ໃນຕອນເຊົ້າ ວັນທີ 21 ກຸມພາ 2023 ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ຮ່ວມກັບ 6 ແຂວງພາກເໜືອ ເປັນຄັ້ງທຳອິດ ໂດຍແມ່ນສະພາວິທະຍາສາດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມອບຄວາມຮັບຜິດຊອບໃຫ້ໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ, ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ, ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ, ໂຮງຮຽນການເມືອງ ແລະການປົກຄອງແຂວງບໍ່ແກ້ວ,ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງນ້ຳທາ ແລະໂຮງຮຽນການເມືອງ ແລະການປົກຄອງແຂວງຜົ້ງສາລີຮັບຜິດຊອບຄົ້ນຄວ້າຫົວຂໍ້: ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່ 6 ແຂວງພາກເໜືອ, ເຊິ່ງປະກອບມີ 12ຫົວຂໍ້ຍ່ອຍ.

ໃຫ້ກຽດການເປັນປະທານໂດຍ: ທ່ານ ປອ. ຄຳມອນ ຈັນທະຈິດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະຜູ້ສັງເກດຕີລາຄາບົດວິທະຍາສາດພ້ອມດ້ວຍບັນດາພະນັກງານ, ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງ 6 ແຂວງພາກເໜືອກໍໄດ້ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃນຄັ້ງນີ້ພະນັກງານ, ຄູ-ອາຈານໂຮງຮຽນການເມືອງແລະການປົກຄອງ 6ແຂວງພາກເໜືອ ໄດ້ຜ່ານໂຄງຮ່າງຫົວຂໍ້ຍ່ອຍ 12ຫົວຂໍ້ ຊຶ່ງໃນຫົວຂໍ້ດັ່ງກ່າວນີ້ແມ່ນໄດ້ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່ 6 ແຂວງພາກເໜືອ; ສຳລັບ ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ຮັບຜິດຊອບ 2 ຫົວຂໍ້ຍ່ອຍຄື: 1). ສ້າງພະນັກງານລົງກໍ່ສ້າງຮາກຖານໃຫ້ໜັກແໜ້ນ ຢູ່ແຂວງໄຊຍະບູລີ, 2). ບົດຮຽນການຈັດຕັ້ງການຜະລິດ ຢູ່ຊົນນະບົດ ລະຫວ່າງ ນັກລົງທຶນ ກັບປະຊາຊົນ ຢູ່ແຂວງໄຊຍະບູລີ. ດັ່ງນັ້ນ, ເພື່ອເປັນການກໍ່ສ້າງຮາກຖານການເມືອງຕິດພັນກັບ ການພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຢູ່ແຂວງໄຊຍະບູລີ ຈຶ່ງໄດ້ເລືອກເອົາຫົວຂໍ້ດັ່ງກ່າວໃນການສຳມະນາ.

ເພື່ອເປັນທິດທາງໃນການນຳສະເໜີ ແລະປະກອບຄຳເຫັນໃສ່ຮ່າງການຄົ້ນຄວ້າວິທະຍາສາດແຕ່ລະຫົວຂໍ້ໃຫ້ຖືກຕ້ອງສອດຄ່ອງກັບຫຼັກວິທະຍາສາດ, ມີເນື້ອໃນຄົບຖ້ວນສົມບູນ ແລະສາມາດບັນລຸຕາມຈຸດ ປະສົງເປົ້າໝາຍທີ່ໄດ້ກໍານົດໄວ້, ກອງປະຊຸມທາງໄກໄດ້ເປີດກວ້າງການສະແດງຄວາມຄິດຄວາມເຫັນຕໍ່ກັບຫົວຂໍ້ໂຄງຮ່າງບົດສຳມະນາວິທະຍາສາດເພື່ອເປັນຂໍ້ມູນ ແລະຈຸດປັບປຸງບາງດ້ານ.

ພ້ອມດຽວກັນນັ້ນ, ທ່ານ ປອ. ຄຳມອນ ຈັນທະຈິດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດມີຄຳເຫັນ ແລະໃຫ້ທິດຊີ້ນຳຕໍ່ກັບໂຄງຮ່າງບົດສຳມະນາວິທະຍາສາດວ່າ: ສະພາຄູໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ ປຶກສາຫາລືຄືນກ່ຽວກັບຫົວຂໍ້ໃຫ້ມີລັກສະນະຍຸດທະສາດ, ປັບປຸງບັນດາຫົວຂໍ້ຍ່ອຍໃຫ້ສອດຄອງກັບຫົວຂໍ້, ດ້ານໂຄງສ້າງຂອງບົດກໍໃຫ້ປຶກສາກັນຄືນ ເພື່ອຮັບປະກັນໃຫ້ເນື້ອໃນເພື່ອຕອບສະໜອງຄວາມຕ້ອງການຕົວຈິງຕາມຈຸດພິເສດ ຂອງແຂວງ.

ຂ່າວ: ປທ ອຸທິດ ເກດດົມລິ
ພາບ: ວັດທະນາ ພັນລັກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ