ຄະນະສະເພາະ​ກິດ ສະກັດ​ກັ້ນ, ຄວບ​ຄຸມ ​ແລະ ຕ້ານ​ພະຍາດ​ ໂຄ​ວິດ 19 (Covid 19) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນເດືອນມິຖຸນາໄດ້ຮັບການປະກອບສ່ວນທາງດ້ານວັດຖຸ, ອຸປະກອນຮັບໃຊ້ເຂົ້າໃນການວັດແທກອຸນນະພູມ ແລະນໍ້າດື່ມ ຈາກຫຼາຍໆພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນເພື່ອເປັນກຳລັງແຮງໃຈໃນການປະຕິບັດໜ້າທີ່ຂອງຄະນະສະເພາະ​ກິດສະກັດ​ກັ້ນ, ຄວບ​ຄຸມ ​ແລະ ຕ້ານ​ພະຍາດ​ໂຄ​ວິດ 19 (Covid 19) ສມປຊ. ຊຶ່ງມີລາຍຊື່ຜູ້ທີ່ໃຫ້ສະໜັບສະໜູນມີດັ່ງລຸ່ມນີ້:

1). ທ່ານ ທະນົງໄຊ ຄຸດໄພທູນ ແລະ ທ່ານ ວັດທະນາ ນໍລິທາ ນັກສຶກສາ ຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXVIII ໄດ້ອຸປະຖຳເຄື່ອງອຸປະກອນຮັບໃຊ້ ໃຫ້ແກ່ຄະນະສະເພາະ​ກິດ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ ກໍຄືວຽກງານການປ້ອງກັນພະຍາດໂຄວິດ 19 ແລະໜ້າກາກອະນາໄມ ຈໍານວນ 40 ກັບ ແລະ ເຈວລ້າງມືຈໍານວນ 10 ກ່ອງ ລວມມູນຄ່າທັງໝົດ 2.850.000 ກີບ.

2). ທ່ານ ສົມບູນ ສີຫານາດ ນັກສຶກສາ ຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXVIII ໄດ້ອຸປະຖຳ ເຄື່ອງພົ່ນແອວກໍຮໍ (alcohol) ລະບົບອັດຕະໂນມັດ ພ້ອມວັດແທກອຸນຫະພູມພາຍໃນຕົວຈໍານວນ 4 ເຄື່ອງ ລວມ ມູນຄ່າທັງໝົດ 2.800.000 ກີບ.

3). ທ່ານ ນ ແພງພັນ ດວງປະຊາ ນັກສຶກສາປະລິນຍາໂທ ຮຸ່ນທີ XV ໄດ້ອຸປະຖຳນໍ້າດື່ມ ຈຳນວນ 50 ແຟັກ ແລະ ໜ້າກາກອະນາໄມ ຈຳນວນ 100 ກ່ອງ ລວມມູນຄ່າທັງໝົດ 2.200.000 ກີບ.

4). ຮ້ານອາຫານ ນາງແພງ ໄດ້ອຸປະຖຳນ້ຳດື່ມ ຈຳນວນ 15 ແຟັກ ລວມມູນຄ່າທັງໝົດ 525.000 ກີບ.

5). ສະຫະພັນແມ່ຍິງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບນ້ຳດື່ມຈຳນວນ 15 ແກັດມູນຄ່າ 500.000 ກີບ.

6). ໜ່ວຍກູ້ໄພ 1623 ສີດຢາຂ້າເຊື້ອ, ປ້ອງກັນໂຄວິດ 19.

ທ່ານ ປອ ດາວສະຫວັນເຄືອມີໄຊ ກຳມະການຄະນະພັກ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ຫົວໜ້າຄະນະສະເພາະ​ກິດ ສະກັດ​ກັ້ນ, ຄວບ​ຄຸມ ​ແລະ ຕ້ານ​ພະຍາດ​ ໂຄ​ວິດ 19 (Covid 19) ສມປຊ ໄດ້ເປັນກຽດຂຶ້ນກ່າວຮັບພາກສ່ວນຕ່າງໆ ທີ່ໄດ້ມອບເຄື່ອງວັດຖຸ, ອຸປະກອນ, ນ້ຳດື່ມ ແລະໜ່ວຍກູ້ໄພ 1623 ສີດຢາຂ້າເຊື້ອ ແລະທ່ານ ໄດ້ສະແດງຄວາມຂອບໃຈ ຕໍ່ກັບພາກສ່ວນອຸປະຖຳທີ່ສະແດງເຖິງຄວາມເປັນຫ່ວງເປັນໃຍ, ຄວາມມີນ້ຳໃຈອັນໃຫຍ່ຫຼວງ ທີ່ໃຫ້ການປະກອບສ່ວນເຂົ້າໃນການສະກັດກັ້ນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ19 ໃຫ້ໝົດໄປ ແລະເຄື່ອງຈຳນວນດັ່ງກ່າວແມ່ນຈະໄດ້ນຳໃຊ້ເຂົ້າໃນວຽກງານສະກັດ​ກັ້ນ, ຄວບ​ຄຸມ ​ແລະ ຕ້ານ​ພະຍາດ​ໂຄ​ວິດ 19 ຢູ່ ສມປຊ ໃຫ້ເກີດປະສິດທິພາບສູງສຸດ.

ຂ່າວ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ