ຫຼັງຈາກນັກສຶກສາທີ່ສຳເລັດການຮຽນວິຊາບໍລິຫານລະບົບຂໍ້ມູນຂ່າວສານ ເພື່ອໃຫ້ຕິດພັນກັບພາກຕົວຈິງ ເພື່ອຕອບສະໜອງຄວາມຕ້ອງການໃນການຮຽນຮູ້ທິດສະດີກັບພຶດຕິກຳ, ສະນັ້ນ ໃນວັນທີ 4 ແລະວັນທີ 12 ພະຈິກ 2025 ສູນຂໍ້ມູນຂ່າວສານ ນຳໂດຍ ທ່ານ ປທ ວຽງສະຫວັນ ຈັນທະວິໄຊ, ຫົວໜ້າພະແນກຄົ້ນຄວ້າວິໄຈຂ່າວ ແລະ ທ່ານ ປທ ນ. ພາວັນ ວິລະວົງ, ຫົວໜ້າພະແນກຫໍສະໝຸດ ໄດ້ນຳພາຄະນະນັກສຶກສາທິດສະດີການເມືອງ ລະບົບປະລິຍາຕີເຊື່ອມຕໍ່ ຮຸ່ນທີ XV ຈໍານວນ 30 ທ່ານ, ຍິງ 12 ທ່ານ ແລະ ລະບົບປະລິນຍາຕີກໍ່ສ້າງ ຮຸ່ນທີ XXVI ຈໍານວນ 50 ທ່ານ, ຍິງ 6 ທ່ານ. ລົງເຄື່ອນໄຫວທັດສະນະສຶກສາ ທີ່ຫໍສະໝຸດແຫ່ງຊາດ ແລະ ສູນອິນເຕີເນັດແຫ່ງຊາດ. ຢູ່ທີ່ຫໍສະໝຸດແຫ່ງຊາດ, ຄະນະນັກສຶກສາໄດ້ຮັບຟັງການຕ້ອນຮັບອັນອົບອຸ່ນຈາກ ທ່ານ ວົງສອນ ລຸນຍະເດດ ຮອງຫົວໜ້າຂະແໜງ ມູນເຊື້ອ ແລະໜັງສືຫາຍາກ ແລະ ທ່ານ ນ. ສຸຈິນດາ ດວງມະນີ, ຮອງຫົວໜ້າຂະແໜງການອ່ານ, ຫໍສະໝຸດແຫ່ງຊາດ, ພ້ອມດ້ວຍຄະນະ, ພ້ອມທັງໄດ້ສຶກສາຮຽນຮູ້ກ່ຽວກັບການຈັດການ, ການອະນຸລັກເອກະສານ ແລະ ການບໍລິຫານລະ ບົບຂໍ້ມູນຂ່າວສານທີ່ທັນສະໄໝ. ການເຄື່ອນໄຫວຄັ້ງນີ້ ແມ່ນມີຄວາມໝາຍສຳຄັນໃນການປູກຈິດສຳນຶກໃຫ້ນັກສຶກສາເຫັນຄຸນຄ່າ ຂອງການຄຸ້ມຄອງບໍລິຫານລະບົບຂໍ້ມູນຂ່າວສານ ເຊິ່ງເປັນພື້ນຖານອັນໜັກແໜ້ນ ຂອງການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາປະເທດຊາດ.

ຕໍ່ມາ, ຄະນະໄດ້ສືບຕໍ່ໄປທັດສະນະສຶກສາ ຢູ່ສູນອິນເຕີເນັດແຫ່ງຊາດ ແລະ ໄດ້ຮັບການຕ້ອນຮັບຈາກ ທ່ານ ໄຊສົມຫວັງ ໄຊຍະວົງ, ຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ ພ້ອມດ້ວຍຄະນະ ຊຶ່ງຢູ່ທີ່ສູນອິນເຕີເນັດແຫ່ງຊາດ ຊຶ່ງນັກສຶກສາໄດ້ສຳຜັດກັບວຽກງານກ່ຽວກັບໂຄງລ່າງພື້ນຖານດິຈິຕອລ ທີ່ເປັນເສັ້ນເລືອດໃຫຍ່ຂອງຊາດ ເຊັ່ນ: ການຄຸ້ມຄອງເຄືອຂ່າຍ, ຄວາມປອດໄພຂອງຂໍ້ມູນ ແລະ ບົດບາດຂອງສູນອິນເຕີເນັດ ໃນການຂັບເຄື່ອນນະໂຍບາຍຫັນເປັນດິຈິຕອລ ຂອງລັດຖະບານແຫ່ງ ສປປ ລາວ.








ຈາກການຖອດຖອນບົດຮຽນ ເພື່ອຮັບປະກັນຄຸນນະພາບການສຶກສາການທັດສະນະສຶກສາໃນຄັ້ງນີ້ ບໍ່ພຽງແຕ່ເປັນການເສີມສ້າງຄວາມຮູ້ດ້ານວິຊາການເທົ່ານັ້ນ, ແຕ່ຍັງເປັນການເນັ້ນຢໍ້າເຖິງແນວທາງນະໂຍບາຍ ຂອງພັກ ແລະລັດ ໃນການຜະລິດນັກວິຊາການທີ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ການທີ່ນັກສຶກສາໄດ້ເຂົ້າໃຈຢ່າງເລິກເຊິ່ງເຖິງການຄຸ້ມຄອງຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ຢູ່ໃນສອງສະຖານທີ່ສຳຄັນນີ້ ຈະເປັນການປະກອບ ສ່ວນອັນໃຫຍ່ຫຼວງໃນການປົກປ້ອງຄວາມໝັ້ນຄົງທາງດ້ານຂໍ້ມູນຂ່າວສານ ແລະ ການສ້າງສາພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາໃນອະນາຄົດ.



ຂ່າວ/ພາບ: ທ່ານ ປທ ຕາອັອດ ແສນທະວີສຸກ ແລະ ທ່ານ ນ. ທິບພະວອນ ພຸດທະລາດ
ບັນນາທິການ: ທ່ານ ປທ ວຽງສະຫວັນ ຈັນທະວີໄຊ
