ເພື່ອສະແດງຄວາມຮູ້ບຸນຄຸນ ແລະລະນຶກເຖິງຜົນງານອັນຍິ່ງໃຫຍ່ ຂອງ ປະທານ ໄກສອນ ພົມວິຫານ ຊື່ງທ່ານໄດ້ເປັນຫຼັກແຫຼ່ງໃນການນຳພາບູລະນະພັກ ໃນພາລະກິດປົດປ່ອຍຊາດ ແລະພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ສະນັ້ນ, ໃນວັນທີ 7 ມີນາ 2023 ສະຫາຍ ປອ ນ. ລຳພູນ ດວນສຸວັນ ກຳມະການສູນກາງສະຫະພັນແມ່ຍິງລາວ, ປະທານ ສະຫະພັນແມ່ຍິງ ສມປຊ , ເຂົ້າຮ່ວມມີໜ່ວຍແມ່ຍິງຮາກຖານພະນັກງານ, ຄູ-ອາຈານ ແລະນັກສຶກສາ ພ້ອມກັນໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 113 ປີ (8.3.1910-8.3.2023) ໄດ້ມາເຕົ້າໂຮມກັນຢ່າງພ້ອມພຽງກັນວາງກະຕ່າດອກໄມ້ ເພື່ອເປັນການລະນຶກເຖິງ ບຸນຄຸນອັນລ້ຳເລີດ ຂອງ ປະທານ ໄກສອນ ພົມວິຫານ ຕະຫຼອດໃນຊີວິດການເຄື່ອນໄຫວພາລະກິດປະຕິວັດ ຂອງ ທ່ານ ຍາມໃດ ປະທານ ໄກສອນ ພົມວິຫານ ກໍໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ເພື່ອຍົກສູງບົດບາດການນຳພາຂອງພັກ ແລະອົງການຈັດຕັ້ງມະຫາຊົນ. ເວົ້າລວມ, ເວົ້າສະເພາະ ກໍແມ່ນອົງການຈັດຕັ້ງສະຫະພັນແມ່ຍິງລາວ ທ່ານ ປະທານ ໄດ້ເອົາໃຈໃສ່ຍົກສູງບົດບາດ ຂອງແມ່ຍິງລາວບັນດາເຜົ່າ ທົ່ວປະເທດໃຫ້ເທົ່າທຽບຢູ່ໃນເວທີສາກົນ, ໃຫ້ຄວາມສໍາຄັນໃນດ້ານການຍົກສູງ ບົດບາດຍິງ-ຊາຍ ແລະຍົກລະດັບຄວາມຮູ້, ຄວາມສາມາດ ຂອງເອື້ອຍນ້ອງແມ່ຍິງລາວ ເຂົ້າສູ່ທຸກຂົງເຂດວຽກງານ ແລະໃນຕອນແລງຂອງວັນດຽວກັນ ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກິດຈະກຳອອກແຮງງານລວມ ທົ່ວສະຖາບັນ ພ້ອມທັງສ້າງຂະບວນການກິລາບານເຕະມິດຕະພາບລະຫວ່າງທີມ ພະນັກງານ, ຄູ-ອາຈານ ແລະນັກສຶກສາ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ