ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງ​ປະຊຸມ​ສຳ​ມະ​ນາວິທະຍາສາດ​ໃນ​ຫົວ​ຂໍ້: “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນຖັນແຖວພະນັກງານ ແລະກຳລັງປະກອບອາວຸດປະຊາຊົນ​”

ໃນຕອນເຊົ້າຂອງວັນທີ 24 ກຸມພາ 2023 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດກອງປະຊຸມສຳມະນາວິທະຍາສາດ 4 ຝ່າຍຊຶ່ງຈັດຕັ້ງຂຶ້ນພໍດີກັບຊ່ວງເວລາກະກຽມສະເຫຼີມສະຫຼອງບັນດາວັນສຳຄັນທາງປະຫວັດສາດຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວຄົບຮອບ 68 ປີ, ວັນສ້າງຕັ້ງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດຄົບຮອບ 28 ປີ, ວັນສ້າງຕ້ັ້ງກອງທັບປະຊາຊົນຄົບຮອບ 74 ປີ ແລະວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 63 ປີ ແລະວັນສຳຄັນອື່ນໆ. ຕະຫຼອດໄລຍະ 28 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນການເມືອງ ແລະ…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ເຂົ້າຮ່ວມກອງປະຊຸມທາງໄກ ຜ່ານໂຄງຮ່າງຄົ້ນຄວ້າວິທະຍາສາດ ຫົວຂໍ້: ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່ 6 ແຂວງພາກເໜືອ

ໃນຕອນເຊົ້າ ວັນທີ 21 ກຸມພາ 2023 ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ຮ່ວມກັບ 6 ແຂວງພາກເໜືອ ເປັນຄັ້ງທຳອິດ ໂດຍແມ່ນສະພາວິທະຍາສາດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມອບຄວາມຮັບຜິດຊອບໃຫ້ໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ, ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ, ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ, ໂຮງຮຽນການເມືອງ ແລະການປົກຄອງແຂວງບໍ່ແກ້ວ,ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງນ້ຳທາ ແລະໂຮງຮຽນການເມືອງ ແລະການປົກຄອງແຂວງຜົ້ງສາລີຮັບຜິດຊອບຄົ້ນຄວ້າຫົວຂໍ້: ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່…

ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍົກລະດັບຄວາມຮູ້ຄວາມສາມາດວຽກງານກວດສອບ

ໃນວັນທີ 13 ກຸມພາ 2023, ເວລາ 8:00 ໂມງ ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດການເຝິກອົບຮົມວຽກງານກວດສອບ ເພື່ອບຳລຸງຍົກລະດັບຕໍ່ກັບວຽກງານກວດສອບຊຶ່ງໄດ້ຈັດຂຶ້ນເປັນເວລາ 5 ວັນແຕ່ວັນທີ 13-17ຊຶ່ງຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ V ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດການເປັນປະທານໂດຍ: ທ່ານ ປອ ຄຳຫຼ້າ ລໍວານໄຊ ຮອງປະທານກວດກາພັກ-ລັດ ສມປຊ, ຫົວໜ້າກົມກວດກາ. ການເຝິກອົບຮົມຄັ້ງນີ້ໄດ້ຮັບເຊີນມີວິທະຍາກອນ…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊສົມບູນ ເປີດຊຸດບຳລຸງກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ທາງດ້ານທິດສະດີການເມືອງຂັ້ນກາງ ຮຸ່ນທີ I

ຕະຫຼອດໄລຍະຜ່ານມາ ຄະນະພັກ, ຄະນະນໍາຂອງແຂວງໄຊສົມບູນ ໄດ້ເອົາໃຈໃສ່ກໍ່ສ້າງ-ບຳລຸງພະນັກງານ ທາງດ້ານທິດສະດີການເມືອງ ແລະ ການປົກຄອງ ແລະ ວິຊາສະເພາະຕ່າງໆ ດ້ວຍຫຼາຍຮູບການ, ເຮັດໃຫ້ຖັນແຖວພະນັກງານ ເຕີບໃຫຍ່ຂະຫຍາຍຕົວ ນັບທັງດ້ານປະລິມານ ແລະ ຄຸນນະພາບ; ເພື່ອຕອບສະໜອງ ໃຫ້ແກ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງແຂວງໃນໄລຍະໃໝ່, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ II ຂອງແຂວງໄຊສົມບູນ ໃຫ້ປະກົດຜົນເປັນຈິງ. ສະນັ້ນ,…