ພິທີປ້ອງກັນບົດຈົບຂັ້ນ ຂອງນັກສຶກສາທິດສະດີການເມືອງ ຂັ້ນສູງ ລະບົບ 9 ເດືອນ ຮຸ່ນທີ VII
ໃນວັນທີ 30 ກັນຍາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີປ້ອງກັນບົດຈົບຂັ້ນ ໃຫ້ແກ່ນັກສຶກສາທິດສະດີການເມືອງ ຂັ້ນສູງ ລະບົບ 9 ເດືອນ ຮຸ່ນທີ VII ຈຳນວນ 44 ທ່ານ, ຍິງ 7 ທ່ານ ທີ່ໄດ້ຜ່ານການສຶກສາຮໍ່າຮຽນຄົບຕາມຫຼັກສູດ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກໍານົດໄວ້ ແລະໄດ້ຂຽນບົດຈົບຂັ້ນສໍາເລັດ ແລະຖືກຕ້ອງຕາມເຕັກນິກວິທະຍາສາດ. ຫຼັກສູດທິດສະດີຂັ້ນສູງ ແມ່ນໄດ້ເລີ່ມຕົ້ນເປີດການຮຽນ-ການສອນ…
ພິທີປີດການຝຶກອົບຮົມວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ ISSN, AI ປັນຍາປະດິດ, ການວິໄຈ ປະລິມານ-ຄຸນນະພາບ ແລະຮູບແບບການອ້າງອີງວາລະສານວິຊາການ
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສຳເລັດການຝຶກອົບຮົມ ຍົກລະດັບພະນັກງານ, ຄູ-ອາຈານ ໃຫ້ມີຄວາມຮູ້ຄວາມສາມາດ ໃນຫົວຂໍ້ການຝຶກອົບຮົມ: ການສ້າງວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ ISSN, AI ປັນຍາປະດິດ, ການວິໄຈ ປະລິມານ (Quantitative) ແລະ ຄຸນນະພາບ (Qualitative) ແລະຮູບແບບການອ້າງອີງວາລະສານວິຊາການ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໃນພິທີໃຫ້ກຽດເປັນປະທານຂອງ ທ່ານ ປທ ນ ບຸນມີ…
ກອງປະຊຸມແລກປ່ຽນ ແລະປຶກສາຫາລື ເພື່ອເກັບກຳຂໍ້ມູນການຈັດຕັ້ງປະຕິບັດ ຂອງໂຄງການສະຖາບັນລາວ-ອົດສະຕາລີ ໄລຍະ IV
ການຮ່ວມມືລະຫວ່າງ ລັດຖະບານລາວ ກັບ ລັດຖະບານອົດສະຕາລີ ແມ່ນມີສາຍພົວພັນ ແລະການຮ່ວມມືອັນດີງາມມາແຕ່ຍາວນານ, ເປັນການພົວພັນທີ່ຕ່າງຝ່າຍຕ່າງໄດ້ຜົນປະໂຫຍດ, ບໍ່ກ້າວກາຍກິດຈະການພາຍໃນເຊິ່ງກັນ ແລະກັນ ເຊິ່ງສະແດງອອກໃນໄລຍະຜ່ານມາ ລັດຖະບານອົດສະຕາລີ ໄດ້ໃຫ້ການສະໜັບສະໜູນທາງດ້ານການສຶກສາ ແລະການພັດທະນາຊັບພະຍາກອນມະນຸດ, ວຽກງານສິດທິມະນຸດ ຢ່າງມະຫາສານແກ່ລັດຖະບານ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍຄືສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານອົດສະຕາລີ ໃນການສ້າງ ແລະພັດທະນາບຸກຄະລາກອນຄູ, ຝຶກອົບຮົມດ້ານວິຊາການ, ປື້ມຄູ່ມື, ຊ່ຽວຊານ, ການຝຶກອົບຮົມວຽກງານສິດທິມະນຸດ, ວຽກງານບຸກຄະລາກອນ ແລະການແລກປ່ຽນບົດຮຽນໃນດ້ານອື່ນໆ.…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດການຝຶກອົບຮົມວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ ISSN, AI ປັນຍາປະດິດ, ການວິໄຈ ປະລິມານ-ຄຸນນະພາບ ແລະຮູບແບບການອ້າງອີງວາລະສານວິຊາການ
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຍົກລະດັບ ພະນັກງານ, ຄູ-ອາຈານ ໃຫ້ມີຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ, ທັນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະ ແມ່ນການຍົກລະດັບໃຫ້ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດ ທຽບທັນກັບຍຸກອຸດສາຫະກໍາທີ່ທັນສະໄໝ ແລະ ເພື່ອໃຫ້ພວກເຮົາຮູ້ໄດ້ວິທີເຂົ້າເຖິງຂໍ້ມູນທີ່ທັນສະໄໝ ຢູ່ໃນໂລກປະຈຸບັນ ແລະ ໃຫ້ຮູ້ຈັກນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ ເຂົ້າໃນການສຶກສາຄົ້ນຄວ້າ, ຮໍ່າຮຽນ ແລະ ນໍາເອົາຄວາມຮູ້ໃໝ່ໆ ມານໍາໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງພວກເຮົາ. ດັ່ງນັ້ນ, ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຈິ່ງໄດ້ຈັດຝຶກອົບຮົມຫົວຂໍ້: ການສ້າງວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ…
