ໃນຕອງແລງວັນທີ 8 ທັນວາ 2022 ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ສມປຊ ໄດ້ນຳພານັກສຶກສາ ປະລິນຍາໂທ ຮຸ່ນທີ XVII ສາຂາເສດຖະສາດການເມືອງ ແລະສາຂາ ຄຸ້ມຄອງເສດຖະກິດ ຢູ່ບໍລິສັດວຽງຈັນໂລຈິດສະຕິກ ຈຳກັດ ແລະ ບໍລິສັດທ່າບົກ-ທ່ານາແລ້ງ ເພື່ອເຮັດໃຫ້ນັກສຶກສາ ໄດ້ມີບົດຮຽນເຂົ້າໃນການຄົ້ນຄວ້າ, ນໍາເອົາທັງທິດສະດີ ແລະ ພຶດຕິກຳຕົວຈິງມາສົມທຽບ ກ່ຽວກັບຂະແໜງການຂົນສົ່ງ ໃນຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ.

         ການທັດສະນະ 2 ສະຖານທີ່ດັ່ງກ່າວ, ນຳພາໂດຍ ທ່ານ ປອ ອິນທະວົງ ໂຄດປັນຍາ ຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ພ້ອມດ້ວຍຄະນະ ແລະ ພະນັກງານ, ຄູ-ອາຈານ, ນັກສຶກສາ ທັງໝົດ 49 ທ່ານ. ຊຶ່ງຜົນໄດ້ຮັບຈາກການທັດສະນະຄັ້ງນີ້ໄດ້ຮັບຮູ້ຄວາມສຳຄັນຂອງໂລຈິດສະຕິກຕໍ່ ສປປ ລາວ ຕໍໍ່ການພັດທະນາ ເສດຖະກິດ-ສັງຄົມ ທີ່ຊ່ວຍປະກອບສ່ວນ ຫັນ ສປປ ລາວ ໃຫ້ກາຍເປັນໃຈກາງ ໃນການເຊື່ອມໂຍງດ້ານຂົນສົົ່ງ ແລະການຄ້າ ຂອງອະນຸພາກພື້ນສາກົນ ດ້ວຍການພັດທະນາ ລະບົບພົ້ນຖານໂຄງລ່າງ ແລະ ບໍລິການດ້ານຄົມມະນາຄົມ-ຂົນສົົ່ງ ໃຫ້ກາຍເປັນແຮງສະໜັບສະໜູນ ທາງກົງ ແລະ ທາງອ້ອມ ໃຫ້ແກ່ການຜະລິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການດຳລົງຊີວິດຂອງປະຊາຊົນ.

ພ້ອມນັ້ນ, ຍັງເປັນການແລກປ່ຽນໃຫ້ ຄູ-ອາຈານ ພາຍໃນຄະນະມີຄວາມເຂົ້າໃຈກ່ຽວກັບລະບົບການບໍລິຫານວຽກງານຂອງບໍລິສັດ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບວິຊາເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ