ໃນຕອນເຊົ້າ ວັນທີ 26 ເມສາ 2025 ຢູ່ທີ່ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບສະຖາບັນການປົກຄອງ ແຂວງຫູນານ ສປ ຈີນ, ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ເຫວີຍ ຈ້ຽນເຟີງ ກໍາມະການປະຈໍາພັກ, ເລຂາຄະນະກໍາມະການການເມືອງ ແລະ ກົດໜາຍພັກ ແຂວງຫູນານ, ປະທານສະມະຄົມກົດໝາຍ ແຂວງຫູໜານ, ມີທ່ານ ປທ ນາງ ຄໍາຫຼ້າ ແກ້ວ ອຸ່ນຄໍາ ກໍາມະການຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ, ມີທ່ານ ຫູ ຄາຍໂປ ຮອງຫົວໜ້າສະຖາບັນການປົກຄອງ ແຂວງຫູນານ ພ້ອມດ້ຍຄະນະ, ມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານ, ຍິງ 5 ທ່ານ.
ໃນການຈັດພິທີໃນຄັ້ງນີ້ ກໍເພື່ອເຊັນບົດບັນທຶກການຮ່ວມມື ລະຫວ່າງ ສອງສະຖາບັນ, ເຊິ່ງທັງສອງສະຖາບັນໄດ້ມີການປຶກສາຫາລືກັນ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ, ຄູ-ອາຈານ ລວມໄປເຖິງການປຶກສາຫາລືການແລກປ່ຽນຂໍ້ມູນຂ່າວສານ, ການຄົ້ນຄວ້າວິທະຍາສາດ ແລະວຽກອື່ນໆທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ປະທານທັງສອງຝ່າຍ ກໍໄດ້ລາຍງານສະພາບ ລວມຂອງທັງສອງສະຖາບັນ ໂດຍສັງເຂບ ພ້ອມທັງມີຄໍາຄິດຄໍາເຫັນຕໍ່ພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງທັງສອງສະຖາບັນ.
ຫຼັງຈາກນັ້ນ, ຕາງໜ້າທັງສອງຝ່າຍ ກໍໄດ້ຂຶ້ນປະຈໍາທີ່ ພ້ອມທັງລົງນາມເຊັນບົດບັນທຶກຮ່ວມມື ໂດຍຕາງ ໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ກໍາມະການຄະນະພັກ ຮອງຫົວໜ້າ ສມປຊ ແລະຕາງໜ້າສະຖາບັນການປົກຄອງ ແຂວງຫູນານ ສປ ຈີນ ໂດຍທ່ານ ຫູ ຄາຍໂປ ຮອງຫົວໜ້າສະຖາບັນການປົກຄອງ ແຂວງຫູນານ.
ໃນຕອນທ້າຍພິທີ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ກໍໄດ້ສະແດງຄໍາຂອບໃຈ ແລະອວຍພອນມາຍັງທ່ານ ເຫວີຍ ຈ້ຽນເຟີງ ກໍາມະການປະຈໍາພັກ, ເລຂາຄະນະກໍາມະການການເມືອງ ແລະ ກົດໝາຍພັກ ແຂວງຫູນານ, ປະທານສະມະຄົມກົດໝາຍ ແຂວງຫູໜານ ພ້ອມດ້ວຍຄະນະ ທີ່ໃຫ້ກຽດລົງຢ້ຽມຢາມ ແລະເຮັດວຽກ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ