ກອງປະຊຸມທາງໄກ ລະຫວ່າງຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກັບ ກົມພັວພັນຮ່ວມມື ຂອງສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ.
ໃນວັນທີ 16 ກຸມພາ 2022, ຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ກົມພົວພັນຮ່ວມມື ຂອງສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ເປັນຄັ້ງທຳອິດ ພາຍໃຕ້ການເປັນ ປະທານ ຂອງ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄຳ ຄະນະພັກ, ຫົວໜ້າຫ້ອງການ ສະຖານບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີຄະນະກົມ, ຄະນະພະແນກ ແລະ…
ສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ບໍລິຈາກເລືອດ ເນື່ອງໃນວັນສ້າງຕັ້ງສະຫະພັນ ກຳມະບານລາວ
ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ (1/2/1956-1/2/2022) ສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງການບໍລິຈາກເລືອດຈາກບັນດາສະມາຊິກກຳມະບານຂອງແຕ່ລະຮາກຖານຂອງ ສມປຊ ໄດ້ຮ່ວມແຮງຮ່ວມໃຈກັນບໍລິຈາກເລືອດໃຫ້ແກ່ສູນເລືອດແຫ່ງຊາດ ຂອງອົງການກາແດງລາວໃນວັນທີ 28 ມັງກອນ 2022 ທີ່ສູນກາງສະຫະພັນກຳມະບານລາວ. ການບໍລິຈາກເລືອດຄັ້ງນີ້ ກໍ່ຢູ່ໃນທ່າມກາງທີ່ທົ່ວທັງໂລກ ພວມຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະມີສະມາຊິກກໍາມະບານພະນັກງານ, ຄູ-ອາຈານ ແລະນັກສຶກສາຮ່ວມບໍລິຈາກເລືອດທັງໝົດ 7 ສະຫາຍ ຊຶ່ງເປັນການບໍລິຈາກທີ່ບໍລິສຸດ, ໂດຍບໍ່ໄດ້ຫວັງຜົນຕອບແທນແຕ່ຢ່າງໃດ ທັງນີ້ກໍ່ເປັນການບໍລິຈາກເລືອດ ແລະຜະລິດຕະພັນເລືອດທີ່ປອດໄພ ເພື່ອເປັນການຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ…
ໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບອະນຸປະລິນຍາຮຸ່ນທີ XVI
ໃນຕອນເຊົ້າຂອງວັນທີ 28 ມັງກອນ 2022 ຜ່ານມາທີ່ສະໂມສອນໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງລະບົບອະນຸປະລິນຍາ ຮຸ່ນທີ XVI. ໂດຍການເປັນປະທານ ຂອງ ທ່ານ ປທ ນ ບຸນມີ ຈຸນລະຈັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ປອ ຊົງເລົາ ຢົງນູ, ກຳມະການປະຈຳພັກ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ແລະ…
ການປະຕິຮູບທີ່ຢືນຍົງ ມີປະສິດທິພາບ ແລະປະສິດທິຜົນສູງຂຶ້ນ ຂອງລັດວິສາຫະກິດໄຟຟ້າລາວ
ໃນຕອນເຊົ້າຂອງວັນທີ 27 ມັງກອນ 2022 ນີ້ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ລັດວິສາຫະກິດ ໄຟຟ້າລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຕະຫຼອດ 60 ປີຜ່ານມາ ທາງບໍລິສັດໄດ້ໄດ້ມີຜົນສຳເລັດເປັນກ້າວໆ ໂດຍໄດ້ເຮັດທຸກວິທີທາງເພື່ອໃຫ້ປະຊາຊົນລາວໄດ້ຊົມໃຊ້ໄຟຟ້າຢ່າງທົ່ວເຖິງ, ຄຽງຄູ່ກັນນັ້ນຍັງມີຂໍ້ຄົງຄ້າງ ແລະສິ່ງທ້າທາຍທີ່ລັດວິສາຫະກິດພວກເຮົາ ຕ້ອງໄດ້ສືບຕໍ່ໃນການປັບປຸງຕົນເອງ ກໍຄືການປະຕິຮູບເພື່ອຕອບສະໜອງຕາມຄວາມຕ້ອງການຂອງສັງຄົມທີ່ນັບມື້ສູງຂຶ້ນ, ການໃຫ້ບໍລິການທີ່ມີຄຸນນະພາບສູງຂຶ້ນ, ລວມທັງການດຳເນີນທຸລະກິດກໍຕ້ອງໃຫ້ມີປະສິດທິພາບ ແລະປະສິດທິຜົນ ເຊິ່ງການປະຕິຮູບໃນຄັ້ງນີ້ແມ່ນປະຕິຮູບລັດວິສາຫະກິດໄຟຟ້າລາວໃຫ້ມີຄວາມຍືນຍົງບົນພື້ນຖານທີ່ວ່າລັດຍັງເປັນເຈົ້າຢູ່ 100% ແຕ່ຈະປະຕິຮູບກົນໄກ, ບຸກຄົນໃນອົງການຄຽງຄູ່ກັນໄປ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມ…

