ໃນຕອນບ່າຍຂອງວັນທີ 28 ກຸມພາ 2025 ທີ່ ຫ້ອງປະຊຸມ ຫ້ອງການປົກຄອງເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ເປີດກອງປະຊຸມສ່ອງແສງ ລາຍງານປະຈໍາອາທິດ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ແລະ ທ່ານ ນາງ ດາວອນ ສີວົງໄຊ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງແກ້ວອຸດົມ, ມີຄະນະພັກເມືອງ, ຄະນະພັກບ້ານ, ອາຈານຜູ້ຊີ້ນໍາແຕ່ລະໜ່ວຍ, ອາຈານຜູ້ຕິດຕາມກວດກາ ແລະຕາງໜ້າແຕ່ລະໜ່ວຍ ທັງ 12 ໜ່ວຍຂອງນັກສຶກສາ ທີ່ປະຈໍາແຕ່ລະບ້ານເຂົ້າຮ່ວມ.
ໃນພິທີ ຕາງໜ້ານັກສຶກສາໃນແຕ່ລະໜ່ວຍທີ່ປະຈໍາແຕ່ລະບ້ານໄດ້ຂຶ້ນລາຍງານສະພາບບັນຫາ ແລະໜ້າວຽກທີ່ເຮັດສຳເລັດ, ໜ້າວຽກທີ່ຍັງຄົງຄ້າງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະບົດຮຽນທີ່ຖອດຖອນໄດ້ ພາຍໃນໜຶ່ງອາທິດທີ່ຜ່ານມາ, ເຊິ່ງແຕ່ລະໜ່ວຍຂອງນັກສຶກສາ ທີ່ໄດ້ລົງໄປປະຈໍາຢູ່ແຕ່ລະບ້ານນັ້ນແມ່ນໄດ້ສ້າງແຜນວຽກ 4 ດ້ານຄື: ວຽກງານດ້ານການເມືອງ, ວຽກງານດ້ານເສດຖະກິດ, ວຽກງານດ້ານວັດທະນະທຳ-ສັງຄົມ ແລະວຽກງານດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ໃນ 1 ອາທິດທີ່ຜ່ານມາ (ວັນທີ 20-27 ກຸມພາ 2025) ນັກສຶກສາທີ່ລົງໄປປະຈໍາແຕ່ລະບ້ານໄດ້ຂຸ້ນຂ້ຽວປະຕິບັດໜ້າທີ່ວຽກງານເຊິ່ງຍາດໄດ້ຜົນສໍາເລັດຫຼາຍດ້ານ: ເປັນຕົ້ນໜ່ວຍທີ 4 ປທ ຮຸ່ນທີ 20 ຫ້ອງກໍ ທີ່ປະຈໍາຢູ່ບ້ານພູເຂົາຄໍາ ນໍາພາໂດຍ ທ່ານ ປທ ບຸນທະວີ ບັນດາສັກ ອາຈານຊີ້ນໍາ ແລະທ່ານ ເພັດສະໝອນ ບົວສີແກ້ວ ຫົວໜ້າໜ່ວຍ ໄດ້ນຳກຳລັງນັກສຶກສາອອກແຮງງານເທທາງເປຕົງຊ່ວຍບ້ານ, ໜ່ວຍ 5 ທີ່ປະຈໍາຢູ່ບ້ານ ໂພນມ່ວງ ນໍາພາໂດຍ ທ່ານ ປທ ສີຈັນ ສູນດາລາ ອາຈານຊີ້ນໍາ ແລະທ່ານ ນາງ ມະໄລທອງ ສີນາວົງ ຫົວໜ້າໜ່ວຍໄດ້ຮ່ວມກັບໂຍທາເມືອງ ແລະການຈັດຕັ້ງບ້ານ ໄດ້ສໍາເລັດປັກປ້າຍຮ່ອມຂອງບ້ານ ປ້າຍບອກທາງເຂົ້າບ້ານ ແລະບັນດາໜ່ວຍອື່ນທີ່ປະຈໍາຢູ່ແຕ່ລະບ້ານ ແມ່ນໄດ້ນໍາພາສ້າງລະບຽບບ້ານ, ໂຄງຮ່າງການຈັດຕັ້ງບ້ານ, ເຜີຍແຜ່ນິຕິກຳດ້ານວຽກພັກ, ນິຕິກຳດ້ານລັດ ທີ່ກ່ຽວຂ້ອງກັບການຈັດຕັ້ງທ້ອງຖິ່ນ, ນໍາພາພໍ່ແມ່ປະຊາຊົນອອກແຮງງານອານາໄມລວມ ເພື່ອຮັກສາຄວາມສະອາດສວຍງາມໃນທ້ອງຖະໜົນຫຼວງທີ່ຜ່ານບ້ານ. ນອກນັ້ນ, ບັນດາອາຈານຊີ້ນໍາ ແລະນັກສຶກສາບາງໜ່ວຍຍັງໄດ້ສະເໜີບັນຫາຕ່າງໆທີ່ເປັນຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນການປະສານງານກັບໜ່ວຍງານຕ່າງໆທີ່ກ່ຽວຂ້ອງຂອງບ້ານ, ການເຕົ້າໂຮມສະມາຊິກບ້ານເພື່ອເປີດກອງປະຊຸມ.
ໃນຕອນທ້າຍຂອງພິທີ ຄະນະປະທານກອງປະຊຸມທີ່ຕາງໜ້າຄະນະພັກເມືອງກ່າວຂອບໃຈທີ່ນັກສຶກສາໄດ້ທຸ້ມເທເຮື່ອແຮງ ສະຕິປັນຍາ ສຸມໃສ່ປະກອບສ່ວນບູລະນະວຽກໃຫ້ແຕ່ລະບ້ານ ເຫັນວ່າມີຜົນສໍາເລັດໃນຫຼາຍດ້ານໃນຂີດເວລາທີ່ຈໍາກັດ. ດັ່ງນັ້ນ, ໃນເວລາທີ່ເຫຼືອໜຶ່ງອາທິດ ສິ່ງໄດ້ທີ່ຊ່ວຍໄດ້ກໍຂໍໃຫ້ຊ່ວຍໃຫ້ສໍາເລັດ ສິ່ງໃດທີ່ເຫັນວ່າມັນເປັນບັນຫາທີ່ຄວນແກ້ໄຂ ແຕ່ໄລຍະເວລາຂອງນັກສຶກສາລົງມານັ້ນສິ້ນສຸດແລ້ວຂໍໃຫ້ນໍາສະເໜີທາງເມືອງສືບຕໍ່ເບິ່ງບັນນັ້ນ.
ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ໃຫ້ທິດຊີ້ນໍາ ນັກສຶກສາວ່າ: ໃນເວລາທີ່ເຫຼືອໜ້ອຍນີ້ຂໍໃຫ້ສືບຕໍ່ແກ້ວຽກໃນແຜນການໃຫ້ສໍາເລັດກ່ອນເວລາທີ່ສະຫຼຸບ, ນັກສຶກສາແຕ່ລະຄົນກະກຽມຂຽນບົດສະຫຼຸບຕາມໂຄງຮ່າງທີ່ກົມຄຸ້ມຄອງການຮຽນ-ການສອນ ຮ່າງອອກມາ ໂດຍມີເນື້ອໃນທີ່ໄດ້ເກັບກຳຈາກການລົງກໍ່ສ້າງຮາກຖານໃນແຕ່ລະບ້ານ ທີ່ສອດຄ່ອງ 4 ເນື້ອໃນ, 4 ຄາດໝາຍ ທີ່ກົມການເມືອງວາງອອກ ແລະພ້ອມກັນສະຫຼຸບໃນແຕ່ລະກຸ່ມເພື່ອໃຫ້ທັນສ່ອງແສງໃນອາທິດຕໍ່ໄປ ແລະທັນກັບເວລາທີ່ຈະຫຼຸບລວມ ເພື່ອກັບຄືນສູ່ສະຖາບັນໃນອາທິດໜ້າ.
ຂ່າວ/ພາບ: ພະແນກຄົ້ນຄວ້າວິໄຈຂ່າວ
ບກ: ປທ ບຸນປັນ ສຸມຸນທອງ