ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມການນຳໃຊ້ລະບົບ G-Chat, G-Share ແລະ AI ເຂົ້າໃນການບໍລິຫານວຽກງານ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປະເມີນ ແລະ ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງບັນດາໜ່ວຍພັກຮາກຖານນັກສຶກສາ ທີ່ ສມປຊ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຕັ້ງກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ໝູນໃຊ້ນິພົນ ໂຮ່ຈີມິນ ຄົບຊຸດ ແນໃສ່ຍົກສູງວຽກງານທິດສະດີການເມືອງໃນໄລຍະໃໝ່ ພິທີປິດການຝຶກອົບຮົມທິດສະດີການເມືອງ ລະບົບ 10 ວັນ ປະຈຳປີ 2026 ໃຫ້ແກ່ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມ ການນໍາໃຊ້ລະບົບ G-Chat, G-Share ແລະ ເອໄອ (AI) ເຂົ້າໃນການບໍລິຫານວຽກງານ

ພິທີປິດການເຝິກອົບຮົມຫົວຂໍ້: “ຍົກສູງທັກສະວຽກງານພິທີການແລະວຽກງານເສນາທິການ ໃຫ້ສະມາຊິກກໍາມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ”

ໃນຕອນເຊົ້າຂອງວັນທີ 29 ສິງຫາ 2024 ທີ່ຊັ້ນ 5 ຫ້ອງ 509 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກ ຄອງ, ສະຫະພັນກໍາມະບານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດເຝິກອົບຮົມພາຍໃຕ້ຫົວຂໍ້: “ຍົກສູງທັກສະວຽກງານພິທີການ ແລະ ວຽກງານເສນາທິການໃຫ້ສະມາຊິກກໍາມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ” ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ປະທານສະຫະພັນກໍາມະບານ ສມປຊ ຫົວໜ້າກົົມຄຸ້ມຄອງການຮຽນ-ການສອນ,…

ພິທີເຜີຍແຜ່ເອກະສານການແຈ້ງຊັບສິນ ແລະປະກາດການຈັດຕັ້ງ ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ເພື່ອເປັນການສ້າງຄວາມປອດໃສໃຫ້ແກ່ພະນັກງານ, ລັດຖະກອນ. ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ 20 ສິງຫາ 2024 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດພິທີເຜີຍແຜ່ເອກະສານການແຈ້ງຊັບສິນ ແລະລາຍຮັບ ຂອງພະນັກງານ-ລັດຖະກອນ ຢູ່າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີພະນັກງານ, ຄູ-ອາຈານເຂົ້າຮ່ວມ ລວມທັງໜົດ…

ຜົນສໍາເລັດກອງປະຊຸມໃຫຍ່ຂອງໜ່ວຍພັກຮາກຖານຄະນະບໍລິຫານສາດຄັ້ງທີ II

ໃນຕອນເຊົ້າຂອງວັນທີ 15 ສິງຫາ 2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ, ໜ່ວຍພັກຮາກຖານຄະນະບໍລິຫານສາດ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນ, ໃຫ້ກຽດ ເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ…

ໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງ ພາກເໜືອເປີດກອງປະຊຸມສຳມະນາວິທະຍາສາດ ຢູ່ແຂວງຫຼວງນໍ້າທາ

ເມື່ອບໍ່ດົນມານີ້ ແຂວງຫຼວງນໍ້າທາຈັດກອງປະຊຸມສຳມະນາວິທະຍາສາດຫົວຂໍ້: ສ້າງການຫັນປ່ຽນຢ່າງແຂງແຮງໃຫ້ແກ່ພະນັກງານໃນເງື່ອນໄຂເສດຖະກິດຕະຫຼາດຢູ່ 6 ແຂວງພາກເໜືອຄື: ແຂວງຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຜົ້ງສາລີ, ຫລວງພະບາງແລະແຂວງໄຊຍະບູລີ. ໂດຍການເປັນປະທານຂອງ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງປະທານສະພາວິທະຍາສາດ. ຮອງຫົວໜ້າສະຖາບັນການເມືອງແລະການການປົກຄອງແຫ່ງຊາດ, ທ່ານ ປອ ຄໍາພັນ ເຈຍອາກຳມະການພັກແຂວງ, ຫົວໜ້າໂຮງຮຽນການມືອງ ແລະ ການປົກຄອງ ແຂວງຫຼວງນໍາທາ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານວຽງສະຫວັດ ສີພັນດອນ, ກຳມະການສູນກາງພັກ, ເລຂາພັກແຂວງ,…

ຂ່າວອື່ນໆ