Month: March 2025

ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານລົງເກັບກໍາຂໍ້ມູນຕົວຈິງຢູ່ແຂວງໄຊຍະບູລີ

     ໃນຕອນເຊົ້າ ຂອງວັນທີ 25 ມີນາ 2025 ທີມງານຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ນໍາໂດຍ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເດີນທາງຈາກນະຄອນຫຼວງວຽງຈັນ ໄປແຂວງໄຊຍະບູລີ, ໃນວັນທີ 26 ມີນາ 2025 ທີມງານ ໄດ້ເຂົ້າພົບການນໍາແຂວງໄຊຍະບູລີ ໂດຍທ່ານ ຄໍາຫຼ້າ ແກ້ວອຸ່ນຄໍາ…

ຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ເດີນທາງມາພົບປະ ແລະເຮັດວຽກຢູ່ ສປປ ລາວ

    ໃນວັນທີ 31 ມີນາ 2025 ທ່ານ ປອ ນາງ ໄກສອນ ຈັນສີນາ, ຄະນະພັກ ສມປຊ, ຫົວໜ້າຫ້ອງການ ໄດ້ໄປຕ້ອນຮັບຄະນະຜູ້ແທນການນໍາ ຈາກສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ຈໍານວນ 15 ທ່ານ ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ເພື່ອມາພົບປະ ແລະເຮັດວຽກຮ່ວມກັບຄະນະຜູ້ແທນການນໍາ ຂອງແຕ່ລະສະຖາບັນການສຶກສາ ຢູ່ນະຄອນຫຼວງວຽງຈັນ ແລະຕ່າງແຂວງ ເປັນເວລາ…

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດງົບປະມານ ປະຈຳປີ 2024 ແລະແຈ້ງຕົວເລກແຜນງົບປະມານລາຍຈ່າຍປົກກະຕິ ປະຈຳປີ 2025 

    ຕອນເຊົ້າ ວັນທີ 27 ມີນາ 2025 ທີ່ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດງົບປະມານ ປະຈຳປີ 2024 ແລະ ແຈ້ງຕົວເລກແຜນງົບປະມານລາຍຈ່າຍປົກກະຕິ ປະຈຳປີ 2025 ) ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຈັດພິທີເປີດຊຸດຝຶກອົບຮົມໄລຍະສັ້ນ ຫົວຂໍ້ສະເພາະ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ, ຊຸດທີ 1

    ໃນຕອນເຊົ້າ ວັນທີ 24 ມີນາ 2025 ຢູ່ທີ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປິດຊຸດເຝິກອົບຮົມໄລຍະສັ້ນໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ, ຊຸດທີ 1, ພາຍໃຕ້ການເປັນປະທານໂດຍ: ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ,…