ເພື່ອສ້າງໃຫ້ເລຂາພັກບ້ານ, ນາຍບ້ານ ກາຍເປັນຜູ້ບໍລິຫານທີ່ມີຄວາມຮູ້, ຄວາມສາມາດຢ່າງເລິກເຊິ່ງກ່ຽວກັບ ທິດສະດີມາກ-ເລນິນທັດສະນະຂອງພັກ, ແນວຄິດໄກສອນ ພົມວິຫານ ຕໍ່ການຍົກສູງທິດສະດີການເມືອງ ແລະການປົກຄອງ ກົນໄກຄຸ້ມຄອງເສດຖະກິດ, ຄຸ້ມຄອງສັງຄົມ ແລະ ການປະຕິບັດກົດລະບຽບຕ່າງໆ ຂອງລັດໃນແຕ່ລະໄລຍະ. ໃນຕອນເຊົ້າ ຂອງວັນທີ 29 ກັນຍາ 2021 ນີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງການແຜນການເມືອງປາກແບງ ໄດ້ຈັດພິທີເປີດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະ 10 ວັນຂຶ້ນ ໂດຍການເປັນປະທານຮ່ວມ ຂອງທ່ານ ຄຳດີ ກຸນໄຊຍະທຳ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ທ່ານ ປທ ວົງສີ ບຸນທິໃຈ ຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ເຊິ່ງມີແຂກຮັບເຊີນເຂົ້າຮ່ວມເປັນຕົ້ນແມ່ນ: ບັນດາຫ້ອງການອ້ອມຂ້າງເມືອງ ແລະ ສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

ພິທີດັ່ງກ່າວ, ທ່ານ ບຸນໄຊ ລູວີນາ ຄະນະຮັບຜິດຊອບຈັດຝຶກອົບຮົມ ໄດ້ຜ່ານແຜນການຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະ 10 ວັນ ເຊິ່ງໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ແລະ ຄາດໝາຍຂອງການຝຶກອົບຮົມໃນຄັ້ງນີ້. ຄະນະພັກເມືອງ, ຄະນະຈັດຕັ້ງເມືອງ ສົມທົບກັບອົງການປົກຄອງແຕ່ລະບ້ານເປັນຜູ້ກຳນົດເອົາເປົ້າໝາຍຜູ້ເຂົ້າຮ່ວມຝຶກອົບຮົມ ຈາກ 45 ບ້ານ. ໂດຍມີວິທະຍາກອນຈາກຄະນະປະຈຳພັກເມືອງ, ການນຳເມືອງ ແລະ ຄູ-ອາຈານຈາກໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊເຂົ້າຮ່ວມ. ກຳນົດໄລຍະການຝຶກອົບຮົມທັງໝົດແມ່ນ 10 ວັນ ເລີ່ມວັນທີ 30 ກັນຍາ ຫາ 9 2021.

ທ່ານ ຄຳດີ ກຸນໄຊຍະທຳ ໄດ້ໃຫ້ກຽດໂອ້ລົມຕໍ່ກັບສຳມະນາກອນທີ່ ເຂົ້າຮັບການຝຶກອົບຮົມໃນຄັ້ງນີ້ ແມ່ນເນັ້ນໃຫ້ສໍາມະນາກອນເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ສົນທະນາແລກປ່ຽນທິດສະດີພ້ອມກັບສົມທຽບພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ເພື່ອເຮັດໃຫ້ສາມາດນຳເອົາທິດສະດີ, ພຶດຕິກໍາ ແລະແນວທາງນະໂຍບາຍຂອງພັກ, ກົດໝາຍຕ່າງໆຂອງລັດ ໄປຈັດຕັ້ງຜັນຂະຫຍາຍໃຫ້ກາຍເປັນແຜນການ, ແຜນງານ ແລະໂຄງການອັນລະອຽດໃນການຈັດຕັ້ງປະຕິບັດຂອງແຕ່ລະທ້ອງຖິ່ນ ແລະ ໜ້າທີ່ວຽກງານຂອງຕົນຮັບຜິດຊອບໃຫ້ໄດ້ຮັບໝາກຜົນ.

ພາບ-ຂ່າວ: ບຸນໄຊ ລູວີນາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ