ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີເຊື່ອມຊຶມເອກະສານຂອງກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2022 ທີ່ຈັດຂຶ້ນໃນ ລະຫວ່າງ ວັນທີ 27-28 ທັນວາ 2022ທີ່ຜ່ານມາ, ສະນັ້ນ, ເພື່ອເປັນການເຜີຍແຜ່ເນື້ອໃນກອງປະຊຸມດັ່ງກ່າວ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ໄດ້ເຜີຍແຜ່ເອກະສານດັ່ງກ່າວໃຫ້ພະນັກງານສະມຊິກພັກໄດ້ຮັບຮູ້ ແລະເຂົ້າໃຈຕໍ່ກັບ​ແນວທາງ​, ວິທີຈັດ​ຕັ້ງ​ປະຕິບັດ​ໃຫ້ຖືກຕ້ອງ ແລະເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ຄຸນ​ທາດ​ການ​ເມືອງເຮັດ​ໃຫ້​ສະມາຊິກ​ພັກ-ພະນັກງານຕັ້ງໜ້າເ​ຝິກ​ຝົນ​ຫຼໍ່ຫຼອມ​ຕົນ​ເອງ​​ ໃຫ້​ກາຍເປັນ​ບຸກຄົນ​ຜູ້​ເຮັດ​ແທ້​ທຳ​ຈິງ ແລະ​ເປັນຜູ້​ປອດ​ໃສ​ຂາວ​ສະອາດ ​ເພື່ອ​ຮັກສາ ແລະເສີມ​ຂະຫຍາຍ​ລັກສະນະ​ນຳ​ໜ້າ​ຂອງ​ພັກຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

         ພ້ອມນັ້ນໃນພິທີໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ, ໜັກແໜ້ນ ແລະເຂັ້ມແຂງ ປະເພດ 1 ຊຶ່ງມີ:

  1. ໜ່ວຍພັກຮາກຖານ ຄະນະບໍລິຫານສາດ.
  2. ໜ່ວຍພັກຮາກຖານ ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ-ຄະນະລັດທິສັງຄົມນິຍົມວິທະຍາສາດ
  3. ໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາຕີ ຮຸ່ນທີ 25 ຫ້ອງ ກ.

ປະເພດ 2:

  1. ໜ່ວຍພັກຮາກຖານຫ້ອງການ
  2. ໜ່ວຍພັກຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ.
  3. ໜ່ວຍພັກຮາກຖານກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ-ກົມຄຸ້ມຄອງການຮຽນ-ການສອນ.
  4. ໜ່ວຍພັກຮາກຖານ ກົມຈັດຕັ້ງ ແລະ ພະນັກງານ-ກົມກວດກາ
  5. ໜ່ວຍພັກຮາກຖານ ຄະນະປັດຊະຍາ ແລະ ຄະນະກໍ່ສ້າງພັກ-ປະຫວັດສາດພັກ
  6. ໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາຕີ ຮຸ່ນທີ 24 ຂ
  7. ໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາຕີ ຮຸ່ນທີ 25 ຂ
  8. ໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາໂທ ຮຸ່ນທີ 16
  9. ໜ່ວຍພັກຮາກຖານ ນັກສຶກສາ ອະນຸປະລິນຍາ ຮຸ່ນທີ 19

ນອກນັ້ນ, ໃນພິທີໄດ້ຖືເອົາໂອກາດສຳຄັນດັ່ງກ່າວປະກາດການຈັດຕັ້ງຂັ້ນຮອງກົມ ຫຼື ທຽບເທົ່າ ແລະຂັ້ນຫົວໜ້າພະແນກ, ຮອງພະແນກ ຫຼື ທຽບເທົ່າ. ໃຫ້ກຽດຜ່ານຂໍ້ຕົກລົງຂອງຫົວໜ້າ ສມປຊ ໂດຍ ທ່ານ ປທ ນ. ພອນໄຊ ລາດຊະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ.

  1. ທ່ານ ປທ ບຸນໜາ ສີຫາລາດ ຫົວໜ້າພະແນກບໍລິຫານ ຂຶ້ນເປັນ ຮອງຫົວໜ້າຫ້ອງການ ສມປຊ.
  2. ທ່ານ ປອ ພອນວິໄລ ພົມວຽງໄຊ ຫົວໜ້າພາກວິຊາການເມືອງວິທະຍາ ຂຶ້ນເປັນ ຮອງຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ.
  3. ທ່ານ ປອ ນ. ຈັນທະໜອມ ບັນດາວົງ ຫົວໜ້າພາກວິຊາກໍ່ສ້າງພັກ ຂຶ້ນເປັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ.
  4. ທ່ານ ພຸດສະດີ ສີຫາລາດ ຮອງຫົວໜ້າພະແນກບໍລິຫານ ຂຶ້ນເປັນຫົວໜ້າພະແນກບໍລິຫານຂຶ້ນກັບຫ້ອງການ
  5. ທ່ານ ປທ ຄອນສະຫວັນ ແພງບຸບບຜາ ຮອງຫົວໜ້າພະແນກຄຸ້ມຄອງຊັບສິນ ແລະໄອທີ ຂຶ້ນເປັນຫົວໜ້າພະແນກຄຸ້ມຄອງຊັບສິນ ແລະໄອທີ ຂຶ້ນກັບຫ້ອງການ.
  6. ທ່ານ ປທ ດາລາວອນ ພອນສະຫວັນ ຮອງຫົວໜ້າພະແນກປະຫວັດການເຄື່ອນໄຫວ ຂອງ ປະທານ ໄກສອນ ພົມວິຫານ ຂຶ້ນເປັນ ຫົວໜ້າພະແນກປະຫວັດການເຄື່ອນໄຫວ ຂອງປະທານ ໄກສອນ ພົມວິຫານ, ຂຶ້ນກັບສູນຄົ້ນຄວ້າ ແນວຄິດໄກສອນພົມວິຫານ.
  7. ທ່ານ ພູນສຸກ ສິດທິແສງ ຮອງຫົວໜ້າພະແນກພະນັກງານ ຂຶ້ນເປັນຫົວໜ້າພະແນກພະນັກງານ, ກົມຈັດຕັ້ງ-ພະນັກງານ.
  8. ທ່ານ ປທ ຕຽງລາວັນ ແກ້ວບົວວັນ ຂຶ້ນເປັນ ຮອງຫົວໜ້າພະແນກສັງລວມ ຂຶ້ນກັບຫ້ອງການ
  9. ທ່ານ ວິໄລສັກ ບຸນຕາບັນດິດ ຂຶ້ນເປັນ ຮອງຫົວໜ້າພະແນກຄຸ້ມຄອງຊັບສິນ ແລະ ໄອທີ ຂຶ້ນກັບຫ້ອງການ
  10.  ທ່ານ ທອງດຳ ທໍາມະວົງ ຂຶ້ນເປັນ ຮອງຫົວໜ້າພະແນກກວດກາພັກຂຶ້ນກັບກົມກວດກາ.
  11. ທ່ານ ນ. ອານຸລັກ ແກ້ວຄຳດີ ຂຶ້ນເປັນຮອງພາກວິຊາ ປະຫວັດປັດຊະຍາກ່ອນມາກ-ເລນິນຂຶ້ນກັບຄະນະປັດຊະຍາ
  12. ທ່ານ ນ. ທັດສະລີ ພົມສີສຸວັນ ຂຶ້ນເປັນຮອງພາກວິຊາ ປັດຊະຍາມາກ-ເລນິນ ຂຶ້ນກັບຄະນະປັດຊະຍາ
  13. ທ່ານ ນ. ເພັດສະດີ ຄັນທະວົງ ຂຶ້ນເປັນຮອງພາກວິຊາ ກໍ່ສ້າງພັກ ຂຶ້ນກັບຄະນະກໍ່ສ້າງພັກ ແລະປະຫວັດສາດພັກ.
  14. ທ່ານ ປອ ອຸທອນ ຈາວພະລີພັນ ຫົວໜ້າພະແນກ ຫ້ອງການເລຂາສະພາວິທະຍາສາດໂຍກຍ້າຍບ່ອນເຮັດວຽກ ຢູ່ ພາກວິຊາວິທະຍາສາດການບໍລິຫານ ຂຶ້ນກັບຄະນະບໍລິຫານສາດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ