ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຈາກ ວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສະພາວິທະຍາສາດ ວິສາມັນ ຄັ້ງທີ 2 ປະຈຳປີ 2025 ສະຖາບັນການເມືອ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ 25 ພະຈິກ ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊົມເຊີຍບັນດາຜູ້ທີ່ໃຫ້ການສະໜັບສະໜູນທາງດ້ານວັດຖຸ, ອຸປະກອນ ແລະສີດຢາຂ້າເຊື້ອ ໃນການສະກັດກັ້ນ, ຄວບຄຸມ ແລະ ຕ້ານພະຍາດໂຄວິດ 19.

ຄະນະສະເພາະ​ກິດ ສະກັດ​ກັ້ນ, ຄວບ​ຄຸມ ​ແລະ ຕ້ານ​ພະຍາດ​ ໂຄ​ວິດ 19 (Covid 19) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນເດືອນມິຖຸນາໄດ້ຮັບການປະກອບສ່ວນທາງດ້ານວັດຖຸ, ອຸປະກອນຮັບໃຊ້ເຂົ້າໃນການວັດແທກອຸນນະພູມ ແລະນໍ້າດື່ມ ຈາກຫຼາຍໆພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນເພື່ອເປັນກຳລັງແຮງໃຈໃນການປະຕິບັດໜ້າທີ່ຂອງຄະນະສະເພາະ​ກິດສະກັດ​ກັ້ນ, ຄວບ​ຄຸມ ​ແລະ ຕ້ານ​ພະຍາດ​ໂຄ​ວິດ 19 (Covid 19) ສມປຊ. ຊຶ່ງມີລາຍຊື່ຜູ້ທີ່ໃຫ້ສະໜັບສະໜູນມີດັ່ງລຸ່ມນີ້: 1). ທ່ານ ທະນົງໄຊ ຄຸດໄພທູນ ແລະ ທ່ານ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງ

ໃນຕອນເຊົ້າຂອງວັນທີ 8 ມິຖຸນາ 2021 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີປະກາດການຈັດຕັ້ງຂັ້ນກົມ ຫຼື ທຽບເທົ່າກົມ, ພາຍໃຕ້ການເປັນປະທານຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ພ້ອມດ້ວຍຄະນະ ແລະຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະ ສູນຕ່າງໆ ເຂົ້າຮ່ວມຮັບເປັນສັກຂີພະຍານ.           ໂດຍພິທີດັ່ງກ່າວ ທ່ານ ປທ ນ. ໃບຊ່ຽນ…

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ອຸປະຖຳນ້ຳດື່ມ ໃຫ້ໜ່ວຍງານວັດແທກອຸນຫະພູມ ເພື່ອຕ້ານພະຍາດໂຄວິດ-19

ເພື່ອປະກອບສ່ວນ ຊຸກຍູ້-ຊ່ວຍເຫຼືອ ເຂົ້າໃນວຽກງານສະກັດກັ້ນ ຕ້ານພະຍາດ COVID-19, ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ອຸປະຖຳ ນ້ຳດື່ມ ຈຳນວນ 20 ແພັກ ຄິດເປັນມູນຄ່າ 500.000 ກີບ ມອບໃຫ້ບັນດາ ສະມາຊິກຊາວໜຸ່ມ ສມປຊ ທີ່ປະຈຳປ້ອມຍາມວັດແທກອຸນຫະພູມ ໃນວັນທີ 12 ພຶດສະພາ ທີ່ຜ່ານມາ, ຊຶ່ງໃຫ້ກຽດຕາງໜ້າມອບການຊ່ວຍເຫຼືອໃນຄັ້ງນີ້ ໂດຍ ທ່ານ ປອ ດາວສະຫວັນ…

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງ ຮຸ່ນທີ XVI ແຂວງໄຊຍະບູລີ

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງຮຸ່ນທີ XVI ສົກປີ 2019-2021 ໄດ້ຈັດຂຶ້ນໃນວັນທີ 12 ເມສາ 2021 ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີຄະນະນຳໂຮງຮຽນການເມືອງ ແລະ…

ຂ່າວອື່ນໆ