕັ້ງມະຫາຊົນ ເມືອງນາແລ, ໃນນັ້ນ ມີສຳມະນາກອນທັງໝົດ 57 ສະຫາຍ, ຍິງ 21 ສະຫາຍ ສາມາດປະເມີນການຮຽນ ແລະຄວາມຮັບຮູ້ຂອງນັກສຶກສາ ເຊິ່ງສະແດງອອກດັ່ງນີ້: ໄດ້ຄະແນນລະດັບດີເລີດເກຼຣດ A ກວມ 57,75% ລື່ນຄາດໝາຍຂອງແຜນການ 2,75%, ຄະແນນລະດັບດີຫຼາຍ B+ ກວມ 35,15% ລື່ນຄາດໝາຍຂອງແຜນການ 5,15%, ຄະແນນ B ກວມ 7,1% ຫຼຸດຄາດໝາຍຂອງແຜ່ນການ 3,9% ສ່ວນຄະແນນ C, D ແມ່ນບໍ່ມີ. ໂດຍໃຊ້ເວລາຮຽນທັງໝົດ 1 ເດືອນກັບ 7 ວັນ ລວມມີ 5 ພາກວິຊາຮຽນ. ມີ 39 ບົດ ລວມ 192 ຊົ່ວໂມງ ເທົ່າກັບ 12 ໜ່ວຍກິດ. ຈາກນັ້ນ, ກໍໄດ້ໃຫ້ກຽດມອບໃບຢັ້ງຢືນໂດຍ: ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ. ພ້ອມດຽວກັນນັ້ນ ຍັງໄດ້ຜ່ານຂໍ້ຕົກລົງເລກທີ 435/ຈມ ລົງວັນທີ່ 27 ທັນວາ 2022 ວ່າດ້ວຍການອະນຸມັດໃຫ້ນັກສຳມະນາກອນທິດສະດີການເມືອງ-ການປົກຄອງ ລະບົບ 45ວັນ ສືບຕໍ່ເຂົ້າຮຽນລະບົບເຊື່ອມຕໍ່ຊັ້ນຕົ້ນ ຮຸ່ນທີ I ແລະຜ່ານແຜນການຮຽນ-ການສອນລະບົບເຊື່ອມຕໍ່ຊັ້ນຕົ້ນຮຸ່ນທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງ 3 ອົງການຈັດຕັ້ງມະຫາຊົນ ຢູ່ອ້ອມຂ້າງເມືອງ ເຊິ່ງມີສຳມະນາກອນເຂົ້າຮຽນເຊື່ອມຕໍ່ທັງໝົດ 39 ສະຫາຍ ຍິງ 13 ສະຫາຍ.

ໃນຕອນທ້າຍພິທີ ທ່ານ ອິນແພງ ແສງມີໄຊ ຮອງເລຂາພັກເມືອງ ໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ພະນັກງານ, ຄູ-ອາຈານ ຕະຫຼອດຮອດນັກສຳມະນາກອນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງລະບົບ 45 ວັນຮຸ່ນທີ I ໂດຍມີຜົນສໍາເລັດຢ່າງຈົບງາມ.

ຂ່າວ/ພາບ: ປອ ວັນນາໄຊ ບຸນຖາວອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ