ໃນຕອນເຊົ້້າວັນທີ 07 ກຸມພາ 2024 ທີ່ຕຶກສູນຂໍມູນຂ່າວສານ ຊັ້ນ 1 ຫ້ອງ 110, ສະພາວິທະຍາສາດ ສະຖາ​ບັນ​ການ​ເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ ຊຸດທີ V ໄດ້ຈັດກອງປະຊຸມສາມັນ ຂອງສະພາວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດທີ V ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ປະທານສະພາວິທະຍາສາດ ພ້ອມດ້ວຍສະມາຊິກສະພາວິທະຍາສາດແຕ່ລະຄະນະຕ່າງໆ ເພື່ອສະຫຼຸບວຽກງານສະພາວິທະຍາສາດ.

          ທ່ານ ປທ ຄົມວິກິດ ສິມມະລິວົງ ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນ ໄຫວຂອງສະພາວິທະຍາສາດ ສມປຊ ປະຈໍາປີ 2023 ແລະທິດທາງການເຄື່ອນໄຫວ ຂອງສະພາວິທະຍາສາດ ໃນປີ 2024, ເຊິ່ງໃນນັ້ນໄດ້ກ່າວເຖິງສະພາບລວມ, ຜົນສໍາເລັດການເຄື່ອນໄຫວຂອງສະພາວິທະຍາສາດຂອງສະຖາບັນ ໃນປີ 2023, ທິດທາງແຜນການເຄື່ອນໄຫວ ປີ 2024, ເປັນຕົ້ນແມ່ນ: ວິທີຈັດຕັ້ງປະຕິບັດ, ຂໍ້ສະເໜີ ແລະຜົນສໍາເລັດການ ເຄື່ອນໄຫວວຽກງານຂອງສະພາວິທະຍາສາດຂອງແຕ່ລະຄະນະໃນໄລຍະ 1 ປີຜ່ານມາເຊິ່ງໃນນັ້ນຈະປະກອບມີວຽກຍ່ອຍ ເຊັ່ນ:

  1. ວຽກເປີດກອງປະຊຸມສະພາວິທະຍາສາດ.
  2. ການສ້າງປຶ້ມຮັບໃຊ້ການຮຽນ-ການສອນ.
  3. ການຮັບຮອງຫົວຂໍ້ຂຽນບົດຈົບຊັ້ນ ແລະແນະນໍາບົດຈົບຊັ້ນ.
  4. ວຽກງານການຂຽນບົດວິທະຍາສາດ.
  5. ການຄົ້ນຄວ້າຂຽນບົດລົງວາລະສານ.
  6. ການສະເໜີຕໍາແໜງຄູ.
  7. ການຄົ້ນຄວ້າປັບປຸງຫຼັກສູດຕ່າງໆ.

          ນອກຈາກນັ້ນແລ້ວ ທ່ານ ປອ ໂພທອງ ໄຊທິບວົງສາ ກໍ່ໄດ້ຂຶ້ນລາຍງານ ສະພາບການຕິດຕາມການປ້ອງກັນບົດຈົບຊັ້ນນັກສຶກສາລະບົບປະລິນຍາໂທ, ວຽກງານວາລະສານວິທະຍາສາດວິຊາການ ສມປຊ ແລະການສະເໜີຕໍາແໜ່ງວິຊາຄູ ຂອງ ສມປຊ, ລາຍງານຜົນລົງມະຕິຮັບຮອງເອົາການສະເໜີຕໍາແໜງວິຊາການຜູ້ຊ່ວຍອາຈານຈໍານວນ 1 ທ່ານ, ປະກອບຄໍາເຫັນ ແລະລົງມະຕິຮັບຮອງການສະເໜີເງິນອຸດໜູນອ່ານເອກະສານ ຂອງສະມາຊິກສະພາວິທະຍາສາດ, ລາຍງານຜ່ານປະກອບຄໍາເຫັນ ແລະລົງມະຕິຮັບຮອງເອົາຂໍ້ກໍານົດການຄົ້ນຄວ້າວິທະຍາສາດ ສມປຊ (ສະບັບປັບປຸງ); ແລະໄດ້ລາຍງານ ແລະປະກອບຄໍາເຫັນຕໍ່ວຽກງານແຜນການສ້າງປຶ້ມ ຂອງ ສມປຊ ໂດຍ: ທ່ານ ນາງ ປອ ດວງຈັນ ນັນທາ ເປັນຜູ້ຂຶ້ນລາຍງານ ເຊິ່ງບັນດາເອກະສານ ແລະເນື້ອໃນຕ່າງໆທີ່ໄດ້ຂຶ້ນຜ່ານມາຂ້າງເທິງນັ້ນເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ ລ້ວນແລ້ວແຕ່ໄດ້ຮັບການປະກອບຄໍາຄິດເຫັນຈາກບັນດານັກວິທະຍາສາດຂອງແຕະລະຄະນະ.

ໃນຕອນທ້າຍທ່ານປະທານກອງປະຊູມໄດ້ມີຄວາມເຫັນແນະນໍາ ແລະເນັ້ນຄືນຕື່ມດັ່ງນີ້:

  1. ກວດຄືນເບິ່ງພາລະບົດບາດ, ໜ້າທີ່ ແລະໂຄງປະກອບຂອງສະພາວິທະຍາສາດ.
  2. ກວດເບິ່ງເນື້ອໃນນິຕິກໍາ, ຕີລາຄາ ແລະສັງລວມຄືນໃຫ້ຊັດເຈນ.
  3. ຮຽກຮ້ອງໃຫ້ບັນດາຄູ-ອາຈານທີ່ຈະຂໍຕໍາແໜງຄູຂຽນບົດວາລະສານໃຫ້ໄປຕາມລະບົບ ເເລະເງື່ອນໄຂທີ່ໄດ້ກໍານົດໄວ້.
  4. ຊອກຫາວິທີລົງວາລະສານ ທັງພາຍໃນປະເທດ ຫຼື ຕ່າງປະເທດ.
  5. ການປ້ອງການບົດຂອງນັກສຶກສາກໍ່ຂໍໃຫ້ປະຕິບັດລະບຽບຢ່າງເຄັ່ງຄັດ ແລະເຂັ້ມງວດ.
  6. ກວດກາຄືນບັນດາເຕັກນິກ ແລະໄວຍາກອນ.
  7. ບັນດາປຶ້ມທີ່ຈະພິມກໍຄວນໃຫ້ຜ່ານຄະນະທີ່ກ່ຽວຂ້ອງກ່ອນ.
  8. ການສ້າງປຶ້ມຕໍາລາຕ່າງໆ ຢາກໃຫ້ສ້າງຮ່ວມກັນກັບໜູ່ໂດຍເອົາຜູ້ທີ່ມີຄຸນວຸດທິສູງກວ່າເປັນຜູ້ນໍາໜ້າ.
  9. ກວດກາເບິ່ງຄືນເລື່ອງຄວາມອາດສາມາດ ໃນການຂໍຕໍ່າແໜ່ງຄູຕື່ມ.

ຂ່າວ-ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ