ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮ່ວມມືກັບສະຖາບັນດິດວິທະຍາສາດສັງຄົມຫຽດນາມ ໃນການຮ່ວມມືການຄົ້ນຄວ້າວິທະຍາສາດສະຖາບັນ ເພື່ອໃຫ້ມີຖັນແຖວນັກວິທະຍາສາດ ທີ່ພຽງພໍນັບທັງດ້ານປະລິມານ ແລະຄຸນນະພາບ, ມີວິທີວິທະຍາໃນການຄົ້ນຄວ້າທີ່ເໝາະສົມ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງນັບມື້ນັບສູງຂຶ້ນ. ສະນັ້ນ, ຈຶ່ງໄດ້ຈັດເຝິກອົບຮົມວິທີວິທະຍາການຄົ້ນຄວ້າວິທະຍາສາດຂຶ້ນເປັນເວລາ 5 ວັນ (5 ກັນຍາ-9 ກັນຍາ 2022)

         ໃນທິໃຫ້ກຽດເປັນປະທານໃນການເຝິກອົບຮົມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະໃຫ້ກຽດເປັນວິທະຍາກອນບັນຍາຍຈາກຊ່ຽວຊານ ສະຖາບັນດິດວິທະຍາສາດ ສັງຄົມຫຽດນາມ ທ່ານ ຮສ ປອ ເລແທັ່ງຊ່າງ ແລະ ປທ ນ. ຫງວຽນທິມິງເຈົາ.

         ສຳມະນາກອນເຂົ້າຮ່ວມທັງໝົດມີ 30 ກວ່າທ່ານ ທີ່ໄດ້ເຂົ້າຮ່ວມເຝິກອົບຮົມ, ຮັບຟັງການແນະນໍາ, ຖ່າຍທອດບົດຮຽນ ກ່ຽວກັບວິທວິທະຍາໃນການຄົ້ນຄວ້າວິທະຍາສາດ ໃນຮູບແບບວິເຄາະເຊີງປະລິມານ ແລະຄຸນນະພາບ, ວິທີການຂຽນບົດວິທະຍາສາດສາກົນ ຈາກຊ່ຽວຊານ, ພ້ອມນີ້ ຍັງຈະໄດ້ລົງເລິກເຮັດທົດລອງການສຳຫຼວດ ແລະວິທີນຳໃຊ້ຜົນສຳຫຼວດເຂົ້າໃນການກຳນົດນະໂຍບາຍ, ໃຫ້ຄຳປຶກສາດ້ານນະໂຍບາຍແກ່ພັກ, ລັດ ແລະອົງການຈັດຕັ້ງ. ເນື້ອໃນການເຝິກອົບຮົມນີ້ເປັນບົດຮຽນທີ່ສຳຄັນ ແລະເປັນບັນຫາພື້ນຖານທີ່ນັກວິທະຍາສາດຕ້ອງໄດ້ຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງເຖິງຖອງ.

         ຜ່ານການເຝິກອົບຮົມວິທີວິທະຍາການຄົ້ນຄວ້າວິທະຍາສາດຈາກຊ່ຽວຊານຫວຽດນາມສາມາດສັງລວມໄດ້ຫຼາຍບັນຫາທີ່ສຳຄັນດັ່ງນີ້:

         – ຊ່ຽວຊານໄດ້ນຳສະເໜີ ພື້ນຖານທິດສະດີກ່ຽວກັບປັດໄຈສຳຄັນໃນການອອກແບບການຄົ້ນຄວ້າວິທະຍາສາດໃນນີ້ ໄດ້ເນັ້ນໃຫ້ເຫັນເຖິງວິທີການກຳນົດບັນຫາທີ່ຄົ້ນຄວ້າ, ການຕັ້ງຄຳຖາມຄົ້ນຄວ້າ, ການຂຸດຄົ້ນຫາຄຳນິຍາມ ແລະວາງກອບຄຳນິຍາມໃຫ້ມີລັກສະນະວິທະຍາສາດໂດຍເລີ່ມຈາກການກຳນົດນິຍາມນາມມະທຳໄປສູ່ການກຳນົດນິຍາມທີ່ຊັດເຈນສາມາດວັດແທກໄດ້.

         ສຳລັບວິທີວິທະຍາຮັບໃຊ້ໃຫ້ແກ່ການຄົ້ນຄວ້າ ບັນດາຊ່ຽວຊານໄດ້ນຳສະເໜີສອງວິທີວິທະຍາຄື:​ວິທີວິທະຍາຄົ້ນ ຄວ້າປະລິມານ ແລະວິທີວິທະຍາຄົ້ນຄວ້າຄຸນນະພາບ ທີ່ສາມາດຈໍາແນກໄດ້ຢ່າງຈະແຈ້ງວ່າ: ວິທີວິທະຍາຄົ້ນຄວ້າປະລິມານແມ່ນວິທີເກັບກຳຂໍ້ມູນເປັນຕົວເລກ ຜ່ານການສຳຫຼວດ; ສ່ວນວິທີວິທະຍາໃນການຄົ້ນຄວ້າຄຸນນະພາບແມ່ນບໍ່ມີຕົວເລກຊຶ່ງສະແດງອອກໃນຮູບແບບຕົວໜັງສືເຊັ່ນ: ບັນທຶກການສຳພາດ ແລະອື່ນໆ.

ສຳລັບວິທີວິທະຍາຄົ້ນຄວ້າປະລິມານໄດ້ຮັບຮູ້ໃໝ່ ກ່ຽວກັບສູດໃນການເລືອກກຸ່ມເປົ້າໝາຍເພື່ອສຳຫຼວດຂໍ້ມູນ, ໄດ້ຮັບຮູ້ແຈ້ງເຖິງວິທີການອອກແບບໂຄງສ້າງຄຳຖາມເພື່ອສຳຫຼວດຂໍ້ມູນທີ່ຮັບປະກັນລັກສະນະວິທະຍາສາດ ແລະຮັບຮູ້ໄດ້ເຖິງການນຳໃຊ້ໂປຼແກມ SPSS ໃນການວິເຄາະ, ວິໄຈຂໍ້ມູນນີ້ເປັນເນື້ອໃນ ແລະເຕັກນິກທີ່ພົ້ນເດັ່ນປະກອບຄວາມຮູ້ທີ່ເປັນປະໂຫຍດໃຫ້ແກ່ສຳມະນາກອນ.

ສຳລັບວິທີຄົ້ນຄວ້າຄຸນນະພາບໄດ້ຮັບຮູ້ແຈ້ງກ່ຽວກັບວິທີການເກັບກຳຂໍ້ມູນພາຍໃຕ້ 3 ວິທີຄື: ວິທີສຳພາດລົງເລິກ, ວິທີສຳມະນາກຸ່ມເປົ້າໝາຍ, ວິທີສັງເກດໃນການເຂົ້າຮ່ວມຂະບວນການຕົວຈິງ. ໃນນີ້ໄດ້ປະກອບຄວາມຮູ້ກ່ຽວກັບການອອກແບບຄຳຖາມຮັບໃຊ້ແກ່ການສຳພາດບຸກຄົນລົງເລິກ ແລະການອອກແບບຄຳຖາມໃນກຸ່ມເປົ້າໝາຍສຳມະນາ ແລະ ເຕັກນິກສຳຄັນຕ່າງໆ ຮັບໃຊ້ໃຫ້ແກ່ການຄົ້ນຄວ້າຄຸນນະພາບ.

         ໃນພິທີປິດ ທ່ານ ປອ ດາວສະຫວັນ ເຄືອມີໄຊ ໄດ້ສະແດງຄວາມຊົມເຊີຍຕໍ່ກັບເຝິກອົບຮົມ ທີ່ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ທີ່ໄດ້ສົ່ງວິທະຍາກອນທີ່ເປັນຊ່ຽວຊານຂັ້ນສູງ, ມີປະສົບການມາຊ່ວຍເຫຼືອສະຖາບັນໃນຄັ້ງນີ້. ພິເສດຂໍສະແດງຄວາມຂອບໃຈມາຍັງ ຮສ ປອ ເລແທັ່ງຊ່າງ ແລະປທ ນ. ຫງວຽນທິມິງເຈົາທີ່ໄດ້ເສຍສະຫຼະເວລາມາຮ່ວມ ແລະຖ່າຍທອດບົດຮຽນປະສົບການໃຫ້ພວກເຮົາໃນຄັ້ງນີ້ ເພື່ອເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ສຳເລັດດ້ວຍຜົນສຳເລັດຕາມຈຸດປະສົງເປົ້າໝາຍ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ, ຄຳໄຊ ມະນີລຸນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ