ພິທີປິດຊຸດຮຽນທິດສະດີການເມືອງລະບົບຂັ້ນກາງ ແລະຂັ້ນຕົ້ນຮຸ່ນທີ I ປີ 2023ໄດ້ຈັດຂຶ້ນໃນວັນທີ 29 ທັນວາ ປີ 2023ນີ້, ຢູ່ທີ່ຫໍປະຊຸມໃຫຍ່ ຂອງແຂວງ, ເປັນກຽດເຂົ້າຮ່ວມເປັນປະທານໂດຍ: ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີຄະນະໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ໄດ້ສະຫຼຸບຄືນການຮຽນ-ການສອນທິດສະດີການເມືອງຂັ້ນກາງ ແລະຂັ້ນຕົ້ນຮຸ່ນທີ I ເຊິ່ງທ່ານໄດ້ກ່າວວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານກໍ່ສ້າງພັກ- ພະນັກ ງານຢູ່ພາຍໃນແຂວງໄຊຍະບູລີ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຕັ້ງໜ້າກໍ່ສ້າງບໍາລຸງຍົກລະດັບຄວາມຮູ້ດ້ານທິດສະດີການ ເມືອງລະບົບຂັ້ນກາງ ແລະຂັ້ນຕົ້ນໃຫ້ພະນັກງານຫຼັກແຫຼງຂອງແຂວງ ແລະເມືອງແນ່ໃສ່ປະຕິບັດຄາດໝາຍຍຸດທະສາດການສ້າງຊັບພະຍາກອນມະນຸດ ເພື່ອປະກອບບຸກຄະລາກອນທີ່ມີຄຸນນະພາບ, ມີຄວາມພ້ອມທາງດ້ານຄວາມຮູ້-ຄວາມສາມາດ ບັນຈຸຊັບຊ້ອນໃຫ້ແກ່ກົງຈັກການຈັດຕັ້ງຂອງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆໃນທົ່ວແຂວງທັງເຮັດໃຫ້ພະນັກງານນໍາພາ-ຄຸ້ມຄອງທີ່ສໍາເລັດການສຶກສາໄດ້ນໍາເອົາບັນດາຄວາມຮູ້ທິດສະດີການເມືອງ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດໄປໝູນໃຊ້ໃນວຽກງານຕົວຈິງ ທີ່ຕົນເອງຮັບຜິດຊອບ. ຊຸດຮຽນທິດສະດີການເມືອງລະບົບຂັ້ນກາງຮຸ່ນທີ I ມີຜູ້ເຂົ້າຮຽນທັງໝົດຈໍານວນ 51ສະຫາຍ, ຍິງ 7ສະຫາຍ ແລະລະບົບຂັ້ນຕົ້ນຮຸ່ນທີ I ຜູ້ເຂົ້າຮຽນທັງໝົດຈໍານວນ 40ສະຫາຍ, ຍີງ16ສະຫາຍ; ໃນນັ້ນ; ມາຈາກພະແນກການ, ກົມກອງອ້ອມຂ້າງແຂວງ 64ສະຫາຍ, ຍິງ15ສະຫາຍ, ມາຈາກບັນດາ 11 ເມືອງໃນທົ່ວແຂວງ 37ສະຫາຍ, ຍິງ 8ສະຫາຍ; ຊຸດຮຽນທິດສະດີການ ເມືອງຂັ້ນກາງຮຸ່ນທີ່ I ແມ່ນໃຊ້ເວລາຮຽນ 6ເດືອນ ມີວິຊາຮຽນທັງໝົດ 14ວິຊາ, ແບ່ງອອກເປັນ 8ກຸ່ມວິຊາຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ແລະວັດທະນາທໍາ; ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ; ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ພົວພັນສາກົນ, ສັງຄົມສາດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ແນວຄິດ ໄກສອນ ພົມວິຫານ; ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະກົດໝາຍ, ເຕັກນິກບໍລິຫານ; ກຸ່ມວິຊາປະຫວັດສາດພັກ ແລະກໍ່ສ້າງພັກ; ກຸ່ມວິຊາພາກບັງຄັບ ແລະຫົວຂໍ້ລາຍງານເພີ່ມ ແລະຂຽນບົດຈົບຂັ້ນ.ຊຶ່ງນໍາໃຊ້ເວລາຮຽນຕົວຈີງ 351ຊົ່ວໂມງ, ມີ 21,9ໜ່ວຍກິດ; ຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ I ແມ່ນໃຊ້ເວລາຮຽນ 3ເດືອນມີວິຊາຮຽນທັງໝົດ 11ວິຊາ. ແບ່ງອອກເປັນ 8ກຸ່ມວິຊາຄື: ກຸ່ມວິຊາປັດຊະຍາມາກ-ເລນິນ; ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ; ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ, ສັງຄົມສາດ; ແນວຄິດ ໄກສອນ ພົມວິຫານ; ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະກົດໝາຍ, ເຕັກນິກບໍລິຫານ; ກຸ່ມວິຊາປະຫວັດສາດພັກ ແລະກໍ່ສ້າງພັກ; ກຸ່ມວິຊາພາກບັງຄັບ ແລະຫົວຂໍ້ລາຍງານເພີ່ມ ແລະຂຽນບົດລາຍງານຈົບຂັ້ນ, ຊຶ່ງໃຊ້ເວລາຮຽນຕົວຈີງ 323ຊົ່ວໂມງ, ເທົ່າກັບ 2,12ໜ່ວຍກິດ.

          ພ້ອມດຽວກັນນີ້ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີໄດ້ໃຫ້ກຽດມອບໃບຢັ້ງຢືນທິດສະດີການເມືອງຂັ້ນກາງ ແລະຂັ້ນຕົ້ນໃຫ້ນັກສຶກສາທີ່ຮຽນຈົບໃນຊຸດທິດສະດີການເມືອງ ຂັ້ນກາງແລະຂັ້ນຕົ້ນ ຮຸ່ນທີ I ແລະທ່ານ ປອສີສອນ ພັນບຸນສີ ໄດ້ຂຶ້ນມອບໃບສົມມະນາບຸນຄຸນໃຫ້ນັກສຶກສາ ທິດສະດີການເມືອງຂັ້ນກາງ ແລະຂັ້ນຕົ້ນຈໍານວນ 5ສະຫາຍ. ໃນຕອນທ້າຍພິທີ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ກໍໄດ້ໃຫ້ກຽດໂອລົມຕໍ່ພິທີ: ທ່ານໄດ້ຍ້ອງຍໍຕໍ່ກັບຄູ-ອາ ຈານທີ່ໄດ້ພ້ອມກັນສຸມທຸກສະຕິປັນຍາ ແລະເພື່ອຖ່າຍທອດຄວາມຮູ້ໃຫ້ແກ່ນັກສຶກສາຢ່າງຕັ້ງໜ້າ ແລະພ້ອມທັງເນັ້ນໜັກໃຫ້ນັກສຶກສາທຸກຄົນຈົ່ງນໍາເອົາຄວາມຮູ້ທີ່ຮຽນໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານ ຂອງຕົນຮັບຜິດຊອບໃຫ້ເກີດດອກອອກຜົນ.

ຂ່າວ: ປທ ອຸທິດ ເກດດົມລິ
ພາບ: ວັດທະນາ ພັນລັກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ