ຂ່າວຫຼ້າສຸດ

ກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປຶກສາຫາລື ວຽກງານການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ພິທີວາງສີລາລຶກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ທີ່ແຂວງຈຳປາສັກ ສັນຍາລັກແຫ່ງຄວາມສາມັກຄີພິເສດ ລາວ-ຫວຽດນາມ

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງ ຮຸ່ນທີ XVII ແຂວງໄຊຍະບູລີ

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງລະບົບຊັ້ນກາງຮຸ່ນທີ XVII ສົກປີ 2020-2022 ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2022 ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ ເປັນກຽດເຂົ້າຮ່ວມມີ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີຄະນະນຳໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາລະບົບຊັ້ນກາງຮຸ່ນທີ XVII ແລະ XVIII ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ຊຸດທີ II ຂົງເຂດສຶກສາທິການ ແລະກິລາ

ເພື່ອ​ປະຕິບັດ​ເນື້ອ​ໃນ 4 ບຸກທະລຸ ຂອງ​ພັກ​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ ໃນ​ນັ້ນ, ​ແມ່ນ​ການ​ບຸກທະລຸທາງ​ດ້ານ​ຈິນຕະນາການ ​ແລະ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃຫ້​ຮັບ​ຮູ້​ທາງ​ດ້ານ​ທິດ​ສະ​ດີ​ມາກ-​ເລ​ນິນ ​ໃຫ້​ແກ່​ພະນັກງານ; ສະມາຊິກ​ພັກ ທີ່​ເປັນ​ເປົ້າໜາຍ​ທົດ​ແທນ ​ໃນ​ສະ​ເພາະ​ໜ້າ ​ແລະ​ຍາວ​ນານ. ປະຕິບັດ​ຕາມ​ທິດ​ຊີ້​ນຳ ຂອງ​ຄະນະ​ປະຈຳ​ພັກ​ແຂວງ ​ໃນ​ການ​ກໍ່ສ້າງ, ບຳລຸງ​ພະນັກງານ, ​ສະມາຊິກ​ພັກ​ໃຫ້​ຮັບ​ຮູ້, ​ເຂົ້າ​ໃຈ​ທິດ​ສະ​ດີ​ມາກ-​ເລ​ນິນ, ​ແນວ​ຄິດ​ ປະທານ ​ໄກສອນ ພົມວິຫານ, ​ເຮັດ​ໃຫ້​ພະນັກງານ​, ສະມາຊິກ​ພັກ​ ມີ​ຄວາມ​ເປັນ​ເອກະ​ພາບ​ກັບ​ອຸດົມ​ການ, ແນວທາງ​ຂອງ​ພັກ ແລະຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່ ຂອງ​ຕົນຢ່າງ​ມີ​ປະສິດທິ​ຜົນ. ​ໃນວັນ​ທີ…

ກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້ “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ”.

       ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສົມທົບກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸຸມສໍາມະນາວິທະຍາສາດຂຶ້ນ ໃນວັນທີ 14 ມິຖຸນາ 2022 ທີ່ຫ້ອງປະຊຸມ ຊັ້ນ 3 ສູນກາງຊາວໜຸ່ມປະຊາຊົນປິຕິວັດລາວ ພາຍໃຕ້ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ” ໃຫ້ກຽດເປັນຄະນະປະທານຊີ້ນໍາກອງປະຊຸມໂດຍ: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຫາຍ…

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທັດສະນະສຶກສາ ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ

      ວັນທີ 10 ມິຖຸນາ 2022 ທີ່ກົມຄື້ນຄວາມຖີ່ວິທະຍຸສື່ສານ ເຂດດົງໂພສີ ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍສະມາຊິກ ຈໍານວນ 45 ສະຫາຍ ໄດ້ເຂົ້າໄປຢ້ຽມຢາມແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ ນໍາຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະການສື່ສານ, ຫຼັງຈາກນັ້ນຄະນະທັງສອງກໍໄດ້ເຂົ້າເຮັດວຽກຮ່ວມກັນທີ່ຫ້ອງປະຊຸມໃຫຍ່ ຊັ້ນ 3 ຂອງກົມຄື້ນຄວາມຖີ່. ໂດຍເປັນກຽດເຂົ້າກຽດເຂົ້າຮ່ວມ ຂອງ ສະຫາຍ ປອ ສັນຕິສຸກ ສີມມາລາວົງ, ຮອງເລຂາຄະນະພັກ, …