ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄົບຮອບ 28 ປີ (27.2.1955-27.2.2023) ໄດ້ຈັດຂຶ້ນຢ່າງຄຶກຄື້ນໃນວັນທີ 27 ກຸມພາ 2023 ທີ່ ສະໂມສອນ ສມປຊ, ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຄະນະບໍລິຫານງານພັກ, ຄະນະອຳນວຍການ, ຫົວໜ້າກົມພ້ອມດ້ວຍຄະນະກົມຕ່າງໆ, ຫົວໜ້າຫ້ອງການພ້ອມດ້ວຍຄະນະ, ຫົວໜ້າຄະນະພ້ອມດ້ວຍຄະນະຕ່າງໆ ແລະຫົວໜ້າສູນພ້ອມດ້ວຍຄະນະສູນຕ່າງໆ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ ແລະມີການຮັບຊົມການສະແດງສິລະປະ-ວັນນະຄະດີຢ່າງມ່ວນຊື່ນ.

ຈາກນັ້ນ, ທ່ານ ປທ ສົນທະຍາ ເທບນຸຮັກ ຮອງຫົວໜ້າຫ້ອງການ ສມປຊ ໄດ້ຕາງໜ້າຂຶ້ນຜ່ານຜົນງານຂອງ ສມປຊ ຕະຫຼອດໄລຍະ 28 ປີວ່າ: ພາຍຫຼັງການສ້າງຕັ້ງພັກໃນວັນທີ 22 ມີ​ນາ 1955 ສູນກາງພັກກໍ່ໄດ້ເອົາໃຈໃສ່ຈັດຕັ້ງການເຝິກອົບຮົມ, ບຳລຸງຍົກລະດັບພະນັກງານ, ສະມາຊິກພັກ ແລະກຳລັງປະກອບອາວຸດປະຊາຊົນໃຫ້ມີທັດສະນະຫຼັກໝັ້ນປະຕິວັດໜັກແໜ້ນຮັບໃຊ້ການຕໍ່ສູ້ປົດປ່ອຍຊາດ, ມາເຖິງເດືອນ ມີນາ ປີ 1960, ຄະນະປະຈຳສູນກາງພັກ (ກົມການເມືອງ) ໄດ້ຕົກລົງສ້າງຕັ້ງສູນເຝິກອົບຮົມ, ກໍ່ສ້າງທິດສະດີມາກ-ເລນິນ ຢູ່ເຂດທີ່ໝັ້ນແຂວງຫົວພັນ, ເຊິ່ງມີຊື່ວ່າ: ໂຮງຮຽນການເມືອງ-ການທະຫານ ແລະໂຮງຮຽນສາມັກຄີຂອງສູນກາງ.

ນັບແຕ່ 1960-1976, ໂຮງຮຽນສາມັກຄີຂອງສູນກາງໄດ້ຮັບການມອບໝາຍໃຫ້ເຮັດໜ້າທີ່ສຶກສາອົບຮົມ ແລະປະກອບອາວຸດແນວຄິດໃຫ້ແກ່ຖັນແຖວພະນັກງານຫຼັກແຫຼ່ງ ໃຫ້ຮູ້ນຳພາຂົນຂວາຍປະຊາຊົນ, ຕີສັດຕູ, ກໍ່ສ້າງຮາກຖານການເມືອງ, ສ້າງເຂດປົດປ່ອຍໃຫ້ຄ້າຍຄືກັບລັດໜຶ່ງ ເພື່ອກາຍເປັນບ່ອນເຕົ້າໂຮມກຳລັງແຮງຂອງການປະຕິວັດດຳເນີນການຕໍ່ສູ້ກັບພວກສັດຕູຜູ້ຮຸກຮານຈາກຕ່າງດ້າວ.

         ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ສະຖາປະນາ​ເປັນ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ (ສປປ ລາວ) ຂຶ້ນໃນວັນທີ 2 ທັນວາ ປີ 1975, ພັກໄດ້ກາຍເປັນພັກກຳອຳນາດຢ່າງເປີດເຜີຍ ແລະນຳພາທົ່ວພັກ, ກອງທັບ ແລະປະຊາຊົນລາວທັງຊາດປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາປະເທດຊາດ ແລະກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ.

ໃນຊຸມປີ 1990 ສະພາບການຂອງໂລກໄດ້ມີການປ່ຽນແປງ, ເຊິ່ງມີທັງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກທີ່ສົ່ງຜົນກະທົບຕໍ່ພາລະກິດປະຕິວັດ ຂອງປະເທດພວກເຮົາ. ສະເພາະຢູ່ພາຍໃນປະເທດ, ການຈັດຕັ້ງປະຕິບັດ ແນວທາງປ່ຽນແປງ

ໃໝ່ຂອງພັກ ໄດ້ຮັບຜົນສຳເລັດຫຼາຍດ້ານທີ່ເປັນໜ້າເພີ້ງພໍໃຈ, ສິ່ງສຳຄັນອີກປະການໜຶ່ງ ແມ່ນລັດເຮົາໄດ້ຫັນແນວທາງປ່ຽນແປງໃໝ່ຂອງພັກເປັນກົດໝາຍພື້ນຖານຂອງຊາດ, ເປັນລັດຖະທຳມະນູນ. ຍ້ອນແນວນັ້ນກົມການເມືອງສູນກາງພັກ ແລະລັດຖະບານ ຈິ່ງໄດ້ຕົກລົງສ້າງຕັ້ງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຂຶ້ນ​ໃນ​ວັນ​ທີ 27 ກຸມພາ 1995 ໂດຍໂຮມເອົາໂຮງຮຽນຊັ້ນສູງພັກ-ລັດ ຂອງສູນກາງກັບໂຮງຮຽນການປົກຄອງ ແລະ ຄຸ້ມຄອງແຫ່ງຊາດເຂົ້າ ກັນ[1]. ໜ້າທີ່ການເມືອງໃນໄລຍະນີ້ແມ່ນສຸມໃສ່ສ້າງລະບົບການບຳລຸງກໍ່ສ້າງພະນັກງານການນຳ ແລະຄຸ້ມຄອງທັງລະບົບຊັ້ນສູງ ແລະປະລິນຍາຕີການເມືອງ ແລະ ການປົກຄອງ ຢ່າງເປັນລະບົບ, ເອົາການຄົ້ນຄວ້າທິດສະດີ ແລະສະຫຼູບພຶດຕິກຳຕິດພັນກັບການຮຽນ-ການສອນ ເທື່ອລະກ້າວ.

ສັງລວມແລ້ວ 28 ປີ (27 ກຸມ​ພາ 1995-27 ກຸມ​ພາ 2023) ມານີ້ພາຍໃຕ້ການນຳ​ພາ-ຊີ້ນຳອັນຖືກຕ້ອງ ແລະໃກ້ຊິດຕິດແທດຂອງກົມການເມືອງສູນກາງພັກ, ບວກໃສ່ການນຳພາ ໂດຍກົງຂອງກຳມະການສູນກາງພັກ, ອາດີດຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊັ່ນ: ສຈ.ປອ. ພັນດວງຈິດ ວົງສາ, ສຈ.ປອ. ຈະເລີນ ເຢຍປາວເຮີ, ສຈ.ປອ. ກິແກ້ວ ໄຂຄຳພິທູນ, ຮສ ປອ ທອງ​ສະ​ລິດ ມັງໜໍ່​ເມກ ແລະ ຮສ ພູວົງ ອຸ່ນຄໍາແສນ ພວກເພີ່ນລ້ວນແຕ່ມີບົດຮຽນໃນການນຳ​ພາ-ຊີ້ນຳ ທີ່ປີຊາສາມາດ, ຮູ້ເສີມຂະຫຍາຍມູນເຊື້ອອັນດີງາມຂອງການນຳຮຸ່ນກ່ອນນຳພາສະຖາບັນພວກເຮົາສາມາດບືນຂຶ້ນ ແລະຍາດໄດ້ຜົນງານດີເດັ່ນໃນຫຼາຍດ້ານເຊິ່ງສະແດງອອກຄື:ໄດ້ປັບປຸງ ແລະຍົກລະດັບຄຸນນະພາບບຳລຸງຍົກລະດັບ ແລະການກໍ່ສ້າງພະນັກງານນຳພາ ແລະຄຸ້ມຄອງແຕ່ລະຂັ້ນໃຫ້ສູງຂຶ້ນເລື້ອຍໆ. ສູນກາງພັກໄດ້ຊີ້ນຳການຈັດຕັ້ງບຳລຸງຍົກລະດັບໃຫ້ພະນັກງານນຳພາ ແລະຄຸ້ມຄອງດ້ວຍການສຶກສາອົບຮົມແນວທາງການເມືອງໄລຍະສັ້ນຕາມລະບົບຮຽນ 45 ວັນ, 2 ເດືອນ, 4 ເດືອນ, 10 ເດືອນ ກ້າວຂຶ້ນມາຈັດຕັ້ງລະບົບຮຽນອະ​ນຸ​ປະ​ລິນ​ຍາ (ຊັ້ນສູງ) 1 ປີ 6 ເດືອນ, 2 ປີ, ປະລິນຍາຕີ 4 ປີ ແລະ ປະລິນຍາໂທ 2 ປີ ຢ່າງເປັນລະບົບ. ຈັດຕັ້ງການຮຽນ-ການສອນລະບົບຊັ້ນສູງເລັ່ງລັດ 5 ເດືອນ ສຳເລັດ 31ຊຸດ, ມີຜູ້ເຂົ້າຮຽນທັງໝົດ 2.033 ຄົນ, ຍິງ 311 ຄົນ; ຈັດຕັ້ງລະບົບການຮຽນ-ການສອນອະ​ນຸ​ປະ​ລິນ​ຍາ (ຊັ້ນສູງ) ລະບົບ 2 ປີໄດ້ທັງໝົດ 19 ຊຸດ (ບໍ່ນັບຊຸດຮຽນຢູ່ທ້ອງຖິ່ນ) ມີຜູ້ເຂົ້າຮຽນທັງໝົດ 1.166 ຄົນ, ຍິງ 251 ຄົນ ມາຮອດປີ 2014 ​ໄດ້​ປັບປຸງ​ຫຼັກສູດຊັ້ນສູງ​ເປັນ​ອະນຸຸຸຸຸຸຸຸຸຸຸຸຸຸປະລິນຍາ ​​ແລະຈັດຕັ້ງ​ໄດ້ 8 ຊຸດ ມີ​ຜູ້​ເຂັ້າຮຽນ 699 ຄົນ, ຍິງ 161 ຄົນ; ໄດ້ເປີດຊຸດຮຽນປະລິນຍາຕີ 25 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 1.998 ຄົນ, ຍິງ 382 ຄົນ; ໄດ້ເປີດລະບົບປະລິນຍາຕີເຊື່ອມຕໍ່ 13 ຊຸດ ມີຜູ້ ເຂົ້າຮຽນທັງໝົດ 384 ຄົນ, ຍິງ 97 ຄົນ; ລະບົບທິດ​ສະ​ດີ​ການ​ເມືອງ ຂັ້ນ​ຕົ້ນ 3 ເດືອນ ມີ 1 ຊຸດ ມີ​ຜູ້​ເຂົ້າ​ຮຽນທັງ​ໝົດ 60 ຄົນ, ຍິງ 28 ຄົນ; ທິດ​ສະ​ດີ​ການ​ເມືອງ​ຂັ້ນສູງ  9 ເດືອນ ມີ 2 ຮຸ່ນ ຄື: ຮຸ່ນ​ທີ 1 ແລະ ຮຸ່ນ​ທີ 2 ມີນັກສຶກສາທັງໝົດ 120 ຄົນ, ຍິງ 19 ຄົນ (ຍັງສືບຕໍ່ຮຽນ).ປະລິນຍາຕີຮັບໃຊ້ການນຳ 6 ຊຸດ, ມີຜູ້ເຂົ້າຮຽນ 143 ຄົນ, ຍິງ 19 ຄົນ; ລະບົບປະລິນຍາໂທໄດ້ 18 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 1.070 ຄົນ, ຍິງ 217 ຄົນ; ປະລິນຍາໂທຮັບໃຊ້ການນຳໄດ້ 6 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 122 ຄົນ, ຍິງ 20 ຄົນ. ນອກຈາກນັ້ນຍັງດຳເນີນການເປີດຮຽນພາກວັນເສົາ-ອາທິດ ແລະພາກຄ່ຳ ຈຳນວນໜຶ່ງ.

         ນັບແຕ່ 2005 ມາຮອດປັດຈຸບັນ ບັນດາກະຊວງ ແລະອົງການຈັດຕັ້ງພັກ-ລັດ ໄດ້ເອົາໃຈໃສ່ການເຝິກອົບຮົມພະນັກງານຂອງຕົນຫຼາຍຂຶ້ນ, ສາມາດຈັດຕັ້ງເຝິກອົບຮົມໄດ້ທັງໝົດ 278 ຊຸດ, ມີຜູ້ເຂົ້າເຝິກອົບຮົມທັງໝົດ 18,478 ຄົນ, ຍິງ 6.774 ຄົນ; ເດັ່ນກວ່າໝູ່ມີກະຊວງສາທາລະນະສຸກ ໄດ້ 25 ຊຸດ, ກະຊວງແຜນການ ແລະການລົງທຶນ ໄດ້ 16 ຊຸດ. ກະຊວງກະສິກຳ ແລະປ່າໄມ້ໄດ້ 20 ຊຸດ ແລະກະຊວງໂຍທາທິການ ແລະຂົນສົ່ງໄດ້ 24 ຊຸດ. ນັບແຕ່ປີ 1995 ເປັນຕົ້ນມາໄດ້ສ້າງຫຼັກສູດໃໝ່ຄື: ຫຼັກສູດຊັ້ນກາງ, ຫຼັກສູດຊັ້ນສູງ (ຊັ້ນສູງ 2 ປີ ແລະ 5 ເດືອນ), ຫຼັກສູດປະລິນຍາຕີລວມມີ 7 ສາຂາ (ສາຂາວິຊາການເມືອງ, ສາຂາວິຊາຄຸ້ມຄອງເສດຖະກິດ, ສາຂາວິຊາການປົກຄອງ, ສາຂາວິຊາວຽກງານຈັດຕັ້ງ, ສາຂາວິຊາວຽກງານກວດກາ, ສາຂາວິຊາວຽກງານອົງການຈັດຕັ້ງມະຫາຊົນ, ສາຂາວິຊາວຽກງານໂຄສະນາອົບຮົມ), ປະລິນຍາໂທ ລວມມີ 7 ສາຂາ (ສາຂາວິຊາປັດຊະຍາ, ສາຂາວິຊາເສດຖະສາດການເມືອງ, ສາຂາວິຊາຄຸ້ມຄອງເສດຖະກິດ, ສາຂາວິຊາການເມືອງວິທະຍາ, ສາວິຊາການປົກຄອງ, ສາຂາວິຊາກໍ່ສ້າງພັກ ແລະສາ​ຂາ​ວິ​ຊາ​ລັດ​ທິ​ການ​ເມືອງວິ​ທະ​ຍາ​ສາດ​).

ພາຍຫຼັງສູນກາງພັກ ໄດ້ຕົກລົງໃຫ້ສະຖາບັນຊີ້ນຳໂຮງຮຽນການເມືອງ-ການປົກຄອງທາງດ້ານວິຊາການ, ຄະນະນຳ ແລະຄູ-ອາຈານ ໄດ້ຮີບຮ້ອນປັບປຸງຫຼັກສູດ ແລະສ້າງກົນໄກເຄື່ອນໄຫວປະສານກັບໂຮງຮຽນການເມືອງ-ການປົກຄອງແຂວງ ຢ່າງເປັນລະບົບ, ຕິດຕາມກວດກາຊຸກຍູ້ການເຄື່ອນໄຫວແຕ່ລະໄລຍະ, ໃນແຕ່ລະປີມີການບຳລຸງຄູ ແລະ ສະຫຼຸບຖອດຖອດບົດຮຽນ ຢ່າງເປັນປົກກະຕິ. ແຕ່ປີ 2004 ເປັນຕົ້ນມາແຕ່ລະແຂວງລ້ວນແຕ່ມີໂຮງຮຽນການເມືອງ-ການປົກຄອງຂອງຕົນເອງ ແລະໄດ້ເປີດສອນລະບົບຮຽນຕ່າງໆ ທັງໝົດ 284 ຊຸດ ມີຜູ້​ເຂົ້າຮຽນທັງໝົດ 16.579 ຄົນ, ຍິງ 3.210 ​ໃນ​ນັ້ນລະບົບ​ຊັ້ນກາງ​ມີ 237 ຊຸດ ມີຜູ້​ເຂົ້າຮຽນທັງໝົດ 12.563 ຄົນ, ຍິງ 2.421 ຄົນ,  ລະບົບ​ຊັ້ນສູງ​ມີ 49 ຊຸດ ມີຜູ້​ເຂົ້າຮຽນທັງໝົດ 3.874 ຄົນ, ຍິງ 789 ຄົນ.

ສັງລວມແລ້ວ, ເສັ້ນທາງການເຕີບໃຫຍ່ຂະຫຍາຍຕົວ 28 ປີ ຜ່ານມາຂອງສະຖາບັນຕິດພັນກັບການພັດທະນາປະເທດຊາດ ແລະໃຕ້ການຊີ້ນຳອັນປີຊາສາມາດສະຫຼາດສ່ອງໃສຂອງສູນກາງພັກ, ໂດຍມີກົມການເມືອງ ແລະຄະນະເລຂາທິການສູນກາງພັກ ໃຫ້ທິດຊີ້ນຳຢ່າງເປັນປະຈຳ. ຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາພາຍໃນສະຖາບັນໄດ້ອອກແຮງຂຸດຄົ້ນ, ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຢ່າງສຸດຂີດພັດທະນາສະຖາບັນໃຫ້ເຕີບໃຫຍ່ເຂັ້ມແຂງ, ໃຫ້ກາຍເປັນເບົ້າຫຼໍ່ພະນັກງານນຳພາ ແລະຄຸ້ມຄອງຢູ່ສູນກາງ ແລະທ້ອງຖິ່ນຂອງປະເທດເຮົາຢ່າງບໍ່ຮູ້ອິດຮູ້ເມື່ອຍ. ຕໍ່ໜ້າເງື່ອນໄຂ ແລະສະພາບການໃໝ່ນີ້, ສະຖາບັນພວກເຮົາຍັງຈະຕ້ອງສືບຕໍ່ຍົກສູງຄວາມຮັບຜິຊອບຂອງຕົນໃຫ້ສູງຂຶ້ນ; ທັງຊອກຫາກົນໄກ, ວິທີການ ແລະມາດຕະການບຳລຸງ ແລະກໍ່ສ້າງພະນັກງານນຳພາ ແລະຄຸ້ມຄອງໃໝ່ໃຫ້ສອດຄ່ອງກວ່າເກົ່າເພື່ອພາປະເທດຊາດເດີນຕາມເສັ້ນທາງສັງຄົມນິຍົມ ແລະເຊື່ອມໂຍງກັບພາກພື້ນ ແລະສາກົນຢ່າງເປັນເຈົ້າການ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ