ໃນຕອນເຊົ້າຂອງວັນທີ 02 ກຸມພາ 2024 ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ນຳພາໂດຍ: ທ່ານ ໄຊພອນ ມະນີວົງ ຮອງຫົວໜ້າໂຮງຮຽນ ພ້ອມດ້ວຍຫົວໜ້າຂະແໜງ ແລະວິຊາການ ຈຳນວນ 5 ທ່ານ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກເໜືອ ທີ່ໂຮງ ຮຽນການເມືອງ ແລະ ການປົກຄອງແຂວງຜົ້ງສາລີ, ທາງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຜົ້ງສາລີ ໄດ້ເປັນເຈົ້າພາບເປີດພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກເໜືອໃຫ້ກຽດຕ້ອນຮັບໂດຍ: ທ່ານ ປອ ຈັນສີ ແສງສົມພູ ກໍາມະການພັກແຂວງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຜົ້ງສາລີ ພ້ອມດ້ວຍຄະນະ ແລະຄູ-ອາຈານເຂົ້າຮ່ວມຢ່າງພ້ອມພຽງ ແລະມີຕາງໜ້ານໍາພາຈາກໂຮງຮຽນການເມືອງ ແລະ ການປົກຄອງແຂວງ ອຸດົມໄຊ, ຫຼວງນຳ້ທາ, ບໍ່ແກ້ວ ແລະຫຼວງພະບາງ ພ້ອມດ້ວຍທິມງານກອງປະຊຸມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 38ທ່ານ, ຍິງຈຳນວນ 8ທ່ານ.

ທ່ານ ປອ ຈັນສີ ແສງສົມພູ ຫົວໜ້າໂຮງຮຽນໄດ້ສະແດງຄວາມຍີນດີຕ້ອນຮັບດ້ວຍຄວາມອົບອູ່ນເປັນຢ່າງສູງຕໍ່ກັບການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ແລະທ່ານຫົວໜ້າ, ຮອງຫົວໜ້າໂຮງຮຽນທັງ 6 ໂຮງຮຽນກໍໄດ້ແລກປ່ຽນກັນຂຶ້ນລາຍງານບົດສະຫຼຸບຫຍໍ້ຜົນງານການຮຽນ-ການສອນ ໃນໄລຍະຜ່ານມາຈາກບົດລາຍງານແລ້ວທັງ 6 ໂຮງຮຽນກໍມີຄໍາຖາມເຈາະຈີ້ມ ແລະແລກປ່ຽນກັນຢ່າງກົງໄປກົງມາ ຕາມສະພາບຄວາມເປັນຈິງ ໃນການປະຕິບັດໜ້າທີ່ຜ່ານມາເປັນຕົ້ນແມ່ນວຽກງານຈັດຕັ້ງ-ພະນັກງານ ແລະຄຸ້ມຄອງບໍລິຫານ, ຄຸ້ມຄອງການຮຽນ-ການສອນ, ວຽກງານວິຊາການ, ວຽກງານຂໍ້ມູນຂ່າວສານ, ວຽກງານສະພາຄູ ແລະວຽກງານອື່ນໆ ເພື່ອສ້າງຄວາມເປັນເອກະພາບກັນ ແລະພ້ອມກັນແກ້ໄຂເພື່ອພັດທະນາໂຮງຮຽນໃຫ້ມີຄຸນນະພາບໃຫ້ດີຂຶ້ນເປັນກ້າວໆ; ນອກຈາກການປຶກສາຫາລືແກ້ໄຂບັນຫາແລ້ວໂຮງ ຮຽນທັງ 6 ແຂວງໄດ້ເປັນເອກະພາບກັນໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ເປັນເຈົ້າພາບຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກເໜືອໃນປີ 2025, ກອງປະຊຸມຄັ້ງນີ້ໄດ້ດໍາເນີນເປັນເວລາ 1 ມື້ ແລະປິດລົງດ້ວຍທາມກາງບັນຍາກາດອົບອຸ່ນຢ່າງດີ.

        ໃນຕອນທ້າຍກອງປະຊຸມ ທ່ານ ປອ ຈັນສີ ແສງສົມພູ ກໍໄດ້ກ່າວຄໍາຂອບໃຈຢ່າງສູງຕໍ່ທິມງານພົບປະແລກ ປ່ຽນຈາກໂຮງຮຽນການເມືອງ ແລະ ການປົກຄອງແຂວງ ອຸດົມໄຊ, ຫຼວງນຳ້ທາ, ບໍ່ແກ້ວ, ຫຼວງພະບາງ ແລະໄຊຍະບູລີ ທີ່ໄດ້ສະຫຼະເວລາຂຶ້ນມາຢ້ຽມຢາມ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຜົ້ງສາລີ ໃນຄັ້ງນີ້ ແລະອວຍພອນໄຊໃຫ້ທ່ານຫົວໜ້າໂຮງຮຽນ ແລະຮອງຫົວໜ້າໂຮງຮຽນ ພ້ອມດ້ວຍທິມງານຈົ່ງມີສຸຂະພາບແຂງແຮງ ແລະເດີນທາງກັບແຂວງຕົນດ້ວຍຄວາມສະຫວັດດີພາບ.

ຂ່າວ: ປທ ອຸທິດ ເກດດົມລິ
ພາບ: ນັກຂ່າວແຂວງຜົ້ງສາລີ
ບັນນາທິການ: ປທ ບຸນປັນ ສຸມຸນທອງ