Month: June 2023

ຊົມເຊີຍຜົນສຳເລັດຂອງຄະນະຜູ້ແທນ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ທ່ານ ສຈ. ປອ. ຫງວຽນ ຊວນ ຖັງ ແລະເຊັນບົດບັນທຶກຄວາມເຂົ້າໃຈ (MOU) 4 ສະຖາບັນ

         ໃນຕອນແລງຂອງວັນທີ 30 ມິຖຸນາ 2023 ຢູ່ທີ່ຫ້ອງປະຊຸມ ຊັ້ນ 2 ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຄະນະຜູ້ແທນ ສປປ ລາວ, ນຳໂດຍ ທ່ານ ຮສ. ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ປອ. ສອນທະນູ ທຳມະວົງ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ…

ກອງປະຊຸມສຳມະນາວິທະຍາສາດ 4 ຝ່າຍ ​ຫົວ​ຂໍ້: “ການປຸກລະດົມ, ນຳໃຊ້ທຶນ ແລະ ເຕັກໂນໂລຊີ ຢ່າງມີປະສິດທິຜົນ ຮັບປະກັນການພັດທະນາຢູ່ ລາວ-ຫວຽດນາມ”.

ກອງປະຊຸມສຳ​ມະນາ ວິທະຍາສາດ ເປັນການຮ່ວມມືຂອງສອງປະເທດ ສປປ. ລາວ ແລະ ສສ.ຫວຽດນາມ ຊຶ່ງມີ 4 ຝ່າຍຄື ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຖາບັນວິທະຍາສາດເສດຖະກິດສັງຄົມແຫ່ງຊາດ, ​ສະ​ຖາ​ບັນການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ແລະສະຖາບັນດິດວິທະຍາສາດສັງຄົມແຫ່ງຊາດ ຊຶ່ງທັງ 4 ຝ່າຍໄດ້ຮ່ວມກັນຄົ້ນຄວ້າວິທະຍາສາດພາຍ​ໃຕ້​ຫົວ​ຂໍ້: “ການປຸກລະດົມ, ນຳໃຊ້ທຶນ ແລະ ເຕັກໂນໂລຊີ ຢ່າງມີປະສິດທິຜົນ ຮັບປະກັນການພັດທະນາຢູ່ ລາວ-ຫວຽດນາມ” ໃນຄັ້ງວັນ​ທີ 29 ມິຖຸນາ​ນີ້, ຢູ່​ແຂວງ​ລາວ​ກາຍ…

ຄະນະຜູ້ແທນກອງປະຊຸມສຳມະນາ 4 ຝ່າຍ ຢ້ຽມຂໍ່ານັບການນຳແຂວງລາວກາຍ, ສສ ຫວຽດນາມ

ຕອນບ່າຍ ຂອງວັນທີ 28 ມິຖຸນາ 2023, ທີ່ຫ້ອງວ່າການປົກຄອງແຂວງລາວກາຍ. ຄະນະນໍາຜູ້ແທນກອງປະຊຸມສຳມະນາສາກົນ ຫົວຂໍ້: ການລະດົມ ແລະ ນໍາໃຊ້ທຶນ ແລະ ເຕັກໂນໂລຊີຢ່າງມີປະສິດທິຜົນ ຮັບປະກັນການພັດທະນາຢູ່ລາວ ແລະ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫວູ ຊັວນ ເກືອງ ຮອງເລຂາພັກ, ຜູ້ປະຈໍາການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງລາວກາຍ ພ້ອມດ້ວຍຄະນະນໍາຂອງແຂວງລາວກາຍ ໃນໂອກາດເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຳມະນາສາກົນ ຢູ່ແຂວງລາວກາຍ, ສສ ຫວຽດນາມ. ໂດຍການພົບປະດຳເນີນໄປດ້ວຍບັນຍາກາດທີ່ອົບອຸ່ນ…

ພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງ 3 ໜ່ວຍພັກຮາກຖານ

ໃນທ້າຍເດືອນ ມິຖຸນາ 2023 ຄະນະບໍລິຫານງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ອອກມະຕິຕົກລົງຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ເພື່ອເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງຂອງໜ່ວຍພັກຕ່າງໆ ຢູ່ ສມປຊ.          ໃນພິທີດັ່ງກ່າວ ທ່ານ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ ແລະ ປ້ອງກັນພັກ ໄດ້ຜ່ານມະຕິຕົກລົງຂອງຄະນະພັກ ສມປຊ ວ່າດ້ວຍການຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນຊຶ່ງມີດັ່ງນີ້: I. ໜ່ວຍພັກຮາກຖານຄະນະລັດທິສັງຄົມນິຍົມວິທະຍາສາດຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ: – ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ:          1. ສະຫາຍ…