ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງຮຸ່ນທີ XVI ສົກປີ 2019-2021 ໄດ້ຈັດຂຶ້ນໃນວັນທີ 12 ເມສາ 2021 ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີຄະນະນຳໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາຊັ້ນກາງຮຸ່ນທີ XVI ແລະXVII ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໄດ້ສະຫຼຸບສັງລວມການຈັດຕັ້ງປະຕິບັດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງຮຸ່ນທີ XVI ນີ້ ມີຜູ້ເຂົ້າຮຽນທັງໝົດຈໍານວນ 49 ສະຫາຍ, ຍິງ 9 ສະຫາຍ; ໃນນັ້ນມາຈາກພະແນກການ, ກົມກອງອ້ອມຂ້າງແຂວງ 25 ສະຫາຍ, ຍິງ 5 ສະຫາຍ, ມາຈາກ 11 ເມືອງທົ່ວແຂວງ 24ສະຫາຍ, ຍິງ 4 ສະຫາຍ. ຊຸດຮຽນນໍາໃຊ້ເວລາຮຽນ 15 ເດືອນ, ມີວິຊາຮຽນທັງໝົດ 28 ວິຊາ, ແບ່ງອອກເປັນ 3 ໝວດວິຊາຄື: ໝວດວິຊາຄວາມຮູ້ທົ່ວໄປ, ໝວດວິຊາເຕັກນິກທົ່ວໄປ ແລະໝວດວິຊາສະເພາະ, ໃຊ້ເວລາໃນຫ້ອງຮຽນ 1.489 ຊົ່ວໂມງ ເທົ່າກັບ 93 ໜ່ວຍກິດ, ແບ່ງອອກເປັນ 3 ພາກຮຽນ, ການປະເມີນຜົນການຮຽນແບ່ງອອກເປັນ 3 ຮູບການຄື: ສອບເສັງຂຽນແບບອັດຕະໄນ, ປະລະໄນ, ສອບເສັງປາກເປົ່າແລະປ້ອງກັນບົດຈົບຊັ້ນ.

ຜ່ານການຈັດຕັ້ງປະຕິບັດການຮຽນການສອນສາມາດສະຫຼຸບຜົນຂອງການສອບເສັງທຸກວິຊາ ແລະປ້ອງກັນບົດຈົບຊັ້ນໄດ້ 100%, ໃນນີ້ໄດ້ເກຼດ A ຄະແນນສະເລ່ຍ 4,0 ມີ 2 ສະຫາຍ ເທົ່າກັບ 4,08%, ເກຼດB+ ສະເລ່ຍ 3,5ມີ 41 ສະຫາຍ ເທົ່າກັບ 83,67%, ເກຼດ B ສະເລ່ຍ 3,0 ມີ 5 ສະຫາຍ ເທົ່າກັບ 10,20%,ເກຼດ C+ ຄະແນນສະເລ່ຍ 2,5 ມີ 1 ສະຫາຍ ເທົ່າກັບ 2,04%. ຍ້ອນນັກສຶກສາໄດ້ເອົາໃຈໃສ່ຕໍ່ການສຶກສາຮໍ່າຮຽນ, ປະຕິບັດກົດລະບຽບຂອງໂຮງຮຽນໄດ້ດີ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຈຶ່ງເຮັດໃຫ້ມີນັກສຶກສາຈໍານວນໜຶ່ງໄດ້ກາຍເປັນແບບຢ່າງ ແລະເປັນບຸກຄົນດີເດັ່ນຂອງຊຸດຮຽນ ຊຶ່ງສາມາດເລືອກເປັນຕົວເດັ່ນໄດ້ຮັບໃບຍ້ອງຍໍຂອງໂຮງຮຽນມີ 15 ສະຫາຍ, ຍິງ 3 ສະຫາຍ ແລະໃບຊົມເຊີຍມີ 12 ສະຫາຍ, ຍິງ 2 ສະຫາຍ.

ໃນໂອກາດດຽວກັນນີ້ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໃຫ້ກຽດມອບໃບປະກາສະນິຍະບັດໃຫ້ນັກສຶກສາທີ່ຮຽນຈົບໃນຊຸດທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງ ຮຸ່ນທີ XVI ແລະທ່ານປອ ສີສອນພັນ ບຸນສີ ໄດ້ຂຶ້ນມອບໃບຍ້ອງຍໍໃຫ້ນັກສຶກສາຮໍ່າຮຽນດີມີວິໄນ ຈໍານວນ 15 ທ່ານ, ຍິງ 3 ທ່ານ, ໃບຊົມເຊີຍຈໍານວນ 12 ທ່ານ, ຍິງ 2 ທ່ານ ແລະໃບສົມມະນາບຸນຄຸນຈໍານວນ 6 ທ່ານ.

ຂ່າວ: ອຸທິດ ເກດດົມລິ
ພາບ: ວັດທະນາ ພັນລັກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ