ໃນຕອນແລງຂອງວັນທີ 30 ມິຖຸນາ 2023 ຢູ່ທີ່ຫ້ອງປະຊຸມ ຊັ້ນ 2 ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຄະນະຜູ້ແທນ ສປປ ລາວ, ນຳໂດຍ ທ່ານ ຮສ. ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ປອ. ສອນທະນູ ທຳມະວົງ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ທ່ານ ສຈ. ປອ. ຫງວຽນ ຊວນ ຖັງ ກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ພ້ອມດ້ວຍຄະນະ.

         ຈຸດປະສົງໃນການຢ້ຽມຂ່ຳນັບໃນຄັ້ງນີ້ ເນື່ອງໃນໂອກາດ ຄະນະຜູ້ແທນ ສປປ ລາວ ຮ່ວມກອງປະຊຸມສຳມະນາ 4 ສະຖາບັນ ທີ່ໄດ້ສຳເລັດໄປໃນວັນທີ 29 ມິຖຸນາ ຜ່ານມານີ້ ແລະເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) 4 ສະຖາບັນ.

         ທ່ານ ສຈ. ປອ. ຫງວຽນ ຊວນ ຖັງ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ຄະນະຜູ້ແທນ ສປປ ລາວ ພ້ອມຄະນະທີ່ໄດ້ສຳເລັດປະຊຸມສຳມະນາວິທະຍາສາດ 4 ສະຖາບັນ ແລະ ການຢ້ຽມຢາມ ໃນຄັ້ງນີ້ ເປັນບາດກ້າວສຳຄັນໃນການຮ່ວມມືທີ່ໄດ້ສືບຕໍ່ມາໂດຍຕະຫຼອດບໍ່ວ່າຈະເປັນ ການຄົ້ນຄວ້າວິທະຍາສາດ…ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ການພົບປະເຕັມໄປດ້ວຍບັນຍາກາດແຫ່ງຄວາມຮັກແພງ ສະໜິດສະໜົມ, ສາມັກຄີອັນອົບອຸ່ນ ແລະໄດ້ມີຄວາມເອກະພາບກັນຄື: 1. ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການດຳເນີນກອງປະຊຸມສຳມະນາໃນຄັ້ງນີ້. ໂດຍສະເພາະບັນດາຫົວຂໍ້ຄົ້ນຄວ້າ ສາມາດຕອບສະໜອງໄດ້ທາງດ້ານທິດສະດີ ແລະ ພຶດຕິກຳ, ນັກວິທະຍາສາດຂອງ 4 ສະຖາບັນ ໄດ້ຮັບການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບການ.
2. ຫວຽດນາມໄດ້ຢັ້ງຢືນສືບຕໍ່ໃຫ້ການຮ່ວມມືກັບສະພາທິດສະດີສູນກາງພັກຂອງລາວກ່ຽວກັບການຂຽນໂຄງການການເມືອງຂອງພັກປະຊາຊົນປະຕິວັດລາວ, ຮ່ວມມືກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ໃນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງ ພາກໃຕ້ ແຂວງຈໍາປາສັກ, ການສ້າງ-ບໍາລຸງພະນັກງານລາວ, ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂອງສອງສະຖາບັນ ທີ່ເຄີຍປະຕິບັດຮ່ວມກັນເປັນປະຈຳ ເຊິ່ງໃນປີນີ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ຈະໄດ້ໄປຢ້ຽມຢາມສະຖາບັນແຫ່ງຊາດໂຮ່ຈີມິນ ຫວຽດນາມ. ພ້ອມນີ້, ທ່ານ ປອ. ສອນທະນູ ທຳມະວົງ ກໍ່ໄດ້ຕາງໜ້າໃຫ້ແກ່ພັກ-ລັດຖະບານລາວ ກໍ່ຄືພະນັກງານ-ລັດຖະກອນຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ສະແດງຄວາມຂອບໃຈເປັນພິເສດຕໍ່ການຊ່ວຍເຫຼືອຂອງ ສສ ຫວຽດນາມ ໃນການກໍ່ສ້າງສຳນັກງານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ພາຍໃຕ້ການຊີ້ນໍາ-ນຳພາຂອງທ່ານ ສຈ. ປອ. ຫງວຽນ ຊວນ ຖັງ ກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ເຊື້ອເຊີນທ່ານພ້ອມດ້ວຍຄະນະ ໄປຢ້ຽມຢາມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ໃນເວລາເໝາະສົມ.

  1. ເຫັນດີກຳນົດເອົາ ຫົວຂໍ້”40ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ” ເປັນຫົວຂໍ້ກອງປະຊຸມສຳມະນາວິທະຍາສາດ 4 ຝ່າຍໃນຄັ້ງຕໍ່ໄປ ທີ່ຈະຈັດຂຶ້ນຢູ່ ສປປລາວ ໂດຍການເປັນເຈົ້າພາບຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ. ເພື່ອເປັນພື້ນຖານໃຫ້ແກ່ການກຳນົດນະໂຍບາຍຂອງສູນກາງພັກລາວ ແລະ ຫວຽດນາມ.

         ຫຼັງຈາກຄະນະຜູ້ແທນ ສຳເລັດການຢ້ຽມຂ່ຳນັບ, ຄະນະນຳ 4 ສະຖາບັນໄດ້ພ້ອມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຜົນປະໂຫຍດໃນການພັດທະນາທາງດ້ານວິທະຍາສາດສັງຄົມຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຊຶ່ງໃນການລົງນາມດັ່ງກ່າວມີ 4 ສະຖາບັນ ໄດ້ຕາງໜ້າຄື: 1. ທ່ານ ​ຮສ. ປອ ຫງວຽນ ​ຢຸຍ ​ບັກ ຮອງ​ຫົວໜ້າ​ສະ​ຖາ​ບັນການເມືອງແຫ່ງຊາດ ໂຮ່ຈີມິນ, 2. ທ່ານ ຮສ. ພູວົງ ອຸ່ນຄຳແສນ ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, 3. ທ່ານ ປອ. ຟານ ຈີ ຫຽວ ປະທານ ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ແລະ 4. ທ່ານ ປອ. ສອນທະນູ ທຳມະວົງ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ.

         ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເປັນການສືບຕໍ່ ການແລກປ່ຽນທາງດ້ານວິທະຍາສາດ, ປະສານສົມທົບ, ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການປະຕິບັດໂຄງການຄົ້ນຄວ້າວິທະຍາສາດ ແລະ ຈັດຕັ້ງບັນດາກອງປະຊຸມສໍາມະນາວິທະຍາສາດສາກົນ; ສະໜອງບັນດາທິດສະດີວິທະຍາສາດໃຫ້ແກ່ການສ້າງ ແລະ ພັດທະນາສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ, ລາວ- ຫວຽດນາມ ແລະ ຍົກສູງຄວາມສາມາດຂອງຖັນແຖວພະນັກງານທີ່ເຮັດວຽກງານຄຸ້ມຄອງ, ຄົ້ນຄວ້າວິທະຍາສາດ ແລະ ການສິດສອນ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ໃນການພັດທະນາພາຍໃນປະເທດ ແລະ ການເຊື່ອມໂຍງສາກົນ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ຕຽງດາວັນ ແກ້ວບົວວັນ ແລະສີວັນໄຊ ດວງບຸດດີ
ບັນນາທິການ: ປທ ບຸນປັນ ສຸມຸນທອງ