ໃນວັນທີ 13 ກຸມພາ 2023, ເວລາ 8:00 ໂມງ ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດການເຝິກອົບຮົມວຽກງານກວດສອບ ເພື່ອບຳລຸງຍົກລະດັບຕໍ່ກັບວຽກງານກວດສອບຊຶ່ງໄດ້ຈັດຂຶ້ນເປັນເວລາ 5 ວັນແຕ່ວັນທີ 13-17ຊຶ່ງຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ V ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດການເປັນປະທານໂດຍ: ທ່ານ ປອ ຄຳຫຼ້າ ລໍວານໄຊ ຮອງປະທານກວດກາພັກ-ລັດ ສມປຊ, ຫົວໜ້າກົມກວດກາ.

ການເຝິກອົບຮົມຄັ້ງນີ້ໄດ້ຮັບເຊີນມີວິທະຍາກອນ 4ທ່ານ, ຍິງ 1ທ່ານ ຊຶ່ງແມ່ນວິທະຍາກອນ ມາຈາກອົງການກວດສອບແຫ່ງລັດ ມາຖ່າຍທອດຄວາມຮູ້ ແລະປະສົບການໃຫ້ສຳມະນາກອນຈຳນວນ 27 ທ່ານ, ຍິງ 10 ທ່ານໃນນັ້ນ, ມີຄະນະກວດກາພັກ-ລັດ ສມປຊ, ຜູ້ເຮັດວຽກງານກວດກາ ຂອງບັນດາໜ່ວຍພັກພະນັກງານ, ຄູ-ອາຈານ, ຕາງໜ້າຫ້ອງການ, ພະແນກການເງິນ, ພະນັກງານກົມກວດກາ ແລະເນື້ອໃນທີ່ນຳມາຍົກລະດັບຄວາມຮູ້ຄວາມສາມາດໃຫ້ສຳມະນາກອນມີ 5ເນື້ອໃນຄື: 1). ກົດໝາຍວ່າດ້ວຍການກວດສອບແຫ່ງລັດ, 2). ການກວດສອບການຈັດຊື້-ຈັດຈ້າງ, 3). ການປະກອບເອກະສານລາຍງານການເງິນ, 4). ກວດສອບລະບົບຄວບຄຸມພາຍໃນ, 5). ກວດສອບອົງການຈັດຕັ້ງລັດ.

              ທ່ານ ປທ ຄຳໝັ້ນ ພົມມະຈັກ ຫົວໜ້າພະແນກກວດກາພັກ ໄດ້ຜ່ານບົດສະຫຼຸບເຝິກອົບຮົມວ່າ: ການເຝິກອົບຮົມຄັ້ງນີ້ສາມາດເວົ້າໄດ້ວ່າ ທັງ 5 ເນື້ອໃນທີ່ໄດ້ນຳມາຖ່າຍທອດໃຫ້ ແມ່ນເປັນພື້ນຖານອັນສໍາຄັນໃຫ້ແກ່ການຍົກສູງຄຸນນະພາບວຽກງານຕິດຕາມ-ກວດກາລັດ, ເຮັດໃຫ້ວຽກງານກວດກາລັດໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງ ແລະໄດ້ຮັບຜົນດີ, ຖ້າເຮັດວຽກງານກວດສອບໄດ້ດີ, ຖືກຕ້ອງ ແລະທັນການ ຈະຊ່ວຍໃຫ້ການຕິດຕາມ, ກວດກາ ມີປະສິດທິພາບສູງຂຶ້ນ, ສະກັດກັ້ນ, ຕີຖອຍປະກົດການຫຍໍ້ທໍ້ຕ່າງໆ ແລະຜູ້ເຂົ້າຮ່ວມເຝິກອົບຮົມຄັ້ງນີ້ ລ້ວນແຕ່ແມ່ນຜູ້ທີ່ມີບົດຮຽນ, ປະສົບການເຮັດວຽກສົມທົບກັບວຽກງານກວດສອບ ຍິ່ງເຮັດໃຫ້ນັກເຝິກອົບຮົມມີຄວາມຮູ້, ຄວາມເຂົ້າໃຈ, ສາມາດການຄົ້ນຄວ້າ, ເຊື່ອມຊຶມ, ແລກປ່ຽນບົດຮຽນກັບວິທະຍາກອນ ຮັບປະກັນລັກສະນະເຂົ້າສູ້ລວງເລິກ ແລະແທດຕົວຈິງ.

              ເພື່ອເປັນການຢັ້ງຢືນຄວາມສຳເລັດຕໍ່ກັບການຍົກລະດັບຄວາມຮູ້ຄວາມ, ຄວາມສາມາດຂອງວຽກງານກວດສອບ ທ່ານ ປອ ຄຳຫຼ້າ ລໍວານໄຊ ໄດ້ມອບໃບຢັ້ງຢືນການເຝິກອົບຮົມ ພ້ອມທັງໄດ້ໂອ້ລົມ ແລະໃຫ້ທິດຊີ້ນຳຕໍ່ກັບສຳມະນາກອນຈົ່ງນຳເອົາບົດຮຽນປະສົບການທີ່ໄດ້ຈາກການເຝິກອົບຮົມຄັ້ງນີ້ນຳໄປໝູນໃຊ້ເຂົ້າໃນໜ້າວຽກໃຫ້ສອດຄ່ອງ ແລະໃຫ້ວຽກງານກວດກາ ຂອງ ສມປຊ ໃຫ້ມີປະສິດທິພາບປະສິດທິຜົນ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ