ໃນຕອນເຊົ້າ ຂອງວັນ​ທີ 30 ມິຖຸນາ 2023 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ໄດ້ຈັດພິທີມອບໃບປະກາດ ແລະພ້ອມທັງປິດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນຮຸ່ນທີ I, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ: ສະຫາຍ ພົຈ ອິນແກ້ວ ມະນີຈັນ ກຳມະການປະຈຳພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີສະຫາຍ ປອ ຄຳພັນ ເຈຍອາ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການ ເມືອງ ແລະ ການປົກຄອງແຂວງ, ແຂກຖືກເຊີນ, ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ແສງ ເຊືອຍສົມບັດ ຫົວໜ້າຂະແໜງວິຊາການ ໄດ້ຕີລາຄາການຈັດຕັ້ງປະຕິບັດການຮຽນ-ການສອນ ທິດສະດີການເມືອງ ລະບົບຂັ້ນຕົ້ນຮຸ່ນທີ I ປະຈໍາສົກ 2023 ເຊິ່ງທ່ານໃຫ້ຮູ້ວ່າ: ນັກສຶກສາທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ I ລວມມີ 41 ສະຫາຍ,ຍິງ 12 ສະຫາຍມາຈາກເມືອງ 16 ສະຫາຍ, ພະແນກການອ້ອມຂ້າງແຂວງ 16 ສະຫາຍ ແລະມາຈາກກອງກຳລັງປະກອບອາວຸດ 9 ສະຫາຍ, ເຊິ່ງເລີ່ມການຮຽນ-ການສອນແຕ່ກາງເດືອນ ມີນາ 2023 ມາຮອດວັນທີ 23 ມິຖຸນາ 2023, ໃຊ້ເວລາຮຽນ 420 ຊົ່ວໂມງ, ລວມມີ 6 ກຸ່ມວີຊາຮຽນ ເຊັ່ນ: ກຸ່ມວິຊາ ເສດຖະສາດການເມືອງມີ 9 ບົດ, ກຸ່ມວີຊາ ປັດຊະຍາມາກ-ເລນິນມີ 7 ບົດ, ລັດທິສັງຄົມນິຍົມວິທະຍາສາດມີ 12 ບົດ, ແນວຄິດ ໄກສອນ ພົມວີຫານມີ 5 ບົດ, ພື້ນຖານການຄຸ້ມຄອງບໍລິຫານມີ 7 ບົດ, ປະຫວັດສາດພັກ ແລະກໍ່ສ້າງພັກມີ 10 ບົດ ແລະຂຽນບົດຈົບຂັ້ນ 1 ບົດ, ການຄົ້ນຄວ້າຮໍ່າຮຽນດັ່ງກ່າວ ກໍ່ໄດ້ຈັດຕັ້ງສອບເສັງແຕ່ລະວິຊາ ເພື່ອປະເມີນຜົນການຮຽນ ແລະວັດແທກຄວາມຮູ້ຂອງນັກສຶກສາໃນນັ້ນ, ສາມາດຕີລາຄາໄດ້ຄະແນນ A ດີເລີດ ກວມ 57%, B+ ດີຫຼາຍ 42%, B ດີ 0,26%ນອກຈາກ, ການຮຽນ-ການສອນແລ້ວທາງໂຮງຮຽນຍັງໄດ້ນໍພານັກສຶກສາ ໄປທັດສະນະສຶກສາ ແລະຖອດຖອນບົດຮຽນ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ.

ຈາກນັ້ນ, ກໍ່ໄດ້ມອບ-ຮັບໃບຢັ້ງຢືນທິດສະດີການເມືອງ ຂັ້ນຕົ້ນຮຸ່ນທີ I ຢ່າງເປັນທາງການເຊິ່ງກ່າວມອບໂດຍ: ສະຫາຍ ຄໍາພັນ ເຈຍອາ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ ແລະມອບໃບຍ້ອງຍໍໃຫ້ບຸກຄົນ, ພາກສ່ວນທີມີຜົນງານດີເດັ່ນ ແລະຜູ້ປະກອບສ່ວນວັດຖຸປັດໃຈຕ່າງໆ ໃຫ້ໂຮງຮຽນການ ເມືອງ ແລະ ການປົກຄອງແຂວງຕື່ມອີກ. ໂອກາດດັ່ງກ່າວ, ສະຫາຍ ພົຈ ອິນແກ້ວ ມະນີຈັນ ກຳມະການປະຈຳພັກແຂວງ, ປະທານກອງປະຊຸມກໍ່ໄດ້ໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ພະນັກງານ, ຄູ-ອາຈານ ແລະນັກສຶກສາທີ່ຍາດມາໄດ້, ພ້ອມ ເໜັ້ນໜັກບາງບັນຫາທີ່ສຳຄັນ.​ ເຊິ່ງ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ຕື່ນ​ຕົວ ຂອງ​ທຸກ​ພາກສ່ວນ ແລະທ່ານ​ໄດ້​ກ່າວຢໍ້າວ່າ: ການສຶກສາ​-ຮ່ຳຮຽນແມ່ນບໍ່ມີວັນສິ້ນສຸດ ແລະທ່ານກໍຍັງໄດ້ຮຽກຮ້ອງໃຫ້ນັກສຶກສາທຸກຄົນຈົ່ງພ້ອມກັນຈັດຕັ້ງປະຕິບັດ ແລະຕັ້ງໃຈເຂົ້າໃນການສຶກສາ-ຮໍ່າຮຽນເອົາບົດຮຽນທີ່ທາງຄູ-ອາຈານ ຖ່າຍຖອດທາງດ້ານທິດສະດີເພື່ອສົມທຽບໃສ່ກັບພຶດຕິກໍາຕົວຈິງຂອງໜ້າທີ່ວຽກງານທີ່ຕົນຮັບຜິດຊອບສູງ ແລະພ້ອມກັນບັນລຸເປົ້າໝາຍ ໃນການຈັດປະຕິບັດຫຼັກສູດໃນຄັ້ງນີ້ມີຜົນສໍາເລັດໄປດ້ວຍດີ.

ຈາກ​ນັ້ນ, ສະຫາຍ ປອ ຄຳພັນ ເຈຍອາ ກຳມະການ​ພັກ​ແຂວງ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ ການ​ປົກຄອງ​ແຂວງກໍໄດ້​ຂຶ້ນ​ກ່າວ​ປິດ​ຊຸດ​ຮຽນຢ່າງ​ເປັນ​ທາງ​ການ.

   ຂ່າວ: ປທ ນ. ມະນີລາ ແກ້ວລະກໍາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ