ໃນຕອນແລງວັນທີ 28 ກຸມພາ 2025, ເວລາ 13 ໂມງ 30 ນາທີ ຢູ່ທີ່ສະໂມສອນໃຫຍ່ ສມປຊ ໄດ້ມີ 3 ອົງການຈັດຕັ້ງມະຫາຊົນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂະບວນການແລກປ່ຽນບົດຮຽນທາງດ້ານວິທະຍາສາດ ແລະກິດຈະກຳກິລາ ພາຍໃຕ້ການເປັນປະທານຮ່ວມ ໂດຍ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ແລະ ທ່ານ ຈັນທະບູນ ສຸກອາລຸນ ກຳມະການປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງພະລັງ ງານ ແລະ ບໍ່ແຮ່, ມີບັນດາທ່ານ ຄະນະບໍລິຫານງານພັກ, ຄະນະນໍາ, ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານ, ຄູ-ອາຈານ, ນັກສຶກສາທຸກຮຸ່ນຂັ້ນສູງ 9 ເດືອນ ຮຸ່ນທີ 6, 9 ເດືອນ ຮຸ່ນທີ 7, ຂັ້ນກາງ 6 ເດືອນ ຮຸ່ນທີ 4 ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ທັງສອງຝ່າຍ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດ 169 ທ່ານ, ຍິງ 77 ທ່ານ.
ຈຸດປະສົງໃນການຈັດຂະບວນການໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນ ຂອງພັກ ຂອງຊາດ ກໍຄືການສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງພະລັງານ ແລະ ບໍ່ແຮ່ ໃກ້ຈະມາເຖິງນີ້, ທັງເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະກັນ.
ໃນພິທີດັ່ງກ່າວ, ການແລກປ່ຽນບົດຮຽນ ດ້ານວິທະຍາສາດໄດ້ນໍາສະເໜີ 4 ບົດ ຄື:
- ແນວຄິດໄກສອນ ພົມວິຫານ ກ່ຽວກັບການສຶກສາອົບຮົມການເມືອງ-ແນວຄິດ, ນໍາສະເໜີໂດຍ: ທ່ານ ປອ ນາງ ລຳພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ;
- ຜົນຂະຫຍາຍມະຕິ 04 ວ່າດ້ວຍ ເສດຖະກິດເອກະລາດເປັນເຈົ້າຕົນເອງ, ຕົວແບບທາງດ້ານເສດຖະ ກິດ ນໍາສະເໜີໂດຍ: ທ່ານ ປອ ອິນທະວົງ ໂຄດປັນຍາ ຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງ ເສດຖະກິດ.;
- ຍຸດທະສາດການພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ, ນໍາສະເໜີໂດຍ: ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ;
- ການປະຕິຮູບລັດວິສາຫະກິດໃນຂະແໜງການພະລັງງານ ແລະບໍ່ແຮ່, ນໍາສະເໜີໂດຍ: ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.
ໃນກອງປະຊຸມ ໄດ້ປະກອບຄໍາຄິດ-ຄໍາເຫັນໃສ່ແຕ່ລະຫົວຂໍ້ຢ່າງກົງໄປກົງມາ ແລະມີລັກສະນະສ້າງສັນ ເພື່ອເຮັດໃຫ້ບົດວິທະຍາສາດຄົບຖ້ວນ ແລະສົມບູນ.
ໃນຕອນທ້າຍ ທ່ານປະທານໄດ້ມີຄໍາເຫັນສະຫຼຸບຄືນຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ຜູ້ທີ່ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດຄັ້ງນີ້ ກໍາໄດ້ເນື້ອໃນຈິດໃຈ ແລະຂໍໃຫ້ 3 ອົງການຈັດຕັ້ງມະຫາຊົນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບກະຊວງພະລັງງານ ແລະ ບໍ່ແຮ່ ມີຄວາມສາມັກຄີ, ຮັກແພງກັນຕະຫຼອດໄປ. ພາຍຫຼັງສໍາເລັດພິທີ ທັງສອງສະຖາບັນ ກໍໄດ້ສ້າງກິດຈະກໍາກິລາບານເຕະສາມັກຄີຮ່ວມກັນ ດ້ວຍບັນຍາກາດໄມຕີຈິດອັນຟົດຟື້ນມ່ວນຊື່ນ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ