ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສົມທົບກັບ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດຂຶ້ນໃນຕອນເຊົ້າ ຂອງວັນທີ 30 ເມສາ 2025, ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລວິທະຍາສາດສຸຂະພາບ  (ວິທະຍາເຂດ ດົງໂພສີ), ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບ ວຽກງານສາທາລະນະສຸກ”. ໃຫ້ກຽດເປັນປະ ທານຊີ້ນຳກອງປະຊຸມ ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ໃຫ້ກຽດເປັນຄະນະປະທານຮ່ວມ ມີທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ຮສ. ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ. ນອກຈາກນີ້ ຍັງມີບັນດາທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ, ແຂກຖືກເຊີນຈາກບັນດາກະຊວງ, ອົງການ, ມີຄະນະພັກ, ຄະນະນຳ, ພະນັກງານ, ແພດໝໍ ຈາກກະຊວງສາທາລະນະສຸກ; ຄະນະພັກ-ຄະນະນໍາ, ພະນັກງານ, ຄູ-ອາຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມທັງໝົດເກືອບ 500 ທ່ານ.

    ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ທັງເປັນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງພັກ ຂອງຊາດ, ໂດຍສະເພາະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

    ໃນຄຳເຫັນກ່າວເປີດກອງປະຊຸມສຳມະນາ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເນັ້ນໜັກວ່າ: “ພັກເຮົາຖືວ່າວຽກງານສາທາລະນະສຸກ ແມ່ນມີບົດບາດສໍາຄັນທີ່ສຸດ ແລະກໍແມ່ນປັດໄຈທີ່ຂາດບໍ່ໄດ້ ກ່ຽວກັບການປະຕິບັດທຸກໆໜ້າທີ່ການເມືອງ ຂອງພັກໃນໄລຍະໃໝ່ ຂອງການປະຕິວັດ, ພາລະກິດປ້ອງກັນຊາດ, ຂະຫຍາຍເສດຖະກິດ, ຂະຫຍາຍວັດທະນະທໍາ, ສຶກສາ ແລະອື່ນໆ ຈະບັນລຸຜົນສໍາເລັດໄດ້ຢ່າງດີ ຫຼື ບໍ່ນັ້ນ ມັນຂຶ້ນກັບສະພາວະ ກ່ຽວກັບພາລະກຳລັງ ຂອງພົນລະເມືອງ ເວົ້າລວມ ເຊິ່ງອັນນີ້ແມ່ນພາລະໜ້າທີ່ ຂອງຂະແໜງການສາທາລະນະສຸກ ເປັນຜູ້ຮັບຜິດຊອບໂດຍກົງ”.

    ຈາກນັ້ນ, ສະຫາຍ ປອ ດຣ ບຸນແຝງ ພູມມະໄລສິດ ໄດ້ສະເໜີບົດນໍາ ຂອງກອງປະຊຸມໂດຍຍົກໃຫ້ເຫັນວ່າ: ຕະຫຼອດໄລຍະທີ່ຜ່ານມາ ຂົງເຂດວຽກງານສາທາລະນະສຸກ ມີບົດບາດສໍາຄັນໃນການຮັກສາອະນາໄມ ແລະເບິ່ງແຍງດູແລສຸຂະພາບຂອງປະຊາຊົນບັນດາເຜົ່າ ເພື່ອໃຫ້ເຂົາເຈົ້າມີສຸຂະພາບທີ່ດີ ມີພະລັງກໍາລັງກາຍທີ່ແຂງແຮງ. ເພາະວ່າ ສາທາລະນະສຸກມີໜ້າທີ່ເຮັດໃຫ້ປະຊາຊົນມີສຸຂະພາບແຂງແຮງ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າຮ່ວມພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ເມື່ອປະຊາຊົນມີສຸຂະພາບດີ ເຂົາເຈົ້າກໍ່ສາມາດທໍາມາຫາກິນຕາມແນວທາງຂອງພັກ, ສ້າງເສດຖະກິດຄອບຄົວ ເຮັດໃຫ້ຄອບຄົວມີຢູ່ມີກິນ, ປະເທດຊາດຈຶ່ງຈະສາມາດຫັນປ່ຽນຈາກເສດຖະກິດທໍາມະຊາດເປັນເສດຖະກິດສິນຄ້າ, ເມື່ອປະຊາຊົນມີຢູ່ມີກິນ ມີຄວາມຮັ່ງມີຜາສຸກ ປະເທດຊາດຈຶ່ງມັ່ງຄັ່ງເຂັ້ມແຂງໄດ້.

    ໂດຍປະຕິບັດຕາມວາລະ ຂອງກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ 06 ຫົວຂໍ້ຍ່ອຍ ຄື: ແນວຄິດໄກສອນ ພົມວິຫານ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງວຽກງານສາທາລະນະສຸກ, ແນວຄິດໄກສອນພົມວິຫານ ກ່ຽວກັບການຄຸ້ມຄອງຂະແໜງສາທາລະນະສຸກ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການກໍ່ສ້າງ ແລະພັດທະນາບຸກຄະລາກອນສາທາລະນະສຸກ, ແນວຄິດໄກສອນ ພົມວິຫານ ຕໍ່ວຽກງານການກັນພະຍາດ ແລະສົ່ງເສີມສຸຂະພາບ, ແນວຄິດໄກສອນ ພົມວິຫານ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງສຸຂະພາບແມ່ ແລະເດັກ ແລະແນວຄິດໄກສອນ ພົມວິຫານ ກ່ຽວກັບການແພດ ແລະການຢາພື້ນເມືອງລາວ. ເຊິ່ງໄດ້ຍົກໃຫ້ເຫັນເນື້ອໃນອັນອຸດົມສົມບູນ ຂອງແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະ ນະສຸກ, ການຄົ້ນຄວ້າ ແລະປະກອບຄວາມເຫັນໃນແຕ່ລະບັນຫານັ້ນ ແມ່ນພວກເຮົາໄດ້ມີຄວາມພະຍາຍາມອະທິບາຍ, ຢືນຢັນໃຫ້ເຫັນເຖິງແນວຄິດຊີ້ນຳ ຂອງປະທານ ໄກສອນ ພົມວິຫານ ທີ່ສອດຫ້ອຍ ແລະຊີ້ນຳການເຄື່ອນໄຫວຕົວຈິງ ພ້ອມທັງຍົກໃຫ້ເຫັນບົດບາດຄວາມສຳຄັນ ຂອງວຽກງານສາທາລະນະສຸກ  ທີ່ໄດ້ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ, ທຸກຂົງເຂດວຽກງານຈະປະສົບຜົນສຳເລັດ ກໍລ້ວນແລ້ວແຕ່ແມ່ນຄົນເປັນຜູ້ສ້າງ ໃນການອອກແຮງຜະລິດທັງດ້ານຫົວຄິດປະດິດສ້າງ ແລະດ້ານກຳລັງແຮງງານ. ສະນັ້ນ,ໃນການເອົາໃຈໃສ່ວຽກງານການດູແລສຸຂະພາບຂອງປະຊາຊົນ ແມ່ນເປັນຈຸດເລີ່ມຕົ້ນໃນການສ້າງສາ ແລະພັດທະນາປະເທດຊາດ. ພ້ອມກັນນັ້ນ, ຍັງໄດ້ສັງເກດຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງຈຳນວນໜຶ່ງ ບົນພື້ນຖານການໝູນໃຊ້ແນວຄິດໄກສອນ ພົມວິຫານ ໃນໄລຍະຜ່ານມາ ແລະ ສະຫຼຸບໃຫ້ເຫັນບາງເນື້ອໃນຈິດໃຈຕໍ່ການເສີມຂະ ຫຍາຍແນວຄິດໄກສອນ ພົມວິຫານ ໃນຕໍ່ໜ້າ.

    ໃນຕອນທ້າຍ ຂອງກອງປະຊຸມສຳມະນາ ພວກເຮົາໄດ້ຮັບຟັງການໃຫ້ທິດຊີ້ນຳ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຕໍ່ກອງປະຊຸມສຳມະນາ ເຊິ່ງເປັນເນື້ອໃນທີ່ມີຄວາມໝາຍອັນເລິກເຊິ່ງ.

    ຈາກນັ້ນ ໄດ້ຮັບຟັງການສະຫຼຸບລາຍງານຜົນ ຂອງກອງປະຊຸມໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງແລະການປົກຄອງແຫ່ງຊາດ,ຮອງປະທານສະພາທິດສະດີສູນກາງພັກ,ຮອງຫົວໜ້າຄະນະ,ຜູ້ປະຈຳການຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຊິ່ງໄດ້ຕີລາຜົນໄດ້ຮັບໃນເບື້ອງຕົ້ນ ທີ່ນັກວິທະຍາສາດໄດ້ຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາເຄິ່ງວັນ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນເວລາ 12 ໂມງ 00 ຂອງວັນດັ່ງກ່າວ.

ຂ່າວ: ປອ ນ. ລໍາພູນ ດວນສຸວັນ

ພາບ: ນ. ທິດດາວອນ ດວງປະເສີດ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ