ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ

ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກິດຈະກຳ ເນື່ອງໃນໂອກາດວັນແມ່ຍິງສາກົນຄົບຮອບ 113 ປີ (8.3.1910-8.3.2023)

ເພື່ອສະແດງຄວາມຮູ້ບຸນຄຸນ ແລະລະນຶກເຖິງຜົນງານອັນຍິ່ງໃຫຍ່ ຂອງ ປະທານ ໄກສອນ ພົມວິຫານ ຊື່ງທ່ານໄດ້ເປັນຫຼັກແຫຼ່ງໃນການນຳພາບູລະນະພັກ ໃນພາລະກິດປົດປ່ອຍຊາດ ແລະພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ສະນັ້ນ, ໃນວັນທີ 7 ມີນາ 2023 ສະຫາຍ ປອ ນ. ລຳພູນ ດວນສຸວັນ ກຳມະການສູນກາງສະຫະພັນແມ່ຍິງລາວ, ປະທານ ສະຫະພັນແມ່ຍິງ ສມປຊ , ເຂົ້າຮ່ວມມີໜ່ວຍແມ່ຍິງຮາກຖານພະນັກງານ, ຄູ-ອາຈານ ແລະນັກສຶກສາ ພ້ອມກັນໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດການເຝິກອົບຮົມ ພາຍໃຕ້ຫົວຂໍ້ “ຄວາມອາດສາມາດໃນການນໍາພາຂອງພະນັກງານບໍລິຫານຂັ້ນພະແນກ ຢູ່ ສມປຊ”​

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດການເຝິກອົບຮົມ ພາຍໃຕຫົວຂໍ້ “ຄວາມອາດສາມາດໃນການນໍາພາຂອງພະນັກງານບໍລິຫານຂັ້ນພະແນກ ແລະຂັ້ນຮອງກົມຈໍານວນໜຶ່ງ ຢູ່ ສມປຊ”​ ເປັນເວລາ 3 ວັນ (1-3 ມີນາ 2023), ການຈັດເຝິກອົບຮົມໃນຄັ້ງນີ້ແມ່ນໂຄງການປະກວດ Project Award ຂອງຄະນະທີມງານທີ່ໄດ້ໄປເຂົ້າຮ່ວມເຝິກອົບຮົມພາວະຜູ້ນຳໃນການບໍລິຫານລັດ ທີ່ທາງສະຖານ ທູດອົດສະຕາລີ ປະຈຳລາວຈັດຂຶ້ນໃນໄລຍະຜ່ານມາ” ແມ່ນຜົນສຳເລັດອັນໜຶ່ງຂອງຄະນະຮັບຜິດຊອບເຝິກອົບຮົມທີ່ໄດ້ຍາດແຍ່ງຂຽນເປັນໂຄງການປະກວດແລະໄດ້ຮັບທຶນການຊ່ວຍເຫຼືອຈາກສະຖານທູດອົດສະຕາລີ. ເຊິ່ງຈຸດປະສົງກໍເພື່ອສ້າງຄວາມອາດສາມາດ ໃນການນຳພາໃຫ້ແກ່ພະນັກງານ-ຄູອາຈານ ກໍ່ຄືການນຳຂັ້ນພະແນກທົ່ວ ສມປຊ ໃຫ້ສາມາດນຳພາທີມງານຂອງຕົນໃນການປະຕິບັດໜ້າທີ່ວຽກງານໃຫ້ໄດ້ດີຂຶ້ນກວ່າເກົ່າ. ການເຝິກອົບຮົມດັ່ງກ່າວໄດ້ຈັດຂຶ້ນ ທີ່ຫ້ອງປະຊຸມຊັ້ນ…

ພິທີເຊື່ອມຊຶມເອກະສານສຳຄັນ ແລະປະກາດການຈັດຕັ້ງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີເຊື່ອມຊຶມເອກະສານຂອງກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2022 ທີ່ຈັດຂຶ້ນໃນ ລະຫວ່າງ ວັນທີ 27-28 ທັນວາ 2022ທີ່ຜ່ານມາ, ສະນັ້ນ, ເພື່ອເປັນການເຜີຍແຜ່ເນື້ອໃນກອງປະຊຸມດັ່ງກ່າວ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ໄດ້ເຜີຍແຜ່ເອກະສານດັ່ງກ່າວໃຫ້ພະນັກງານສະມຊິກພັກໄດ້ຮັບຮູ້ ແລະເຂົ້າໃຈຕໍ່ກັບ​ແນວທາງ​, ວິທີຈັດ​ຕັ້ງ​ປະຕິບັດ​ໃຫ້ຖືກຕ້ອງ ແລະເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ຄຸນ​ທາດ​ການ​ເມືອງເຮັດ​ໃຫ້​ສະມາຊິກ​ພັກ-ພະນັກງານຕັ້ງໜ້າເ​ຝິກ​ຝົນ​ຫຼໍ່ຫຼອມ​ຕົນ​ເອງ​​ ໃຫ້​ກາຍເປັນ​ບຸກຄົນ​ຜູ້​ເຮັດ​ແທ້​ທຳ​ຈິງ ແລະ​ເປັນຜູ້​ປອດ​ໃສ​ຂາວ​ສະອາດ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງ ວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄົບຮອບ 28 ປີ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄົບຮອບ 28 ປີ (27.2.1955-27.2.2023) ໄດ້ຈັດຂຶ້ນຢ່າງຄຶກຄື້ນໃນວັນທີ 27 ກຸມພາ 2023 ທີ່ ສະໂມສອນ ສມປຊ, ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຄະນະບໍລິຫານງານພັກ, ຄະນະອຳນວຍການ, ຫົວໜ້າກົມພ້ອມດ້ວຍຄະນະກົມຕ່າງໆ, ຫົວໜ້າຫ້ອງການພ້ອມດ້ວຍຄະນະ, ຫົວໜ້າຄະນະພ້ອມດ້ວຍຄະນະຕ່າງໆ ແລະຫົວໜ້າສູນພ້ອມດ້ວຍຄະນະສູນຕ່າງໆ,…