ດ້ວຍບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະປວງຊົນລາວທັງຊາດ ພວມຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຢ່າງກວ້າງຂວາງ, ເລິກເຊິ່ງ ແລະກໍພວມສະເຫຼີມສະຫຼອງ ວັນສຳຄັນຕ່າງໆ ຂອງຊາດ, ຄະນະຮັບ​ຜິດ​ຊອບ​ການ​ຄົ້ນ​ຄວ້າ​ແນວ​ຄິດ ​ໄກ​ສອນ ພົມ​ວິ​ຫານ ໄດ້ຈັດ​ຕັ້ງກອງປະຊຸມສະຫຼຸບວຽກງານຂອງຕົນ​ຂຶ້ນ ເພື່ອພ້ອມກັນທົບທວນຄືນສະພາບການຈັດຕັ້ງເຄື່ອນໄຫວວຽກງານ​ຄົ້ນ​ຄວ້າ​ແນວ​ຄິດ ​ໄກ​ສອນ ພົມ​ວິ​ຫານປະຈຳປີ 2022 ແລະປຶກສາຫາລື ກຳນົດວຽກງານຈຸດສຸມໃນປີ 2023 ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 11 ເດືອນ ເມສາ 2023 ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ. ຕາງໜ້າເຂົ້າຮ່ວມບັນດາກົມ, ຫ້ອງການ, ສູນຂໍ້ມູນຂ່າວສານ, ຄະນະຕ່າງໆ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ແລະຜູ້ທີ່ເຮັດໜ້າທີ່ເປັນເສນາທິການ ກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ທ່ານ ປອ ນາງ ລໍາພູນ ດວນສຸວັນ ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກໍໄດ້ຂຶ້້ນຜ່ານ ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈໍາປີ 2022 ແລະຜ່ານທິດທາງແຜນການ ປະຈໍາປີ 2023 ວ່າ: ສະພາບການຈັດຕັ້ງປະຕິບັດວຽກ​ງານ​ການ​ຄົ້ນຄວ້າ​ແນວ​ຄິດ ໄກສອນ ພົມວິ​ຫານ ໃນໄລຍະ 1 ປີຜ່ານມາໄດ້ຈັດສໍາມະນາວິທະຍາສາດຫົວຂໍ້ຄົ້ນຄວ້າຂອງປີ 2021 ມີຜົນສໍາເລັດຫົວຂໍ້ລະດັບຊາດ ມີ 2 ຫົວຂໍ້ ຄື: ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານໄກສອນ ພົມວິຫານ ໄລຍະກ່ອນປີ 1955, ຫົວຂໍ້:  ແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດ​ຊາດ ປະຊາທິປະ​ໄຕ ຕາມ​ທິດ​ສັງຄົມ​ນິຍົມ ຢູ່​ປະ​ເທດ​ເຮົາ, ຫົວຂໍ້ລະດັບກະຊວງ, ອົງການ ມີ 2 ຫົວຂໍ້ ຄື: ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກ​ງານ​ແມ່ຍິງ, ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກ​ງານ​ຊາວໜຸ່ມ. ສໍາລັບຫົວຂໍ້ຄົ້ນຄວ້າປະຈໍາປີ 2022 ປະກອບມີ 4 ຫົວຂໍ້, ໃນນັ້ນ ມີຫົວຂໍ້ດັບຊາດ 2 ຫົວຂໍ້ຄື: ຫົວຂໍ້: ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານແຕ່ປີ 1955 ຫາ ປີ 1975, ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງການກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ.

ການຄົ້ນຄວ້າຫົວຂໍ້ລົງເລິກບາງວຽກງານ, ເຊິ່ງເປັນການສົບທົບການຄົ້ນຄວ້າກັບກະຊວງອົງການ ມີ 2 ຫົວຂໍ້: ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ, ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫຼ່ງຂ່າວ.

ນອກນັ້ນ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຢູ່ບັນດາບາງກະຊວງ, ອົງການ ໄດ້ນຳເອົາຜົນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄປຈັດຕັ້ງເຜີຍແຜ່ໃຫ້ແກ່ພະນັກງານ, ສະມາຊິກພັກ ທະນາຄານແຫ່ງ ສປປ ລາວ, ອົງການຈັດຕັ້ງຊາວໜຸ່ມ ຂອງກະຊວງການເງິນ, ອົງການຈັດຕັ້ງກໍາມະບານ ຂອງກະຊວງອຸດສາຫະກຳການຄ້າ…

ໃນໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າແນວຄິດໄກສອນ ພົມວິຫານ ປະຈຳປີ 2022ເຫັນໄດ້ວ່າມີຜົນສໍາເລັດໂດຍພື້ນຖານ ເຊິ່ງໄດ້ເອົາໃຈໃສ່ໃນການຮີບໂຮມບັນດາບົດຄົ້ນຄວ້າໃນຫົວຂໍ້ຕ່າງໆ ເພື່ອມາສ້າງເປັນປຶ້ມຜະລິດຕະພັນ ຂອງການຄົ້ນຄວ້າ, ຈຳນວນ 9 ຂົງເຂດ, ແລ້ວເຂົ້າ​ສະ​ເໜີ​ໃຫ້​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກຮັບ​ຮອງ ແລະໄດ້ປະກາດຜົນການຄົ້ນຄວ້າຢ່າງເປັນທາງການໃນວັນທີ 22 ທັນວາ 2022 ປະກອບມີ 8 ຂົງເຂດ ແລະ  ການເຄື່ອນໄຫວເກັບກໍາຂໍ້ມູນເອກະສານຕ່າງໆເປັນຕົ້ນແມ່ນບົດໂອ້ລົມ, ບົດປະກອບຄຳເຫັນ, ບົດສູນທອນພົດ, ບົດຄວາມເຫັນ, ປຶ້ມຂຽນ ແລະວັດຖຸພັນຕ່າງໆ ທີ່ກ່ຽວພັນກັບປະທານ ໄກສອນ ພົມວິຫານ, ເຊິ່ງຜ່ານມາສາມາດຈັດຕັ້ງປະຕິບັດໄດ້ປະສານສົມທົບກັບມູນນິທິເຈືອງ ສົມບູນຂັນ ເພື່ອລົງເກັບກໍາຂໍ້ມູນເອກະສານກ່ຽວກັບປະທານໄກສອນພົມວິຫານ ໄດ້ຈໍານວນ 7 ເອກະສານ (ເປັນປຶ້ມ), ປະສານງານຢ່າງເປັນປົກກະຕິກັບອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ທີ່ເມືອງວຽງໄຊ ແຂວງ ຫົວພັນ ໃຫ້ຄົ້ນຄວ້າ ແລະສະໜອງເອກະສານ ກ່ຽວກັບປະທານ ໄກສອນ ພົມວິຫານ ໃຫ້ແກ່ພວກເຮົາ ເຊິ່ງຜ່ານມາໄດ້ຮັບເອກະສານທີ່ເປັນບົດໂອ້ລົມ, ບົດຄຳເຫັນ ແລະບົດອື່ນໆ ຂອງປະທານໄກສອນ ພົມວິຫານ ເພີ່ມອີກຈໍານວນ 9 ລາຍການ, ນໍາພາບັນດານັກວິທະຍາສາດ ທີ່ຄົ້ນຄວ້າຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ” ລົງເຄື່ອນໄຫວເກັບກຳຂໍ້ມູນຢູ່ແຂວງ ສະຫວັນນະເຂດ ແລະ ແຂວງຄໍາມ່ວນ ໄດ້ເອກະສານກ່ຽວກັບ ປະທານໄກສອນ ພົມວິຫານ ແລະ ເອກະສານທີ່ເປັນຂໍ້ມູນອ້າງອີງມາປະກອບໃສ່ໃນບົດຄົ້ນຄວ້າວິທະຍາສາດ ຈຳນວນ 9 ລາຍການ, ມີ 80 ກວ່າໜ້າ.

ມາຮອດປັດຈຸບັນເອກະສານທີ່ເກັບກໍາໄດ້ທັງໝົດມີດັ່ງນີ້:

– ເອກະສານທີ່ເປັນປຶ້ມ ຈໍານວນ 105 ຊະນິດ.

   – ຂໍ້​ມູນ​ທີ່​ເປັນ​ເອກະສານຕ່າງ​ໆ ທີ່ເປັນບົດຂຽນ, ບົດໂອລົມ ​ໄດ້ ຈໍານວນ 1.045 ກວ່າສະບັບ, ມີຈຳນວນ 19.242 ກວ່າໜ້າເຈ້ຍ.

– ດໍາເນີນການຕີພິມຄືນບັນດາເນື້ອໃນບົດໂອ້ລົມ, ບົດປາໄສ, ບົດຄຳເຫັນ ຂອງປະທານ ໄກສອນ ພົມ ວິຫານ ເພື່ອກະກຽມໃຫ້ແກ່ການຈັດພິມນິພົນ ຄົບຊຸດ ໄດ້ທັງໝົດ 5.000 ກວ່າໜ້າ, ເຊິ່ງໄດ້ແຍກພິມເປັນ ຕາມວັນ, ເດືອນ ປີ.

– ສໍາເລັດການຕີພິມ ເນື້ອໃນເອກະສານຕ່າງໆ ຂອງປະທານ ໄກສອນ ພົມວິຫານ ໂດຍແຍກຕາມວັນທີເດືອນປີ ເພື່ອສ້າງເປັນສະບັບຕົ້ນ ຂອງນິພົນຄົບຊຸດ ໄກສອນ ພົມວິຫານ ໄດ້ຈໍານວນ 3 ເຫຼັ້ມ ຄື:  ປີ 1989, ປີ 1990 ແລະ ປີ 1991-1992.

ໃນຕອນທ້າຍຂອງພິທີ ທ່ານ ປະທານ ກໍໄດ້ເນັ້ນບາງຈຸດ ເພື່ອເປັນທິດທາງໃນການເຄື່ອນ​ໄຫວວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຕາມເນື້ອໃນຈິດໃຈຂອງກອງປະຊຸມມີດັ່ງນີ້:

ໜຶ່ງ, ມອບໃຫ້ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃນຖານະເປັນກອງເລຂາ ຂອງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປັບປຸງຄືນເນື້ອໃນເອກະສານຕາມເນື້ອໃນການປະກອບຄຳເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ພ້ອມທັງສ້າງເປັນແຜນການລະອຽດໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

ສອງ, ສຳລັບບັນດາເນື້ອໃນບົດວິທະຍາສາດ ປະຈຳປີ 2022 ທີ່ຜ່ານກອງປະຊຸມສຳມະນາແລ້ວ, ໄດ້ປັບປຸງ ແລະບັນນາທິການສຳເລັດໄປແລ້ວ, ຈາກນັ້ນ ສະເໜີໃຫ້ຄະນະເລຂາທິການວິທະຍາສາດ, ສະພາທິດສະດີສູນກາງພັກນຳເຂົ້າປຶກສາຫາລືໃນຄະນະປະຈຳສະພາທິດສະດີສູນກາງພັກ ເພື່ອພິຈາລະນາຮັບຮອງ ແລະອະນຸມັດພີມເຜີຍແຜ່ຢ່າງເປັນທາງການ.

ສາມ, ສະເໜີໃຫ້ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຂອງບັນດາກະຊວງ, ອົງການ ທີ່ໄດ້ຮັບຫົວຂໍ້ຄົ້ນຄວ້າປະຈຳປີ 2023 ຈົ່ງຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ເປັນຕົ້ນແມ່ນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສູນກາງແນວລາວສ້າງຊາດ, ກະຊວງສຶກສາທິການ ແລະກິລາ ແລະກະຊວງສາທາລະນະສຸກ, ໂດຍສົມທົບກັບຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຂຶ້ນແຜນມອບໝາຍກັນ ແລະຕິດຕາມຊຸກຍູ້ກັນໃນການຄົ້ນຄວ້າເປັນແຕ່ລະໄລຍະ ແລະໃຫ້ສຳເລັດຕາມແຜນການທີ່ວາງໄວ້.

ສີ່, ສຳລັບໂຄງຮ່າງນິພົນຄົບຊຸດ ໄກສອນ ພົມວິຫານ ໂດຍພື້ນຖານແມ່ນເຫັນດີ, ມອບໃຫ້ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສືບຕໍ່ສ້າງນິພົນຄົບຊຸດດ່ັງກ່າວຕາມໂຄງຮ່າງທີ່ໄດ້ເຫັນດີໄປແລ້ວນັ້ນ ແລະສືບຕໍ່ລົງເກັບກຳຂໍ້ມູນເພີ່ມເຕີມ ເພື່ອປະກອບໃສ່ນິພົນຄົບຊຸດດັ່ງກ່າວໃຫ້ສຳເລັດຕາມແຜນ ການທີ່ວາງໄວ້.

ຫ້າ, ຕໍ່ກັບການຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດລະດັບຊາດບັນດາຫົວຂໍ້ປະຈຳປີ 2023ແມ່ນມອບໃຫ້ກອງເລຂາຈັດສັນວັນເວລາ, ສະຖານທີ່ ແລະດຳເນີນໄປຕາມແຜນການທີ່ວາງໄວ້, ພ້ອມທັງຮັບປະກັນໃນການນຳໃຊ້ແຜນງົບປະມານ ຂອງໂຄງການຕາມລະບຽບການ ຂອງກະຊວງການເງິນກຳນົດອອກໃຫ້ຖືກຕ້ອງ ແລະເຂັ້ມງວດ.

ຂ່າວ: ນາງ ທິດດາວອນ ດວງປະເສີດ
ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ