Month: July 2023

ສະຖາບັນລາວ-ອົດສະຕາລີ ຊຸກຍູ້ ແລະປະກອບສ່ວນ ປື້ມຕຳລາຮຽນພາສາຕ່າງປະເທດ ຢູ່ ສມປຊ

ໃນວັນທີ 28 ກໍລະກົດ 2023 ເວລາ 9:30 ໂມງ ຢູ່ທີ່ຫ້ອງຮັບແຂກຕຶກຫ້ອງການ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮັບປື້ມຕໍາລາການຮຽນ-ການສອນພາສາຕ່າງປະເທດ ຈາກສະຖາບັນລາວ-ອົດສະຕາລີ ໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະກ່າວຮັບໂດຍ: ທ່ານ ປທ ຄົມວິກິດ ສິມມະລີວົງ ຮັກສາການຫົວໜ້າຫ້ອງການ ສມປຊ ພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບການມອບ-ຮັບປື້ມຕຳລາພາສາອັງກິດເພື່ອຊຸກຍູ້ ແລະປະກອບສ່ວນເຂົ້າໃນການຮຽນ-ການສອນພາສາອັງກິດ, ການເຝິກອົບຮົມໃຫ້ພະນັກງານ ແລະຄູ-ອາຈານ.          ເປັນກຽດໃນການກ່າວມອບໃນຄັ້ງນີ້ມີ: ທ່ານ ນ.…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍ່ແກ້ວ ຈັດພິທີຜ່ານບົດເກັບກ່ຽວ ວິຊາ ປັດຊະຍາ ມາກ-ເລນິນ ໂຄງການຫຼັກສູດທິດສະດີການເມືອງຂັ້ນກາງ ຮຸ່ນທີ II

ວັນທີ 25 ກໍລະກົດ 2023 ນີ້ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍ່ແກ້ວ ໄດ້ຈັດພິທີຜ່ານບົດເກັບກ່ຽວວິຊາ: ປັດຊະຍາມາກ-ເລນິນ ໂຄງການຫຼັກສູດຂັ້ນກາງຮຸ່ນທີ II. ເຂົ້າຮ່ວມມີ ທ່ານ ນາງ ມະລິ ສຸພັນທະວົງ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ, ມີບັນດາຄະນະກຳມະການ, ຄູ-ອາຈານ ແລະ ນັກສຶກສາ ທິດສະດີການເມືອງຂັ້ນກາງ ຮຸ່ນທີ II ຈຳນວນ 58…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບໃບປະກາສະນີຍະບັດ ໃຫ້ຜູ້ທີ່ສຳເລັດຮຽນທິດສະດີການເມືອງ-ການປົກຄອງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຮຽນ ແລະມອບໃບປະກາສະນີຍະບັດໃຫ້ນັກສຶກສາທິດສະດີການເມືອງ ແລະການປົກຄອງ ປະລິນຍາຕີ ຮຸ່ນທີ XXV ມີນັກສຶກສາຈໍານວນ 119 ທ່ານ, ຍິງ 29 ທ່ານ ແລະນັກສຶກສາປະລິນຍາໂທ ຮຸ່ນທີ XVII ຈໍານວນ 1 ຄົນ (ຜູ້ທີ່ສຳເລັດການປ້ອງກັນ ແລະຄົບມາດຖານເງື່ອນໄຂໃນການຮັບໃບປະກາສະນີຍະບັດ). ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2023 ໃຫ້ກຽດ ເປັນປະທານໂດຍ: ທ່ານ…

ນັກຄົ້ນຄວ້າ​ປະລິນຍາໂທ​ ຮຸ່ນທີ​ XVIII​ ສາຂາ​ ການປົກຄອງ​ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທັດສະນະສຶກສາ ຢູ່ຫໍສະພາແຫ່ງຊາດ​

ໃນວັນທີ ​17-18​ ກໍລະກົດ​ 2023​ ທີ່ຜ່ານມາ,​ ນັກຄົ້ນຄວ້າ​ປະລິນຍາໂທ​ ຮຸ່ນທີ​ XVIII​ ສາຂາ​ ການປົກຄອງ​ ຂອງສະຖາບັນການເມືອງ ແລະ​ ການປົກຄອງ​ແຫ່ງຊາດ​ ຈໍານວນ 25​ ທ່ານ, ຍິງ 7 ທ່ານ ໄດ້ໄປທັດສະນະສຶກສາຢູ່ຫໍສະພາແຫ່ງຊາດ ນໍາພາໂດຍ: ອາຈານ​ ປທ. ສັນຍາລັກ​ ແກ້ວຄໍາ​ຮຸ່ງ​ ຜູ້ຊ່ວຍຄູປະຈໍາຫ້ອງ.          ທ່ານ​ ທອງແກ້ວ ສິດທິພົງ…