ໃນຕອນເຊົ້າວັນທີ 6 ມີນາ 2025, ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ກົມຄຸ້ມຄອງ ການຄົ້ນຄວ້າວິທະຍາສາດ ສົມທົບກັບດານັກວິທະຍາສາດ ແລະຜູ້ສັງເກດບົດວິທະຍາສາດ ໄດ້ຈັດຕັ້ງກອງປະຊຸມຜ່ານເນື້ອໃນບົດວິທະຍາສາດຫົວຂໍ້: “ວຽກງານແມ່ຍິງ ໃນນິພົນມາກ-ອັງແກນ, ເລນິນ ແລະໂຮ່ຈີມິນ ໃຫ້ກຽດເປັນປະທານໂດຍ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວ ໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ປອ ສາຍຄໍາ ມູນມະນີວົງ ກຳມະການພັກ, ຫົວໜ້າຄະນະປັດຊະຍາມາກ-ເລນິນ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ປອ ນ. ດວງຈັນ ນັນທາ ຮອງຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ຕາງໜ້າຄະນະບໍລິຫານງານສະຫະພັນແມ່ຍິງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະບັນດາຄູອາຈານຜູ້ທີ່ສັງເກດຕີລາບົດວິທະຍາສາດ ຈາກຄະນະຕ່າງໆ, ມີຕາງໜ້າສະຫະພັນແມ່ຍິງຮາກຖານພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍບັນດານັກວິທະຍາສາດ ແລະບັນດາແຂກເຂົ້້າຮ່ວມ ຈໍານວນທັງໝົດ 55 ທ່ານ, ຍິງ 51 ທ່ານ.

ກອງປະຊຸມສໍາມະນາໃນຄັ້ງນີ້ ມີຄວາມໝາຍສຳຄັນທາງດ້ານທິດສະດີ ແລະພຶດຕິກຳ ຂອງພັກ ໂດຍຈັດຂຶ້ນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະທົ່ວປວງຊົນ ກໍຄືເອື້ອຍນ້ອງແມ່ຍິງພວມຕັ້ງໜ້າເຂົ້າຮ່ວມການສ້າງຂະບວນການຮໍ່ານັບຮັບຕ້ອນວັນສໍາຄັນ ຂອງພັກ, ຂອງຊາດ ແລະຂອງແມ່ຍິງ ເປັນຕົ້ນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະວັນແມ່ຍິງສາກົນ ວັນທີ 8 ເດືອນ 3 ຄົບຮອນ 115 ປີ ທີ່ຈະໝູນວຽນມາອີກວາລະໜຶ່ງ.

ເຊິ່ງໃນກອງປະຊຸມ ທ່ານ ປອ ນ. ລໍາພູນ ດວນສຸວັນ ປະທານສະຫະພັນແມ່ຍິງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ນໍາສະເໜີບົດສັງລວມຜົນຄົ້ນຄວ້າວິທະຍາສາດ (ບົດນໍາ) 1 ບົດ ແລະໃນກອງປະຊຸມຍັງໄດ້ນໍາສະເໜີ 3 ຫົວຂໍ້ຍ່ອຍ ຄື:

ຫົວຂໍ້ທີ 1: “ວຽກງານແມ່ຍິງ ໃນພິພົນມາກ-ອັງແກນ”, ນໍາສະເໜີໂດຍ: ທ່ານ ປທ ນ. ອານົງ ຂັນທະຍົງ;

ຫົວຂໍ້ທີ 2: “ວຽກງານແມ່ຍິງ ໃນນິພົນເລນິນ”, ນຳສະເໜີໂດຍ: ທ່ານ ປທ ນ. ສຸດໃຈ ວົງພະຈັນ;

ຫົວຂໍ້ທີ 3: “ວຽກງານແມ່ຍິງ ໃນນິພົນໂຮ່ຈີມິນ”, ນຳສະເໜີໂດຍ: ທ່ານ ປທ ນ. ພວງແສງ ວົງວິຫານ.

ນອກຈາກນີ້, ໃນກອງປະຊຸມຍັງໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອໃຫ້ບົດຄົບຖ້ວນສົມບູນ ແລະມີລັກສະນະວິທະຍາສາດ ເປັນຕົ້ນ ຄວາມເປັນເອກະພາບບັນດາໂຄງປະກອບຂອງບົດ, ການກໍານົດບັນດາເນື້ອໃນ, ຄວາມສໍາຄັນຂອງບົດ, ການໝູນໃຊ້, ການເສີມຂະຫຍາຍ ແລະເຕັກນິກຫຼັກໄວຍາກອນ.

ໃນຕອນທ້າຍກອງປະຊຸມ ປະທານໄດ້ສະຫຼຸບຄືນກອງປະຊຸມ ແລະມີຄໍາເຫັນ, ສະເໜີໃຫ້ນັກວິທະຍາສາດ ສືບຕໍ່ນໍາເອົາເນື້ອໃນຈິດໃຈກອງປະຊຸມສຳມະນາໃນຄັ້ງນີ້ ນໍາໄປປັບປຸງຄົ້ນຄວ້າເພີ່ມເຕີມ ເພື່ອໃຫ້ເນື້ອໃນມີຄວາມເລິກເຊິ່ງ, ຖອດໄດ້ເນື້ອໃນອັນເປັນພື້ນຖານ, ແກ່ນສານຂອງວຽກງານແມ່ຍິງ ໃນນິພົນມາກ-ອັງແກນ, ເລນິນ ແລະໂຮ່ຈີມິນ, ຖອດຖອນເອົາຄວາມຮູ້ນໍາຜູ້ທີ່ມີປະສົບການມາກ່ອນ ແລະຮີບຮ້ອນປັບປຸງບົດໃຫ້ສໍາເລັດໂດຍໄວ .

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ