ໃນວັນທີ 30 ເມສາ 2025 ຢູ່ທີ່ຫໍວັດທະນະທໍາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ 2 ແລະ ເປີດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ 3 , ໂດຍການເປັນປະທານ ຂອງ ທ່ານ ປອ ດາວສະຫວັນ ເຄືອຄຳມີໄຊ  ຄະນະປະຈໍາພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສີວິໄລ ປັນແກ້ວ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງໆຫຼວງນໍ້າທາ, ມີ​ພາກສວນທີ່ກ່ຽວຂ້ອງ ຂອງ​ແຂວງ, ຄູ-ອາຈານ, ຕະຫຼອດຮອດນັກ​ສຶກສາ ເຂົ້າຮ່ວມທັງໝົດ 150 ກວ່າທ່ານ.

          ໃນພິທີທ່ານ ປທ ຄໍາຟອງ ລາດສະພົນ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ​ ໄດ້ຜ່ານ​ບົດສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ 2 ແລະ ແຜນການເປີດຮຽນ ຮຸ່ນທີ 3 ປະຈໍາປີ 2025. ຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ 2 ມີນັກສຶກສາເຂົ້າຮຽນ 46 ສະຫາຍ, ຍິງ 8 ສະຫາຍ, ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ໃນໄລຍະຜ່ານມາ ໂຮງຮຽນໄດ້ຈັດແບ່ງຄູ-ອາຈານ ຂຶ້ນຫ້ອງສິດສອນເປັນປົກກະຕິ, ມີຄູ-ອາຈານຂຶ້ນຫ້ອງສິດສອນ 24 ທ່ານ, ຍິງ 5 ທ່ານ, ໃນນັ້ນມີອາຈານຮັບເຊີນ 7 ທ່ານ ເຊິ່ງການສິດສອນ ແມ່ນໃຊ້ວິທີການບັນຍາຍ, ອະທິບາຍສົມທຽບພຶດຕິກໍາ, ຍົກບັນຫາຂຶ້ນສົນທະນາແລກປ່ຽນພາຍໃນຫ້ອງ,ສົນທະນາໃນກຸ່ມ ແລະ ອີກຫຼາຍວິທີ ເຊິ່ງເຮັດໃຫ້ນັກສຶກສາຮັບຮູ້ເຂົ້າໃຈ ຕໍ່ກັບບົດຮຽນໄດ້ດີ, ພາຍຫຼັງຄົ້ນຄວ້າຮໍ່າຮຽນຈົບແຕ່ລະວິຊາ ໄດ້ມີການຈັດຕັ້ງສອບເສັງ, ຂຽນບົດລາຍງານເປັນກຸ່ມວິຊາຮຽນ ແລະ ປ້ອງກັນບົດຈົບຂັ້ນ ເຫັນວ່ານັກສຶກສາ ສາມາດຍາດໄດ້ຄະແນນໃນລະດັບດີ, ດີຫຼາຍ ແລະ ດີເລີດ ເຊິ່ງສະແດງອອກ ຄື: ຄະແນນ 85-90 ຂຶ້ນໄປຈັດເປັນເກດ A ດີເລີດ ສະເລ່ຍເທົ່າ 74,36%, ຄະແນນ 80-84 ຂຶ້ນໄປ ຈັດເປັນເກດ B+ ດີຫຼາຍ ສະເລ່ຍເທົ່າ 23,36%, ການປ້ອງກັນບົດໄດ້ຄະແນນ A ມີ 31 ສະຫາຍ, ຍິງ 6 ສະຫາຍ, ກວມເອົາ 61,39% ແລະ ຄະແນນ B+ມີ 15 ສະຫາຍ, ຍິງ 2 ສະ ຫາຍ, ກວມເອົາ 26% ແລະແຜນການຮຽນການ-ສອນຮຽນ ໃນການເປີດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ 3 ປະຈຳປີ 2025 ໃນນັ້ນ ມີນັກສຶກສາເຂົ້າຮຽນຈຳນວນ 45 ສະຫາຍ, ຍິງ 11 ສະຫາຍ ທີ່ມາຈາກບັນດາພະແນກການ, ອົງການອ້ອມຂ້າງແຂວງ, ມາຈາກບັນດາຫ້ອງການພາຍໃນ 5 ເມືອງ ແລະຈາກ ປກສ-ປກຊ. ຫຼັກສູດທິດສະດີການເມືອງ ຂັ້ນກາງ ມີທັງໝົດ 13 ວິຊາ, ປະກອບມີ 7 ກຸ່ມວິຊາຮຽນ ມີ 720 ຊົ່ວໂມງ ໂດຍເລີ່ມການຮຽນ-ການສອນ ມາແຕ່ວັນທີ 28 ເມສາ 2025 ຫາ ວັນທີ 30 ພະຈິກ ຈື່ງສໍາເລັດລົງ. ການເປີດຮຽນທິດສະດີການເມືອງຄັ້ງນີ້ ກໍເພື່ອເປັນການບໍາລຸງທິດສະດີການເມືອງ ໃຫ້ພະນັກງານນໍາພາ-ຄຸ້ມຄອງ, ນາຍທະຫານ ແລະ ນາຍຕໍາຫຼວດ ທີ່ຢູ່ອົງການຈັດຕັ້ງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວຄິດ ໄກສອນພົມວິຫານ, ແນວທາງຂອງພັກ, ນະໂຍບາຍການຄຸ້ມຄອງຂອງລັດ, ເຮັດໃຫ້ພະນັກງານ ມີແນວຄິດຫຼັກໝັ້ນຊົນຊັ້ນກໍາມະກອນ ມີແນວຄິດເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືພາລະກິດການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີຄຸນທາດການເມືອງຢ່າງໜັກແໜ້ນ ເພື່ອນໍາໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນໜ້າທີ່ວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນ.

    ໂອກາດດຽວກັນ, ຍັງໄດ້ມອບໃບຢັ້ງຢືນຜົນສໍາເລັດຂອງການສຶກສາ ແລະໃບຍ້ອງຍໍ, ໃບຊົມເຊີຍ ໃຫ້ຄູອາຈານ ແລະ ນັກສຶກສາທີ່ມີຜົນງານໃນການຮຽນ-ການສອນ ແລະເນັ້ນໜັກມາຍັງນັກສຶກສາທີ່ສໍາເລັດການສຶກສາ ຈົ່ງນໍາເອົາທິດສະດີທີ່ໄດ້ຮຽນມາໄປປະຕິບັດຕົວຈິງໃນກົມກອງທີ່ກ່ຽວຂ້ອງຂອງຕົນເອງ ແລະຄູ-ອາຈານ ຈົ່ງສຶບຕໍ່ຮັກສາມູນເຊື້ອແນວຄິດການເມືອງ ແລະວຽກງານທີ່ກ່ຽວຂ້ອງ, ພ້ອມນັ້ນພິທີດັ່ງກ່າວຍັງໄດ້ຮັບຟັງປາຖະກະຖາວັນສ້າງຕັ້ງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຄົບຮອບ 30 ປີ (27 ກຸມພາ 1995-27 ກຸມພາ 2025) ຕື່ມອີກ.

ພາບ/ຂ່າວ: ນັກຂ່າວໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

.