ຂ່າວຫຼ້າສຸດ

ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ຈັດພີທີເປີດກອງປະຊຸມຜ່ານໂຄງຮ່າງ ແລະແນະນໍາການຂຽນບົດວິທະຍາສາດລະດັບ ສມປຊ ແລະລະດັບພາກກາງ ທີ່ແຂວງຊຽງຂວາງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ກອງປະຊຸມວິສາມັນຂອງສະພາວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດທີ V ປະຈໍາປີ 2024 ໂຮງຮຽນການເມືອງແລະການປົກຄອງແຂວງຫຼວງນໍ້າທາ ກັບ ໂຮງຮຽນການເມືອງແລະ ການປົກຄອງແຂວງອຸດົມໄຊ ແລກປ່ຽນບົດຮຽນຮ່ວມກັນ ຫນ່ວຍພັກຮາກຖານນັກຄົ້ນຄວ້າ ປທ ຮຸ່ນທີ XIX ຫ້ອງ ກ ສະຫລຸບການເຄື່ອນໄຫວນຳພາ-ຊີ້ນຳໃນໄລຍະ 6 ເດືອນທີ່ຜ່ານມາ ແລະ ທິດທາງແຜນການກໍ່ສ້າງຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ປະຈໍາປີ 2024

ຄະນະຜູ້ເເທນ ຂອງສະຖາບັນການເມືອງ ເເລະ ການປົກຄອງເເຫ່ງຊາດ ຢ້ຽມຢາມ ເເລະ ເຮັດວຽກຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 11-16 ກັນຍາ 2022, ຄະນະຜູ້ເເທນ ຂອງສະຖາບັນການເມືອງ ເເລະ ການປົກຄອງເເຫ່ງຊາດ ນໍາໂດຍສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ເເລະ ການປົກຄອງເເຫ່ງຊາດລາວ ພ້ອມດ້ວຍຄະນະ 9 ທ່ານ ໄດ້ເຂົ້າພົບປະຢ້ຽມຢາມ ເເລະເຮັດວຽກ ຢູ່ສະຖາບັນການເມືອງເເຫ່ງຊາດໂຮ່ຈີມິນ. ສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ສຈ.ປອ…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ສຳເລັດການເຝິກອົບຮົມ ວິທີວິທະຍາການຄົ້ນຄວ້າວິທະຍາສາດ ໃຫ້ແກ່ຖັນແຖວພະນັກງານ, ຄູ-ອາຈານ ຂອງສະຖາບັນ ແລະຫ້ອງວ່າການສູນກາງພັກ.

         ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮ່ວມມືກັບສະຖາບັນດິດວິທະຍາສາດສັງຄົມຫຽດນາມ ໃນການຮ່ວມມືການຄົ້ນຄວ້າວິທະຍາສາດສະຖາບັນ ເພື່ອໃຫ້ມີຖັນແຖວນັກວິທະຍາສາດ ທີ່ພຽງພໍນັບທັງດ້ານປະລິມານ ແລະຄຸນນະພາບ, ມີວິທີວິທະຍາໃນການຄົ້ນຄວ້າທີ່ເໝາະສົມ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງນັບມື້ນັບສູງຂຶ້ນ. ສະນັ້ນ, ຈຶ່ງໄດ້ຈັດເຝິກອົບຮົມວິທີວິທະຍາການຄົ້ນຄວ້າວິທະຍາສາດຂຶ້ນເປັນເວລາ 5 ວັນ (5 ກັນຍາ-9 ກັນຍາ 2022)          ໃນທິໃຫ້ກຽດເປັນປະທານໃນການເຝິກອົບຮົມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະໃຫ້ກຽດເປັນວິທະຍາກອນບັນຍາຍຈາກຊ່ຽວຊານ ສະຖາບັນດິດວິທະຍາສາດ…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແຂວງຫຼວງນ້ຳທາ ເປີດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນຊຸດທີ III

ໃນຕອນເຊົ້າຂອງວັນທີ 05 ກັນຍາ ປີ 2022 ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງລອງ ແຂວງ ຫຼວງນ້ຳທາ ໄດ້ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ຊຸດທີ III ໃຫ້ແກ່ເລຂາຄະນະພັກບ້ານ ຢູ່ເມືອງລອງ ແຂວງຫຼວງນ້ຳທາ. ໃຫ້ກຽດເປັນປະທານໂດຍ ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເປັນກຽດເຂົ້າຮ່ວມໂດຍ…

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ຂອງ ສມປຊ ທັດສະນະຫໍພິພິທະພັນ ປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດຈັດວາງສະແດງມູນເຊື້ອ 2 ວັນປະຫວັດສາດ ສປປ ລາວ- ສສ ຫວຽດນາມໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ.

ເນື່ອງໃນໂອກາດການສະເຫຼີມສະຫຼອງປີສາມັກຄີພິເສດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977-38 ກໍລະກົດ 2022) ແລະວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 60 ປີ (05 ກັນຍາ 1962 – 5 ກັນຍາ 2022) ໃຫ້ມີບັນຍາກາດຟົດຟື້ນ ແລະມີຄວາມໝາຍເລິກເຊິ່ງ. ສະນັ້ນ,…