ໃນຕອນເຊົ້າ ຂອງວັນທີ 29 ເມສາ 2025 ທີ່ຫ້ອງປະຊຸມໃຫຍ່, ຕຶກສູນຂໍ້ມູນຂ່າວສານ ຊັ້ນ 5, ສມປຊ, ໜ່ວຍພັກຮາກຖານປະລິນຍາໂທຮຸ່ນທີ XX ຫ້ອງ ກໍ ໄດ້ເປີດກອງປະຊຸມຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ຂຶ້ນ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄໍາໃບ ມາລາສິງ ກຳມະການຄະນະພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ຮອງປະທານຄະນະກຳມະການກວດກາ ຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສມປຊ, ມີສະຫາຍ ປອ ນາງ ຈັນທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ເອກທະນູ ພຸດສະດີ ເລຂາໜ່ວຍພັກຮາກຖານ ປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ, ມີຜູ້ຕາງໜ້າບັນດາໜ່ວຍພັກຮາກຖານອື່ນອ້ອມຂ້າງ ສມປຊ ແລະສະມາຊິກພັກພາຍໃນຫ້ອງ ມີຜູ້ເຂົ້າຮ່ວມທັງໝົດ 80 ສະຫາຍ, ຍິງ 20 ສະຫາຍ.

ໃນພິທີ ສະຫາຍ ເອກທະນູ ພຸດສະດີ ເລຂາໜ່ວຍພັກຮາກຖານ ປະລິນຍາໂທ ຮຸ່ນທີ 20 ຫ້ອງກໍ ໄດ້ຂຶ້ນຜ່ານບົດສະຫຼຸບການນໍາພາ-ຊີ້ນໍາ ຂອງໜ່ວຍພັກຮາກຖານ ປທ 20 ໃນໄລຍະ 7 ເດືອນທີ່ຜ່ານມາ (ເດືອນ 10/2024 ຫາ ເດືອນ 4/2025) ໃນບົດສະຫຼຸບໄດ້ຍົກໃຫ້ເຫັນສະພາບຈຸດພິເສດຂອງໜ່ວຍພັກຮາກຖານ ປທ 20 ຫ້ອງກໍ ຄື: ມີສະມາຊິກພັກທັງໝົດ 71 ສະຫາຍ, ຍິງ 17 ສະຫາຍ, ມີຄະນະໜ່ວຍພັກຮາກຖານເຮັດໜ້າທີ່ນໍາພາ-ຊີ້ນໍາ 5 ສະຫາຍ, ຍິງ 1 ສະຫາຍ, ໄດ້ຈັດຕັ້ງເປັນ 4 ຈຸພັກ ຕາມສາຍລົງເລິກຄື: ຈຸພັກສາຍການເມືອງວິທະຍາ ມີສະມາຊິກພັກ 20 ສະຫາຍ, ຍິງ 3 ສະຫາຍ; ຈຸພັກສາຍຄຸ້ມຄອງເສດຖະກິດ ມີສະມາຊິກພັກ 19 ສະຫາຍ, ຍິງ 4 ສະຫາຍ; ຈຸພັກສາຍລັດທິສັງຄົມນິຍົມວິທະຍາສາດ ມີສະມາຊິກພັກ 17 ສະຫາຍ, ຍິງ 6 ສະຫາຍ; ຈຸພັກສາຍເສດຖະສາດການເມືອງ ມີສະມາຊິກພັກ 15 ສະຫາຍ, ຍິງ 4 ສະຫາຍ, ຕະຫຼອດໄລຍະການນໍາພາ-ຊີ້ນໍາໃນ 7 ເດືອນທີ່ຜ່ານມາ ໜ່ວຍພັກຮາກຖານສາມາດຍາດໄດ້ຜົນງານໃນຫຼາຍດ້ານ ເປັນຕົ້ນແມ່ນ: ສໍາເລັດກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກຮາກຖານຂອງຕົນ, ສໍາເລັດການຂຶ້ນຫ້ອງຮຽນ ແລະສອບເສັງພາກຮຽນລວມ, ສໍາເລັດການລົງກໍ່ສ້າງຮາກຖານການເມືອງ ໃນເວລາ 20 ວັນ ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ແລະສໍາເລັດໃນການນໍາພາ-ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນເຄື່ອນໄຫວສ້າງຂະບວນການຕ່າງໆຢ່າງເປັນຂະບວນການຟົດຟື້ນ ເປັນຕົ້ນແມ່ນຂະບວນການອອກແຮງງານລວມ, ຂະບວນການກີລາ, ສິລະປະວັນນະຄະດີ. ອັນພິເສດ, ສະມາຊິກພັກພາຍໃນຫ້ອງສາມາດຂຽນບົດລົງວາລະສານສົ່ງໃຫ້ກອງບັນນາທິການແລ້ວ ຈໍານວນ 44 ສະຫາຍ, ບາງສະຫາຍແມ່ນສາມາດຜ່ານບັນນາທິການຈັດພິມໃນວາລະສານແລ້ວຈໍານວນໜຶ່ງ. ຫຼັງຈາກນັ້ນ, ຄະນະປະທານ ແລະບັນດາຄະນະກຳມະການກວດກາຊຸກຊຸກການປະຕິບັດແຜນການກໍ່ສ້າງໜ່ວຍພັກຂອງ ສມປຊ ກໍໄດ້ມີຄໍາເຫັນຊີ້ນໍາໃຫ້ປັບປຸງເນື້ອໃນບາງດ້ານທີ່ເຫັນວ່າຍັງບໍ່ທັນສອດຄ່ອງ ເພື່ອໃຫ້ປັບປຸງໃຫ້ຖືກຕ້ອງຕາມຄວາມເປັນຈິງ ແລະລະບຽບການທີ່ກຳນົດໄວ້.
ໃນຕອນທ້າຍກອງປະຊຸມ, ສະຫາຍ ປອ ຄໍາໃບ ມາລາສິງ ປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາ ໂດຍໄດ້ເນັ້ນໜັກບາງຈຸດຄື: ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້ແລ້ວ ໃຫ້ຮີບຮ້ອນຈັດຕັ້ງເຊື່ອມຊຶມເນື້ອໃນຈິດໃຈຂອງແຜນກໍ່ສ້າງໜ່ວຍພັກໃຫ້ສະມາຊິກພາຍໃນຫ້ອງຮຽນໃຫ້ເຂົ້າໃຈເລິກເຊິ່ງ ລະອຽດ ຈະແຈ້ງ ເພື່ອໃຫ້ສະມາຊິກກຳໄດ້ບັນດາຄາດໝາຍທີ່ວາງໄວ້ ແລ້ວໃຫ້ພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍໃນໄລຍະເວລາທີ່ກຳນົດໄວ້. ນອກນັ້ນ, ສະຫາຍປະທານກອງປະຊຸມຍັງຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍຍົກສູງສະຕິຕໍ່ລະບຽບ, ກົດໝາຍ, ຮີດຄອງປະເພນີ ເພື່ອບໍ່ໃຫ້ມີພຶດຕິກຳເຄື່ອນໄຫວໃນສິ່ງທີ່ຈະນໍາເອົາຄວາມເສື່ອມເສຍ, ຜິດພາດ, ມາສູ່ການຈັດຕັ້ງ ແລະຕົນເອງ, ຈົ່ງພ້ອມກັນຕັ້ງໃຈສຶກສາຄົ້ນຄວ້າຮໍ່າຮຽນໃຫ້ສໍາເລັດຕາມແຜນການທີ່ກຳນົດໃວ້.

ຂ່າວ/ພາບ: ພະແນກຄົ້ນຄວ້າວິໄຈຂ່າວ
ບັນນາທິການ: ປທ ບຸນປັນ ສຸມຸນທອງ