ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດພິທີ ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຊັ້ນຕົ້ນ ຮຸ່ນທີ VIII ຂອງເມືອງແປກ
ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 254/ຄປພຂ, ລົງວັນທີ 16/06/2022 ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງ ແລະການປົກຄອງ ລະບົບກໍ່ສ້າງຊັ້ນຕົ້ນຮຸ່ນທີ VIII ເມືອງແປກ ສົກປີ 2022, ອີງຕາມໂຄງການຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງ ລະບົບກໍ່ສ້າງຊັ້ນຕົ້ນສະບັບເລກທີ 858/ ສມປຊ, ລົງວັນທີ 04/08/2014. ໃນຕອນແລງຂອງ ວັນທີ 21/06/2022 ເວລາ 13:00 ທີສະໂມສອນຫ້ອງວ່າການເມືອງແປກ ໂຮງຮຽນການເມືອງ ແລະການປົກຄອງ ໄດ້ຈັດພິທີເປີດຊຸດຮຽນ ທິດສະດີການເມືອງ…
ຄະນະນັກສຶກສາ ແຂວງ ອຸດົມໄຊ ອຸປະຖໍາຈັກຕັດຫຍ້າ
ເພື່ອເປັນການຊຸກຍູ້ ແລະອໍານວຍຄວາມສະດວກໃນການອອກແຮງງານ, ການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດງາມຕາຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໃນຕອນແລງ ຂອງວັນທີ 20 ມິຖຸນາ ທີ່ຊັ້ນ 2 ຕຶກ H, ທ່ານ ນາງ ລິຈັນ ສີສຸທໍາ ຄະນະນັກສຶກສາ ແຂວງອຸດົມໄຊ ໄດ້ອຸປະຖໍາຈັກຕັດຫຍ້າໃຫ້ຄະນະຮັບຜິດຊອບກິລາ-ສີລະປະວັນນະຄະດີ ສມປຊ ເປັນກຽດກ່າວຮັບໂດຍ: ທ່ານ ປທ ແສງຈັນ ຈັນທະສຸກ ຮອງຫົວໜ້າຄະນະກໍ່ສ້າງພັກ ແລະປະຫວັດສາດພັກ, ຫົວໜ້າກິລາ-ສີລະປະວັນນະຄະດີ…
ຜົນສຳເລັດໃນການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ ໃນໄລຍະ 45 ວັນຢູ່ທີ່ເມືອງທຸລະຄົມ, ແຂວງວຽງຈັນ ( 3 ພຶດສະພາ ຫາ ວັນທີ 16 ມີຖຸນາ 2022 )
ໃນລະຫວ່າງ ວັນທີ 12-15ມີຖຸນາ 2022ຢູ່ທີ່ຫ້ອງການປົກຄອງແຕ່ລະບ້ານທັງ 7 ບ້ານ, ໄດ້ຈັດພິທີສະຫຼຸບການລົງກໍ່ສ້າງຮາກຖານການເມືອງຂັ້ນບ້ານ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ ໂດຍມີຄະນະພັກເມືອງທຸລະຄົມ, ອຳນາດການປົກຄອງບ້ານທັງ 7ບ້ານ, ອາຈານຊີ້ນຳ, ນັກສຶກສາ ແລະຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ. ແຕ່ລະໜ່ວຍໄດ້ຜ່ານບົດສະຫຼຸບລາຍງານການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາລະບົບປະລິນຍາຕີ ຮຸ່ນທີ XXV ຊຶ່ງໄດ້ແບ່ງການລົງກໍ່ສ້າງຮາກຖານໃນ 13 ບ້ານ ຂອງເມືອງທຸລະຄົມ…
ນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ກ ສະຫຼຸບການລົງກໍ່ສ້າງຮາກຖານການເມືອງໆ ທຸລະຄົມ ແຂວງວຽງຈັນ ຂັ້ນບ້ານ
ໃນການລົງກໍ່ສ້າງ ຮາກ ຖານການເມືອງຢູ່ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງການລົງກໍ່ສ້າງຮາກຖານການເມືອງ ແມ່ນໄດ້ເລີ່ມມາແຕ່ວັນທີ 2 ພຶດສະພາ ຫາ 15 ມິຖຸນາ ລວມທັງໝົດ 45 ວັນ ຊຶ່ງຜ່ານການລົງຮາກຖານເຫັນໄດ້ວ່າ ນັກສຶກສາຂອງ ສມປຊ ໄດ້ນໍາໃຊ້ທິດສະດີ ແລະພຶດຕິກໍາທີ່ີຮຽນມາ ເຂົ້າສູ່ຄະນະພັກບ້ານ, ນາຍບ້ານ ແລະປະຊາຊົນ ໃນການແລກປ່ຽນຮ່ວມກັບອໍານາດການປົກຄອງຂັ້ນບ້ານ ໃຫ້ເປັນລະບົບຄົບຊຸດ, ມີຄວາມປອດໃສ, ໜັກແໜ້ນ ແລະເຂັ້ມແຂງຮອບດ້ານ, ມີຄວາມສາມາດແກ້ໄຂຊ່ວຍອໍານາດການປົກຄອງຂັ້ນບ້ານ ໃນການຈັດຕັ້ງເຜີຍແຜ່ບັນດານິຕິກໍາ, ລະບຽບການ…

