ໃນຕອນເຊົ້າຂອງວັນທີ 24 ກຸມພາ 2023 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດກອງປະຊຸມສຳມະນາວິທະຍາສາດ 4 ຝ່າຍຊຶ່ງຈັດຕັ້ງຂຶ້ນພໍດີກັບຊ່ວງເວລາກະກຽມສະເຫຼີມສະຫຼອງບັນດາວັນສຳຄັນທາງປະຫວັດສາດຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວຄົບຮອບ 68 ປີ, ວັນສ້າງຕັ້ງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດຄົບຮອບ 28 ປີ, ວັນສ້າງຕ້ັ້ງກອງທັບປະຊາຊົນຄົບຮອບ 74 ປີ ແລະວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 63 ປີ ແລະວັນສຳຄັນອື່ນໆ.

         ຕະຫຼອດໄລຍະ 28 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຖາບັນຍາດໄດ້ຜົນສຳເລັດທີ່ພົ້ນເດັ່ນໃນຫຼາຍດ້ານ: ສະຖາບັນໄດ້ເຮັດສຳເລັດພາລະບົດບາດໃນການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະປະຫວັດສາດຂອງພັກ, ຂອງຊາດ, ຄົ້ນຄວ້າແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ວິທະຍາສາດການເມືອງ-ການປົກຄອງ, ວິທະຍາສາດການນຳພາ-ຄຸ້ມຄອງ, ຮັບໃຊ້ການຮຽນ-ການສອນ, ສະໜອງຂໍ້ມູນດ້ານວິທະຍາສາດໃຫ້ແກ່ການກຳນົດແນວທາງ, ນະໂຍບາຍຂອງພັກ ແລະລັດ.

ໃນພິທີໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ທ່ານ ພົຕ. ຄຳ​ຫຼ້າ ພັນ​ໄຊ​ຍະ​ສຸກ, ຫົວໜ້າ​ການ​ເມືອງວິທະຍາຄານປ້ອງ​ກັນຊາດ​ ໄກສອນພົມວິຫານ, ທ່ານ ພົຈວ. ປອ. ວັນສົມ ສີສົມບັດ ຫົວໜ້າວິທະຍາຄານ​ສັນຕິບານ ປະຊາຊົນ​, ທ່ານ ພົຈວ. ປອ. ວົງເຊໂດນ ພັນທະແກ້ວ ຫົວໜ້າວິທະຍາຄານຕຳຫຼວດປະຊາຊົນ ແລະມີພະນັກງານຂອງ 4 ຝ່າຍ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມຈໍານວນ 500 ທ່ານ.

ກອງປະຊຸມສຳມະນາວິທະຍາສາດດັ່ງກ່າວ ເປັນຂີດໝາຍອັນສຳຄັນໜຶ່ງໃຫ້ແກ່ ສະພາບທີ່ພົ້ນເດັ່ນກໍແມ່ນພວມຈັດຕັ້ງດຳເນີນວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະການແກ້ໄຂບັນຫາຢາເສບຕິດ. ກອງ​ປະຊຸມສໍາມະ​ນາ​ວິທະຍາສາດແມ່ນຈະ​ໄດ້​ຄົ້ນ​ຄວ້າ​ລົງ​ເລິກ​, ​ສ້າງ​ຄວາມ​ກະຈ່າງ​ແຈ້ງ​ທາງ​ດ້ານ​ແນວ​ຄິດ, ທິດ​ສະ​ດີ​ວິທະຍາສາດ ແລະພຶດຕິ​ກຳເພື່ອຮັບປະກັນໃນການສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃຫ້ແກ່ຖັນແຖວພະນັກງານ ແລະກຳລັງປະກອບອາວຸດປະຊາຊົນ ແລະສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃຫ້ແກ່ຖັນແຖວພະນັກງານ ແລະກຳລັງປະກອບອາວຸດປະຊາຊົນ ແມ່ນບັນຫາໜຶ່ງທີ່ສໍາຄັນ, ພົວພັນເຖິງການກໍາອໍານາດ ແລະການຄົງຕົວຂອງພັກ ກໍຄືຜົນສໍາເລັດ ຂອງພາລະກິດປ່ຽນແປງໃໝ່ຮອບດ້ານ, ມີຫຼັກການຂອງພັກ, ທັງແມ່ນບັນຫາອັນຮີບດ່ວນສະເພາະໜ້າ ແລະເປັນບັນຫາຍຸດທະສາດພື້ນຖານຍາວນານ ເພື່ອສ້າງໃຫ້ມີຖັນແຖວພະນັກງານນໍາພາ-ຊີ້ນໍາ ແລະວິຊາການ ໃຫ້ໂລ່ງລ່ຽນ,ໂປ່ງໃສ, ຍຸດຕິທໍາ ແລະເປັນມືອາຊີບເຂົ້າໃນການປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິຜົນ.

         ໃນ​ຫົວ​ຂໍ້ດັ່ງກ່າວ ມີ 12 ຫົວຂໍ້ຍ່ອຍ, ກວມລວມເອົາຫຼາຍບັນຫາເລີ່ມແຕ່ຫົວຂໍ້ທີ່ມີລັກສະນະເປັນທິດສະດີ, ພົວພັນເຖິງວຽກງານການເມືອງແນວຄິດຂອງພັກ, ການປ່ຽນແປງໃໝ່ທາງດ້ານຈິນຕະນາການ, ປ່ຽນແປງໃໝ່ແບບແຜນວິທີເຮັດວຽກຕະຫຼອດຮອດຫົວຂໍ້ທີ່ມີລັກສະນະລົງເລິກວິຊາການ ກ່ຽວກັບການກໍ່ສ້າງພະນັກງານ, ກໍ່ສ້າງກຳລັງປະກອບອາວຸດປະຊາຊົນໃນແງ່ມູມຕ່າງໆ ເຫັນວ່າມີເນື້ອໃນອຸດົມສົມບູນ ແລະມີວິທີການຄົ້ນຄວ້າທີ່ເປັນເອກະລັກຂອງແຕ່ລະພາກສ່ວນ. ດ້ວຍເຫດນັ້ນ, ນັກວິທະຍາສາດຈຶ່ງໄດ້ສຸມສະຕິປັນຍາ, ກຳລັງວັງຊາ, ຊີ້ແຈງ, ອະທິບາຍ, ສ້າງຄວາມກະຈ່າງແຈ້ງທາງດ້ານທິດສະດີວິທະຍາສາດ ແລະພຶດຕິກຳໃຫ້ມີຄວາມອຸດົມສົມບູນ. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມກອງປະຊຸມທີ່ຕິດຕາມຮັບຟັງໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອໃຫ້ກອງປະຊຸມສຳມະນາເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະບັນລຸໄດ້ຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

         ໃນຕອນທ້າຍ ທ່ານ ພົຕ ຄຳຫຼ້າ ພັນໄຊຍະສຸກ ໄດ້ສະຫຼຸບ ແລະກ່າວປິດກອງປະຊຸມ ພ້ອມທັງໄດ້ໂອ້ລົມ ແລະມີຄຳເຫັນວ່າ: ບັນດາທ່ານສໍາມະນາກອນກໍໄດ້ຕິດຕາມຢ່າງຈົດຈໍ່ໃສ່ການນໍາສະເໜີບົດຫຍໍ້ ແລະການປະກອບຄໍາເຫັນແລກປ່ຽນບົດຮຽນໃສ່ແຕ່ລະບົດຊຶ່ງເປັນການປະກອບສ່ວນທີ່ສໍາຄັນເຮັດໃຫ້ກອງປະຊຸມສໍາມະນາວິທະຍາສາດຄັ້ງນີ້ມີຜົນສໍາເລັດຢ່າງຈົບງາມ ແຕ່ພວກເຮົາຕ້ອງໄດ້ສຸມໃສ່ທາງດ້ານການສ້າງຂີດຄວາມສາມາດໃນການຄົ້ນຄວ້າທິດສະດີ-ສັງລວມພຶດຕິກໍາຮັບໃຊ້ການນໍາພາຂອງພັກ; ບຸກທະລຸທາງດ້ານແນວຄິດການເມືອງໃຫ້ແກ່ຖັນແຖວກໍາລັງປ້ອງກັນຄວາມສະຫງົບ; ສ້າງການຫັນປ່ຽນໃນການຜັນຂະຫຍາຍແນວທາງປ້ອງກັນຄວາມສະຫງົບ;  ສ້າງການຫັນປ່ຽນໃນການກໍ່ສ້າງ-ບໍາລຸງພະນັກງານດ້ານທິດສະດີການເມືອງ; ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການບໍລິຫານລັດ ຢູ່ ສປປລາວ; ສ້າງການຫັນປ່ຽນໃນວຽກງານກໍ່ສ້າງກໍາລັງຂອງກອງທັບປະຊາຊົນລາວ; ເສີມຂະຫຍາຍຈິນຕະນາການກ່ຽວກັບຍຸດທະສາດປ້ອງກັນຊາດ; ເສີມຂະຫຍາຍກໍາລັງແຮງດ້ານປ້ອງກັນຊາດຮັບໃຊ້ການພັດທະນາປະເທດຊາດ; ສ້າງການຫັນປ່ຽນດ້ານແບບແຜນວິທີເຮັດວຽກໃນກໍາລັງປ້ອງກັນຄວາມສະຫງົບ; ຍົກສູງດ້ານຈັນຍາບັນ-ຈັນຍາທໍາວິຊາຊີບເຫຼົ່າຮົບວິຊາສະເພາະຂອງຕໍາຫຼວດຄຸມຂັງ-ດັດສ້າງ; ສ້າງກໍາລັງຕໍາຫຼວດເສດຖະກິດໃຫ້ເຂັ້ມແຂງ ແລະການພັດທະນາກໍາລັງຕໍາຫຼວດນິຕິວິທະຍາໃນເງື່ອນໄຂໃໝ່. ເວົ້າລວມກໍແມ່ນສຸມໃສ່ຄົ້ນຄວ້າ ແລະນໍາສະເໜີທາງດ້ານທິດສະດີການເມືອງເພື່ອຮັບໃຊ້ໃຫ້ແກ່ການນໍາພາຂອງພັກ; ການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການບໍລິຫານຂອງລັດ; ໃຫ້ແກ່ການກໍ່ສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະທັນສະໄໝ.

ຂ່າວ/ພາບ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ