ໃນວັນທີ 6 ກໍລະກົດ 2023 ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດຫົວຂໍ້: ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ບັນດາແຂວງພາກເໜືອ ຢູ່ທີ່ຫ້ອງປະຊຸມ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ ມໍຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນໍາໂຮງຮຽນການເມືອງ-ການປົກຄອງແຂວງອຸດົມໄຊ ແລະທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ.

ໃນກອງປະຊຸມຍັງມີແຂກເຂົ້າຮ່ວມເຊັ່ນ: ຫ້ອງວ່າ ການປົກຄອງແຂວງ, ຄະນະຈັດຕັ້ງແຂວງ, ພະ ແນກການເງິນແຂວງ, ພະແນກກະສິກໍາ-ປ່າໄມ້ແຂວງ, ພະແນກແຜນການ ແລະການລົງທຶນແຂວງ, ບັນດາຄະນະອໍານວຍການຂອງໂຮງ ຮຽນການເມືອງ-ການປົກຄອງແຂວງອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ຫຼວງນໍ້າທາ, ຫຼວງພະບາງ, ຜົ້ງສາລີ ພ້ອມດ້ວຍພະນັກງານ, ຄູ-ອາຈານຈາກ ສມປຊ, ຄູ-ອາຈານ ແລະນັກສຶກສາໂຮງ ຮຽນການເມືອງ-ການປົກຄອງແຂວງອຸດົມໄຊ ຈໍານວນທັງໝົດ 53 ຄົນ, ຍິງ 11 ຄົນ.

ໃນພິທີ ໄດ້ກ່າວເປີດກອງປະຊຸມໂດຍ: ທ່ານ ມໍຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນໍາໂຮງຮຽນການເມືອງ-ການປົກຄອງແຂວງອຸດົມໄຊ. ພ້ອມດຽວກັນນັ້ນ, ທ່ານ ປທ ຄໍາຟອງ ພັດທະມາວົງ ຫົວໜ້າໂຮງຮຽນການເມືອງ ແລະການປົກ ຄອງແຂວງອຸດົມໄຊ ໄດ້ກ່າວຕ້ອນຮັບແຂກພ້ອມທັງຍົກໃຫ້ເຫັນຄວາມຈໍາເປັນ ແລະຄວາມສໍາຄັນຂອງການຈັດຕັ້ງກອງປະ ຊຸມສໍາມະນາວິທະຍາສາດຄັ້ງນີ້; ພ້ອມກັນນັ້ນ ທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກໍໄດ້ນໍາພາກອງປະຊຸມໃນການຜ່ານບົດວິທະຍາສາດ, ການຕັ້ງບັນຫາເຈາະຈິ້ມ ກ່ຽວກັບເນື້ອໃນບົດ ແລະການປະກອບຄໍາເຫັນຂອງບັນດາຜູ້ເຂົ້າຮ່ວມ.

ພາຍໃນກອງປະຊຸມ ແມ່ນໄດ້ຮັບຟັງການລາຍງານບົດວິທະຍາສາດໂດຍສັງເຂບ ຈາກບັນດານັກວິທະຍາສາດຂອງໂຮງຮຽນການເມືອງ-ການປົກຄອງແຂວງອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ຫຼວງນໍ້າທາ, ຫຼວງພະບາງ, ຜົ້ງສາລີ ຈໍານວນ 12 ຫົວຂໍ້ຄື: ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຢູ່ແຂວງອຸ​ດົມ​ໄຊ, ການສ້າງເສດຖະກິດຄອບຄົວຕິດພັນກັບການແກ້ໄຂຄວາມທຸກຍາກ ຢູ່ແຂວງຜົ້ງ​ສາ​ລີ, ສ້າງພະນັກງານ ລົງກໍ່ສ້າງຮາກຖານໃຫ້ໜັກແໜ້ນຢູ່ແຂວງໄຊະ​ຍະ​ບູ​ລີ, ຍົກສູງຄວາມສາມາດນໍາພາ ຂອງຄະນະພັກຮາກຖານບ້ານຢູ່​ແຂວງ​ບໍ່​ແກ້ວ, ປັບປຸງກົງຈັກອໍານາດບໍລິຫານລັດ ໃຫ້ມີປະສິດທິພາບ ແລະຄວາມສັກສິດຢູ່​ແຂວງຫຼວງ​ນ້ຳ​ທາ, ເພີ່ມທະວີການສຶກສາອົບຮົມການ-ເມືອງແນວຄິດ ໃຫ້ແກ່ປະຊາຊົນບັນດາເຜົ່າຢູ່​ແຂວງຫຼວງ​ພະ​ບາງ, ການ​ກໍ່ສ້າງຮາກຖານພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ແຂວງອຸ​ດົມ​ໄຊ, ຈັດສັນພູມລໍາເນົາຄົງທີ່ ແລະອາຊີບທີ່ໝັ້ນຄົງ ໃຫ້ປະຊາຊົນບັນດາເຜົ່າ ຢູ່ແຂວງຜົ້ງ​ສາ​ລີ, ບົດຮຽນການຈັດຕັ້ງການຜະລິດຢູ່ຊົນນະບົດ ລະຫວ່າງ ນັກລົງທຶນກັບປະຊາຊົນຢູ່ແຂວງໄຊຍະ​ບູ​ລີ, ສ້າງພື້ນຖານປ້ອງກັນຄວາມສະຫງົບປອດໄພຢູ່​ແຂວງ​ບໍ່​ແກ້ວ, ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ຕິດພັນກັບອຸດສາຫະກຳປຸງແຕ່ງ ແລະການຕະຫຼາດຢູ່​ແຂວງຫຼວງ​ນ້ຳ​ທາ, ປັບປຸງຮາກຖານການເມືອງ ຢູ່ອົງການພັກຕິດພັນກັບການສ້າງຄວາມປອດໃສຂາວສະອາດຢູ່​ແຂວງຫຼວງ​ພະ​ບາງ.

ໃນພິທີຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນ ຕາມຄໍາເຫັນເຈາະຈິ້ມຂອງປະທານກອງປະຊຸມ ເຊິ່ງບັນດາຄໍາເຫັນແລກປ່ຽນລ້ວນແຕ່ມີຄວາມຮັດກຸມ ແນໃສ່ສ້າງຄວາມກະຈ່າງແຈ້ງໃນແຕ່ລະບັນຫາ ຕາມຄວາມສົນໃຈຂອງສັງຄົມໃນປັດຈຸບັນ ໂດຍສຸມໃສ່ 4 ຂົງເຂດໃຫຍ່ຄື: ການກໍ່ສ້າງຮາກຖານພັກ ແລະຮາກຖານການເມືອງໃຫ້ມີຄວາມເຂັ້ມແຂງ, ການພັດທະນາເສດຖະກິດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການປັບປຸງກົງຈັກອໍານາດບໍລິຫານລັດ ແລະການສ້າງພື້ນຖານຄວາມສະຫງົບປອດໄພໃນສັງຄົມ.

ເພື່ອເປັນທິດໃນການປັບປຸງບົດ ທ່ານ ປອ ດາວສະຫວັນ ເຄືອມີໄຊ ໄດ້ໃຫ້ຄໍາເຫັນວ່າ: ບັນດາບົດວິທະຍາ ສາດຄວນໄດ້ເບິ່ງຄືນບາງດ້ານໂດຍເນັ້ນໜັກ ໜຶ່ງ, ການກໍ່ສ້າງຮາກຖານການເມືອງຕິດພັນກັບພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ 6 ແຂວງພາກເໜືອ ຕ້ອງເລີ່ມຈາກການການຍົກສູງບົດບາດການນຳພາຂອງພັກທຸກຂັ້ນ, ສ້າງໃຫ້ພັກປະຕິບັດບົດບາດເປັນແກນກາງໃນລະບົບການເມືອງ, ສ້າງໄດ້ຄວາມເຊື່ອໝັ້ນຕໍ່ປະຊາຊົນ; ຖືເອົາການສຶກສາອົບຮົມການເມືອງ ແນວຄິດໃຫ້ປະຊາຊົນ ເປັນຂໍກຸນແຈໃນການສ້າງ ການຫັນປ່ຽນຢ່າງແຂງແຮງໃນລະບົບການເມືອງ. ສອງ, ປັບປຸງກົງຈັກລັດ, ອົງການອຳນາດລັດເປັນຕົ້ນແມ່ນຂັ້ນຮາກຖານໃຫ້ກະທັດລັດ, ເຂັ້ມແຂງ ເຄື່ອນໄຫວມີປະສິດທິດທິຜົນ, ສ້າງພະນັກງານລັດ, ເຈົ້າໜ້າທີ່ຂອງລັດ ທີ່ມີຄວາມຮັບຜິດຊອບ ແລະມີນໍ້າໃຈເສຍສະຫຼະສູງສົ່ງເພື່ອຊາດ ເພື່ອປະຊາຊົນ, ເພື່ອປະກອບສ່ວນ ເຂົ້າໃນການບໍລິຫານ, ບໍລິການປະຊາຊົນ ໃຫ້ສົມກັບລັດເປັນຂອງປະຊາຊົນ ໂດຍປະຊາຊົນ ແລະເພື່ອປະຊາຊົນຢ່າງແທ້ຈິງ. ສາມ, ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຕິດພັນດ້ານການສົ່ງເສີມການຜະລິດກະສິກຳເປັນສິນຄ້າ, ຈັດຕັ້ງການຜະລິດໃຫ້ມີຫຼາຍຮູບຫຼາຍສີ; ເອົາໃຈໃສ່ສ້າງເສດຖະກິດຄອບຄົວຢ່າງມີ ຈຸດສຸມ ເພື່ອແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຈັດສັນພູມລຳເນົາ ແລະອາຊີບທີ່ໝັ້ນຄົງ, ພ້ອມທັງອຳນວຍຄວາມສະດວກທຸກດ້ານໃນການທຳມະຫາກິນຂອງປະຊາຊົນ.  ສີ່, ສຸມໃສ່ກໍ່ສ້າງລະບົບການເມືອງຢູ່ຮາກຖານໃຫ້ເຂັ້ມແຂງ, ຫັນພະນັກງານລົງກໍ່ສ້າງຮາກຖານ ໃຫ້ຮັບປະກັນຄຸນນະພາບ, ຕິດພັນກັບການສົ່ງເສີມການຜະລິດຂອງປະຊາຊົນຢູ່ຊົນນະບົດ. ນອກນີ້ ຍັງມີພິທີການຈັບມືມອບການເປັນເຈົ້າພາບຈັດກອງປະຊຸມໃນປີ 2024 ໃຫ້ແກ່ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ອີກດ້ວຍ.

ຂ່າວໂດຍ: ປທ ນ. ຍຸຍທອງ ສົມແພງພັນ

ຮູບພາບ: ຂອງໂຮງຮຽນການເມືອງ-ການປົກຄອງແຂວງອຸດົມໄຊ