ໂດຍອີງຕາມບົດບັນທຶກຊ່ວຍຈໍາ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ ແລະໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ ໃນວັນທີ 7.8.2017 ທີ່ແຂວງຫົວພັນ.

          ໃນຕອນເຊົ້າ ເວລາ 8:30 ຂອງວັນທີ 30 ມັງກອນ 2024 ໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ ກັບໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນທາງດ້ານວິຊາການຂຶ້ນພາຍໃຕ້ການເປັນປະທານຮ່ວມໂດຍ: ທ່ານ ສົມສັກ ປິ່ນແກ້ວ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ ແລະທ່ານ ນາງ ແຍງເພັດ ບຸນມີໄຊ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ ຢູ່ທີ່ແຂວງບໍ່ແກ້ວເຊິ່ງແມ່ນໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວເປັນເຈົ້າພາບ. ມີບັນດາທ່ານຜູ້ແທນຈາກໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ ຈໍານວນ 24 ທ່ານ, ຍິງ 11 ທ່ານ, ຜູ້ແທນຈາກໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ ຈໍານວນ 17 ທ່ານ, ຍິງ 7 ທ່ານ. ມີຜູ້ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 18 ທ່ານ.

          ກອງປະຊຸມຄັ້ງນີ້ ເປັນການແລກປ່ຽນບົດຮຽນທາງດ້ານວິຊາການໃນການຄຸ້ມຄອງ, ການບໍລິຫານ ແລະຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກໍານົດອອກ ໃຫ້ມີຄຸນນະພາບສູງຂຶ້ນ. ອີກອັນໜຶ່ງແມ່ນເພື່ອຮັດແໜ້ນ ແລະເສີມຂະຫຍາຍຄວາມສາມັກຄີຮັກແພງ ລະຫວ່າງ ສອງໂຮງຮຽນ. ໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ-ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ ໃຫ້ນັບມື້ສູງຂຶ້ນ. ເຊິ່ງທັງສອງຝ່າຍໄດ້ມີການແລກປ່ຽນບົດຮຽນເຊິ່ງກັນແລະກັນຄື:

1. ທັງສອງໂຮງຮຽນ ໄດ້ສະຫຼຸບລາຍງານໂດຍຫຍໍ້ກ່ຽວກັບສະພາບການຄຸ້ມຄອງ, ການບໍລິຫານໂຮງຮຽນ ແລະ ການປະຕິບັດຫຼັກສູດໃນໄລຍະຜ່ານມາຂອງກັນແລະກັນ.

2. ທັງສອງໂຮງຮຽນໄດ້ມີການແລກປ່ຽນບົດຮຽນນໍາກັນຢ່າງກົງໄປກົງມາເປັນຕົ້ນແມ່ນ: ດ້ານວິຊາການກ່ຽວກັບການຄຸ້ມຄອງບໍລິຫານ ແລະການຈັດຕັ້ງປະຕິບັດຕົວຈິງ ໃນການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ແລະອື່ນໆ. ເປັນຕົ້ນແມ່ນການຄຸ້ມຄອງການຮຽນ-ການສອນ, ການກໍ່ສ້າງພັດທະນາຄູ, ການເຜີຍແຜ່ຜົນສໍາເລັດໃນການຄົ້ນຄວ້າວິທະຍາສາດ ແລະບົດປ້ອງກັນຈົບຂັ້ນຂອງນັກສຶກສາໃນຮຸ່ນທີ່ຜ່ານມາ.

3. ທັງສອງໂຮງຮຽນ ບໍ່ແກ້ວ-ຫົວພັນ ໄດ້ເຫັນດີເປັນເອກະພາບນໍາກັນໃນການສືບຕໍ່ສ້າງສາຍພົວພັນມິດຕະພາບ ພ້ອມທັງເສີມຂະຫຍາຍສາຍພົວພັນດັ່ງກ່າວໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ ເຊິ່ງໄດ້ກໍານົດເອົາອີກ 2 ປີໜ້າ ຫຼື ໄວກວ່າຕາມຄວາມສະດວກຕົວຈິງ, ທີ່ໂຮງຮຽນປົກຄອງແຂວງຫົວພັນຈະເປັນເຈົ້າພາບຈັດກອງປະຊຸມໃນຄັ້ງຕໍ່ໄປ ແລະເປັນໄລຍະເວລາທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວຈະໄປແລກປ່ຽນບົດຮຽນຢູ່ແຂວງຫົວພັນ ໃນປີ 2026 ໂດຍອີງໃສ່ຄວາມອາດສາມາດຕົວຈິງຂອງສອງໂຮງຮຽນ.

 

ພາບ ແລະຂ່າວໂດຍ: ຄຳແສນ ລໍໄຊເຈົາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ