ກອງປະຊຸມສຳມະນາວິທະຍາສາດ 4 ຝ່າຍ ຫົວຂໍ້: “ການປຸກລະດົມ, ນຳໃຊ້ທຶນ ແລະ ເຕັກໂນໂລຊີ ຢ່າງມີປະສິດທິຜົນ ຮັບປະກັນການພັດທະນາຢູ່ ລາວ-ຫວຽດນາມ”.
ກອງປະຊຸມສຳມະນາ ວິທະຍາສາດ ເປັນການຮ່ວມມືຂອງສອງປະເທດ ສປປ. ລາວ ແລະ ສສ.ຫວຽດນາມ ຊຶ່ງມີ 4 ຝ່າຍຄື ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຖາບັນວິທະຍາສາດເສດຖະກິດສັງຄົມແຫ່ງຊາດ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະສະຖາບັນດິດວິທະຍາສາດສັງຄົມແຫ່ງຊາດ ຊຶ່ງທັງ 4 ຝ່າຍໄດ້ຮ່ວມກັນຄົ້ນຄວ້າວິທະຍາສາດພາຍໃຕ້ຫົວຂໍ້: “ການປຸກລະດົມ, ນຳໃຊ້ທຶນ ແລະ ເຕັກໂນໂລຊີ ຢ່າງມີປະສິດທິຜົນ ຮັບປະກັນການພັດທະນາຢູ່ ລາວ-ຫວຽດນາມ” ໃນຄັ້ງວັນທີ 29 ມິຖຸນານີ້, ຢູ່ແຂວງລາວກາຍ…
ຄະນະຜູ້ແທນກອງປະຊຸມສຳມະນາ 4 ຝ່າຍ ຢ້ຽມຂໍ່ານັບການນຳແຂວງລາວກາຍ, ສສ ຫວຽດນາມ
ຕອນບ່າຍ ຂອງວັນທີ 28 ມິຖຸນາ 2023, ທີ່ຫ້ອງວ່າການປົກຄອງແຂວງລາວກາຍ. ຄະນະນໍາຜູ້ແທນກອງປະຊຸມສຳມະນາສາກົນ ຫົວຂໍ້: ການລະດົມ ແລະ ນໍາໃຊ້ທຶນ ແລະ ເຕັກໂນໂລຊີຢ່າງມີປະສິດທິຜົນ ຮັບປະກັນການພັດທະນາຢູ່ລາວ ແລະ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫວູ ຊັວນ ເກືອງ ຮອງເລຂາພັກ, ຜູ້ປະຈໍາການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງລາວກາຍ ພ້ອມດ້ວຍຄະນະນໍາຂອງແຂວງລາວກາຍ ໃນໂອກາດເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຳມະນາສາກົນ ຢູ່ແຂວງລາວກາຍ, ສສ ຫວຽດນາມ. ໂດຍການພົບປະດຳເນີນໄປດ້ວຍບັນຍາກາດທີ່ອົບອຸ່ນ…
ພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງ 3 ໜ່ວຍພັກຮາກຖານ
ໃນທ້າຍເດືອນ ມິຖຸນາ 2023 ຄະນະບໍລິຫານງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ອອກມະຕິຕົກລົງຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ເພື່ອເປັນກຳລັງແຮງໃນການປະຕິບັດໜ້າທີ່ການເມືອງຂອງໜ່ວຍພັກຕ່າງໆ ຢູ່ ສມປຊ. ໃນພິທີດັ່ງກ່າວ ທ່ານ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ ແລະ ປ້ອງກັນພັກ ໄດ້ຜ່ານມະຕິຕົກລົງຂອງຄະນະພັກ ສມປຊ ວ່າດ້ວຍການຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນຊຶ່ງມີດັ່ງນີ້: I. ໜ່ວຍພັກຮາກຖານຄະນະລັດທິສັງຄົມນິຍົມວິທະຍາສາດຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ: – ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ: 1. ສະຫາຍ…
ພິທີປິດເຝິກອົບຮົມທິດສະດີການເມືອງ-ການປົກຄອງລະບົບ 10 ວັນຊຸດທີ IV
ໃນຕອນບ່າຍ ຂອງວັນທີ 26 ມີຖຸນາ 2023 ທີ່ຫ້ອງປະຊຸມຂອງເມືອງສິງແຂວງຫຼວງນໍ້າທາ ໄດ້ຈັດພິທີປິດການເຝິກອົບຮົມທິດສະດີການເມືອງ-ການປົກຄອງລະບົບ 10 ວັນຊຸດທີ IV ໃຫ້ເລຂາພັກບ້ານ, ນາຍບ້ານ, ການເຝິກອົບຮົມໃນຄັ້ງນີ້ມີນັກເຝິອົບຮົມ ຈໍານວນທັງໝົດ 30 ທ່ານ, ຍິງ 02 ທ່ານ; ມາຈາກ 23 ບ້ານ, ເທດສະບານເມືອງສິງແຂວງຫຼວງນໍ້າທາ ການເຝິກອົບຮົມແມ່ນ ເພື່ອເປັນການຈັດຕັ້ງປະຕິບັດຕາມເນື້ອໃນ ຂອງກອງປະຊຸມໃຫຍ່ຂອງພັກໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ໃຫ້ກຽດເປັນປະທານໂດຍ: ທ່ານ ປອ ຄຳພັນ…

