ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດການເຝິກອົບຮົມ ພາຍໃຕຫົວຂໍ້ “ຄວາມອາດສາມາດໃນການນໍາພາຂອງພະນັກງານບໍລິຫານຂັ້ນພະແນກ ແລະຂັ້ນຮອງກົມຈໍານວນໜຶ່ງ ຢູ່ ສມປຊ”​ ເປັນເວລາ 3 ວັນ (1-3 ມີນາ 2023), ການຈັດເຝິກອົບຮົມໃນຄັ້ງນີ້ແມ່ນໂຄງການປະກວດ Project Award ຂອງຄະນະທີມງານທີ່ໄດ້ໄປເຂົ້າຮ່ວມເຝິກອົບຮົມພາວະຜູ້ນຳໃນການບໍລິຫານລັດ ທີ່ທາງສະຖານ ທູດອົດສະຕາລີ ປະຈຳລາວຈັດຂຶ້ນໃນໄລຍະຜ່ານມາ” ແມ່ນຜົນສຳເລັດອັນໜຶ່ງຂອງຄະນະຮັບຜິດຊອບເຝິກອົບຮົມທີ່ໄດ້ຍາດແຍ່ງຂຽນເປັນໂຄງການປະກວດແລະໄດ້ຮັບທຶນການຊ່ວຍເຫຼືອຈາກສະຖານທູດອົດສະຕາລີ. ເຊິ່ງຈຸດປະສົງກໍເພື່ອສ້າງຄວາມອາດສາມາດ ໃນການນຳພາໃຫ້ແກ່ພະນັກງານ-ຄູອາຈານ ກໍ່ຄືການນຳຂັ້ນພະແນກທົ່ວ ສມປຊ ໃຫ້ສາມາດນຳພາທີມງານຂອງຕົນໃນການປະຕິບັດໜ້າທີ່ວຽກງານໃຫ້ໄດ້ດີຂຶ້ນກວ່າເກົ່າ.      ການເຝິກອົບຮົມດັ່ງກ່າວໄດ້ຈັດຂຶ້ນ ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດການເປັນປະທານໂດຍ: ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍພະນັກງານ, ຄູ-ອາຈານ ຂັ້ນພະແນກທົ່ວ ສມປຊ.

ການເຝິກອົບຮົມຄັ້ງນີ້ມີ​ຜູ້​ເຂົ້າ​ຮ່ວມ​ທັງໝດ 55 ທ່ານ,  ຍິງ 22 ທ່ານ, ໃນນັ້ນ, ມີວິທະຍາກອນ 05 ທ່ານ, ຍິງ 01 ທ່ານ, ສຳມະນາກອນມີ 42 ທ່ານ, ຍິງ 18 ທ່ານ ແລະຄະນະຊ່ວຍວຽກ 08 ທ່ານ, ຍິງ 04 ທ່ານ. ພິເສດມີການນຳຂັ້ນຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເຂົ້າຮ່ວມເປັນຜູ້ຊີ້ນຳ.

ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຮອງຫົວໜ້າຄະນະບໍລິຫານສາດ, ຄະນະຈັດເຝິກອົບຮົມໄດ້ຜ່ານບົດສະຫຼຸບຕີລາຄາການເຝິກອົບຮົມວ່າ:

ຜ່ານ​ການ​ເຝິກອົບຮົມ​​ເປັນ​ເວລາ 3 ວັນເຫັນ​ໄດ້​ວ່າ​​ນັກ​ສໍາ​ມະ​ນາກ​ອນມີຄວາມເອົາໃຈໃສ່ຢ່າງກະຕືລືລົ້ນໃນ​ການ​​ເຮັດ​ກິດຈະກໍາ​ຮ່ວມກັນ​ຢ່າງ​ມີ​ບັນຍາກາດ​ຟົດຟື້ນ, ມີ​ການ​ແລກປຽ່ນ ​ແລະປະກອບ​ຄໍາ​ຄິດ​ຄໍາ​ເຫັນ​ໃສ່ວິທີ​ການ​ສອນ​ຂອງ​ແຕ່​ລະ​ກຸ່ມ​ຢ່າງ​ສ້າງສັນ. ນອກຈາກ​ນັ້ນ, ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສໍາ​ມະ​ນາກ​ອນສາມາດ​ປະຕິບັດໄດ້​ຕາມ​ວັນ​ເວລາ​ທີ່​ກໍານົດ ​ແລະບໍ່ມີ​ການ​ຂາດ​ຮຽນ.

ຮູບແບບການສິດສອນ, ເນື້ອໃນບົດສອນ ແລະຮູບແບບກິດຈະກຳຕ່າງໆ ຂອງວິທະຍາກອນແມ່ນສາ ມາດຖ່າຍທອດໄດ້ດີ, ສອດຄ່ອງ ແລະ​ເຂົ້າ​ໃຈງ່າຍ. ພິເສດແມ່ນໄດ້ຮັບຄວາມເອົາໃຈໃສ່ເປັນຢ່າງສູງຈາກຄະນະນຳຂັ້ນເທິງກໍ່ຄື ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ, ຄະນະບໍລິຫານງານພັກ ໄດ້ໃຫ້ກຽດເປັນຜູ້ຊີ້ນຳໂດຍກົງ ແລະເປັນວິທະຍາກອນຮ່ວມນຳຄະນະຮັບຜິດຊອບໃນການຈັດເຝິກອົບຮົມ, ຂຶ້ນຫ້ອງສອນດ້ວຍຄວາມເອົາໃຈ ໃສ່ ແລະເປັນຫ່ວງເປັນໄຍຕໍ່ສຳມະນາກອນທຸກໆທ່ານ. ເຊິ່ງໄດ້​ເຮັດ​ໃຫ້​ນັກ​ສໍາ​ມະ​ນາກ​ອນມີຄວາມກະຕືລືລົ້ນໃນການຮຽນ, ສາມາດປະຕິບັດໂມງເວລາໄດ້ດີ ແລະເຂົ້າຮ່ວມທຸກກິດຈະກຳຢ່າງເປັນເຈົ້າການ ແລະສາມາດແລກປ່ຽນ, ຖອດຖອນເອົາບົດຮຽນໄດ້ເປັນຢ່າງດີ ແລະໄດ້ຮ່ວມກັນສ້າງສັນຍາຄວາມມຸ້ງໝັ້ນຮ່ວມກັນໃຫ້ສຳມະນາກອນທັງໝົດກໍ່ຄືການນຳຂັ້ນພະແນກທຸກພະແນກທົ່ວ ສມປຊ ໃນການຫັນປ່ຽນຮ່ວມກັນໃນການນຳພາເພື່ອຫັນປ່ຽນຕົນເອງ, ຫັນປ່ຽນທິມງານຕົນເອງ, ກົມກອງຕົນເອງ ກໍ່ຄືວຽກງານຂອງສະຖາບັນໃຫ້ດີຂຶ້ນກວ່າເກົ່າ.

ຜ່ານການປະເມີນຈາກສຳມະນາກອນທຸກທ່ານເຫັນໄດ້ຄະແນນຄວາມເພິ່ງພໍໃຈທັງໝົດຄະແນນສະ ເລ່ຍໄດ້ 4.35 ຄະແນນ, ຈັດຢູ່ໃນລະດັບ ດີຫຼາຍ.

ເພື່ອເປັນການຢັ້ງຢືນຄວາມສຳເລັດຕໍ່ກັບການຍົກລະດັບຄວາມຮູ້ຄວາມ, ຄວາມສາມາດຂອງຜູ້ເຂົ້າຮ່ວມເຝິກອົບຮົມດັ່ງກ່າວນັ້ນ;  ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ມອບໃບຢັ້ງຢືນການເຝິກອົບຮົມ ພ້ອມທັງໄດ້ໂອ້ລົມ ແລະໃຫ້ທິດຊີ້ນຳຕໍ່ກັບສຳມະນາກອນ 4 ເນື້ອໃນຈິດໃຈລຸ່ມນີ້:

ໜຶ່ງ; ພະ​ນັກ​ງານ​ການ​ນຳ, ຜູ້​ບໍ​ລິ​ຫານ​ພວກ​ເຮົາ ຕ້ອງ​ກຳ​ແໜ້ນ​ເປົ້າ​ໝາຍ​ລວມ​ຂອງ​ສະ​ຖາ​ບັນ​ເຮົາ​ຄື: ສ້າງ​ໃຫ້​ເປັນ​ສະ​ຖາ​ບັນການ​ສຶກ​ສາ, ທັງ​ເປັນສູນເ​ຝິກ​ອົບ​ຮົມ​ທີ່​ນຳ​ໜ້າ​ທີ່ຊົງ​ກຽດ ຂອງ​ພັກ-ລັດ ກໍ່​ຄື​ປະ​ເທດຊາດ; ກຳ​ແໜ້ນ​ເປົ້າ​ໝາຍ​ຂອງພາກ​ສ່ວນ​ຕົນ, ກຳ​ແໜ້ນ​ພາ​ລະ​ບົດ​ບາດ ແລະໜ້າ​ທີ່ຂອງ​ພາກ​ສ່ວນ​ຕົນ ແລະຂອງ​ພາກ​ສ່ວນ​ອື່ນໃຫ້​ເລິກ​ເຊິ່ງຈະ​ແຈ້ງ, ຊ່ວຍ​ເຫຼືອ​ກັນ, ປະ​ສານ​ງານກັນໃຫ້​ໂລ່ງ​ລ່ຽນ​ກົມ​ກຽວ, ມີ​ບັນ​ຍາ​ກາດ ແລະສະພາບ​ແວດ​ລ້ອມທີ່​ດີ​ໃນ​ການ​ເຮັດ​ວຽກ​ຮ່ວມ​ກັນ​ ພ້ອມ​ກັນ​ກ້າວ​ໜ້າ,

         ສອງ; ​ຈາກ​ການເ​ຝິກ​ອົບ​ຮົມຄັ້ງ​ນີ້​ຈະຊ່ວຍ​ໃຫ້ທຸກ​ຄົ​ນສາ​ມາດຫັນ​ປ່ຽນ​ຕົນ​ເອງ ໄປ​ໃນ​ທາງ​ທີ່​ກ້າວ​ໜ້າ, ຮູ້​ນຳ​ໃຊ້​ທ່າ​ແຮງ​​ບົ່ມມ​ຊ້ອນ​ຂອງ​ຕົນ, ນຳ​ໃຊ້ຊັບ​ພະ​ຍາ​ກອນ, ເວ​ລາ​ທີ່​ມີ​ຢູ່​ຢ່າງ​ຈຳ​ກັດເຂົ້າ​ໃນ​ການ​ນຳ​ພາ ຊີ້​ນຳໜ່ວຍ​ງານ​ຂອງ​ຕົນໃຫ້​ມີ​ປະ​ສິດ​ທິ​ຜົນ​ສູງ​ສຸດ,

ສາມ; ການຄວບຄຸມອາລົມ ແລະການເຂົ້າໃຈຕົນເອງໄດ້ດີ ຈະສົ່ງຜົນໃຫ້ການເຮັດວຽກ ແລະການເຂົ້າໃຈຄົນອື່ນໄດ້ດີເຊັ່ນດຽວກັນ,

       ສີ່; ການສ້າງແຮງຈູງໃຈໃນການເຮັດວຽກ ເປັນຫົວຂໍ້ທີ່ວິທະຍາກອນ ໄດ້ເປີດໂອກາດໃຫ້ນັກຝຶກອົບຮົມ ມີການແລກປ່ຽນເຖິງວິທີສ້າງແຮງຈູງໃຈ ແລະ ການຮັກສາແຮງຈູງໃຈຫຼາຍພໍສົມຄວນ, ຖ້າຈະຍົກເອົາຕາມທິສະດີຂອງ Maslow ແລ້ວ ແມ່ນລາວໄດ້ອະທິບາຍເຖິງ 5 ຄວາມຕ້ອງການ (5 needs) ທີ່ເປັນພື້ນຖານຫຼັກການໃນການສ້າງແຮງຈູງໃຈໃນການເຮັດວຽກ, ເຊິ່ງມີອັນໃດແດ່ນັ້ນ ທາງວິທະຍາກອນໄດ້ບັນລະຍາຍໄປແລ້ວ ບັນດາທ່ານສາມາດສຶກສາເພີ່ມເຕີມ ເພື່ອຈະນໍາມາປັບໃຊ້ໃນຕົວຈິງໄດ້.

         ແລະທັງໝົດນີ້ກໍເປັນເນື້ອໃນຈິດໃຈ ທີ່ ທ່ານ  ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ເນັ້ນໃຫ້ບັນດານັກສໍາມະນາກອນເອົານໍາໄປໃຊ້ເຂົ້າໃນການນຳພາ, ການບໍລິຫານຈັດການວຽກງານໃນພະແນກ, ໃນກົມກອງຂອງຕົນໃຫ້ດີຂຶ້ນກວ່າເກົ່າ ແລະຫັນເປັນມືອາຊີບຫຼາຍຂຶ້ນ.

ຂ່າວ/ພາບ ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ