ຕະຫຼອດໄລຍະຜ່ານມາ ຄະນະພັກ, ຄະນະນໍາຂອງແຂວງໄຊສົມບູນ ໄດ້ເອົາໃຈໃສ່ກໍ່ສ້າງ-ບຳລຸງພະນັກງານ ທາງດ້ານທິດສະດີການເມືອງ ແລະ ການປົກຄອງ ແລະ ວິຊາສະເພາະຕ່າງໆ ດ້ວຍຫຼາຍຮູບການ, ເຮັດໃຫ້ຖັນແຖວພະນັກງານ ເຕີບໃຫຍ່ຂະຫຍາຍຕົວ ນັບທັງດ້ານປະລິມານ ແລະ ຄຸນນະພາບ; ເພື່ອຕອບສະໜອງ ໃຫ້ແກ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງແຂວງໃນໄລຍະໃໝ່, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ II ຂອງແຂວງໄຊສົມບູນ ໃຫ້ປະກົດຜົນເປັນຈິງ.

         ສະນັ້ນ, ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄຊສົມບູນ ໃນຖານະເປັນເສນາທິການໃຫ້ແກ່ ຄະນະພັກຄອງແຂວງ ໃນການຈັດຕັ້ງຜັນຂະຫຍາຍ ແນວຄິດທິດສະດີ, ແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ. ໂດຍເລັ່ງເຫັນຄວາມສຳຄັນ ແລະຈຳເປັນດັ່ງກ່າວ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຈຶ່ງໄດ້ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ 6 ເດືອນ ຮຸ່ນທີ I ຂຶ້ນຢ່າງເປັນທາງການ ໃນວັນທີ 15 ກຸມພາ 2023. ໃນພິທີໃຫ້ກຽດເປັນປະທານຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ ແລະທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າພະແນກການພາຍໃນແຂວງ, ພະນັກງານ, ຄູ-ອາຈານ ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊສົມບູນ.

         ໃນພິທີໄດ້ຮັບຟັງລາຍງານແຜນການຮຽນ-ການສອນຕະຫຼອດໄລຍະ 6 ເດືອນ ຈາກ ທ່ານ ລ່າວຢ່າງ ຈາວ່າ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊສົມບູນວ່າ: ຊຸດຮຽນທິດສະດີການເມືອງຂັ້ນກາງ 6 ເດືອນ ຮຸ່ນທີ I ມີຜູ້ເຂົ້າຮຽນຈຳນວນ 60 ທ່ານ, ຍິງ 8 ທ່ານ ຈະໄດ້ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ,ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ເຮັດໃຫ້ພະນັກງານມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການກໍ່ຄືພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ , ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກວຽກງານ, ເຮັດໃຫ້ການປະຕິບັດໜ້າ ທີ່ວຽກງານນັບມື້ນັບມີຄຸນນະພາບສູງຂື້ນ ແລະໃຫ້ສອດຄ່ອງກັບແຜນການກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ແຂວງ ໄຊສົມບູນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີລະດັບຄວາມສາມາດໃນການນຳພາ, ຄຸ້ມຄອງ ແລະຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນເຮັດໃຫ້ພະນັກງານນໍາພາ-ຄຸ້ມຄອງ ມີຄວາມຮູ້ພຽງພໍທາງດ້ານທິດສະດີ ແລະພຶດຕິກຳ, ສາມາດນຳໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນວຽກງານຂອງຕົນ ຢ່າງມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບສູງ, ມີຜົນສໍາເລັດ ແລະດ້ານເວລາຈັດຕັ້ງປະຕິບັດພາຍໃນໄລຍະເວລາ 6 ເດືອນ, ມີ 720 ຊົ່ວໂມງເທົ່າກັບ103 ວັນແລະມີ 7 ກຸ່ມວິຊາຮຽນ ແລະມີ 1 ບົດປ້ອງກັບຈົບຂັ້ນ ມີບົດສອນທັງໝົດ 94 ບົດລວມ 720 ຊົ່ວໂມງ ເທົ່າກັບ 22 ໜ່ວຍກິດ, ໃນນັ້ນ ປະກອບມີຟັງລາຍງານເພີ່ມ, ຄົ້ນຄວ້າສຳມະນາ, ແກ້ຂໍ້ຂ້ອງໃຈ, ຂຽນລາຍງານແຕ່ລະວິຊາ ແລະຂຽນບົດທົບທວນຈົບຂັ້ນແບ່ງອອກເປັນແຕ່ລະກຸ່ມວິຊາ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ແລະວິຊາວັດທະນະທໍາ ມີ 11 ບົດ, ລວມ 97 ຊົ່ວໂມງ, ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ 16 ບົດ ລວມ 126 ຊົ່ວໂມງ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ພົວພັນສາກົນ, ສັງຄົມສາດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 24 ບົດ ລວມ 141 ຊົ່ວໂມງ, ແນວຄິດໄກສອນ ພົມວິຫານ 8 ບົດ ລວມ 72 ຊົ່ວໂມງ, ວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະກົດໝາຍ, ເຕັກນິກບໍລິຫານ 13 ບົດ ລວມ 98 ຊົ່ວໂມງ, ວິຊາປະຫວັດສາດ ແລະກໍ່ສ້າງພັກ 15 ບົດ ລວມ 97 ຊົ່ວໂມງ, ກຸ່ມວິຊາບັງຄັບ ແລະຫົວຂໍ້ລາຍງານເພີ່ມ 7 ບົດ ລວມ 28 ຊົ່ວໂມງ, ຂຽນບົດທົບທວນຈົບຂັ້ນ (ຜູ້ລະ 30-35 ໜ້າ) ແລະຜ່ານບົດ 61 ຊົ່ວໂມງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊສົມບູນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ