ໃນລະຫວ່າງວັນທີ 20-24 ຕຸລາ 2025 ຄະນະຜູ້ແທນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນຳໂດຍສະຫາຍ ປທ. ນ. ຄຳຫຼ້າ ແກ້ວອຸ່ນຄຳ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະຈຳນວນ 6 ສະຫາຍ ໄດ້ເດີນທາງໄປຢ້ຽມຢາມແລກປ່ຽນບົດຮຽນ ແລະສະເໜີບົດຄົ້ນຄວ້າວິທະຍາສາດ ຢູ່ສະຖາບັນປົກຄອງ ກວາງຊີ ກວາງຊີ ສປ ຈີນ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ໜິວ ຊ່ຽນເຟີນ ຮອງຫົວໜ້າຜູ້ປະຈຳການສະຖາບັນປົກຄອງ ກວາງຊີ ສປ ຈີນ ພ້ອມດ້ວຍຄະນະຈາກໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງ ຂອງສະຖາບັນການປົກຄອງ ກວາງຊີ. ຈຸດປະສົງຂອງການຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ ສປ ຈີນ ຄັ້ງນີ້ ແມ່ນເພື່ອເຂົ້າຮ່ວມສະເໝີບົດຄົ້ນຄວ້າວິທະຍາສາດ ຂອງສອງຝ່າຍ ພາຍໃຕ້ຫົວຂໍ້: “ການຄຸ້ມຄອງບໍລິຫານລັດແຫ່ງຊາດ ຂອງ ສປປ ລາວ ແລະ ສປ ຈີນ” ເຊິ່ງປະກອບມີ 6 ຫົວຂໍ້ຍ່ອຍ ຄື: ຍົກສູງປະສິດທິພາບການບໍລິຫານລັດຂັ້ນສູນກາງ ຢູ່ ສປປ ລາວ ໃນເງື່ອນໄຂໃໝ່, ເພີ່ມຄວາມສັກສິດໃນການຄຸ້ມຄອງລັດດ້ວຍກົດໝາຍ ຢູ່ ສປປ ລາວ, ປັບປຸງການບໍລິຫານລັດຂັ້ນທ້ອງຖິ່ນ ຢູ່ ສປປ ລາວ, ຍຶດໝັ້ນທັດສະນະຢ່າງເປັນລະບົບ ຊຸກຍູ້ໃຫ້ລະບົບການບໍລິຫານລັດ ແລະ ຄວາມສາມາດການບໍລິຫານລັດໃຫ້ຫັນເປັນທັນສະໄໝ, ຍຶດໝັ້ນກໍ່ສ້າງ ແລະປັບປຸງລະບົບການປົກຄອງດ້ວຍກົດໝາຍສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນ ແລະເລັ່ງລັດການບັນລຸເປົ້າໝາຍການປົກຄອງດ້ວຍກົດໝາຍທີ່ດີ ແລະ ການປົກຄອງທີ່ດີ, ຖືປະຊາຊົນເປັນໃຈກາງ, ແກນກາງພາຍໃນຄ່ານິຍົມ ແລະ ຊ່ອງທາງປະຕິບັດຕົວຈິງໃນການເຮັດໃຫ້ຄວາມສາມາດ ຂອງການບໍລິຫານຫັນເປັນທັນສະໄໝ; ເຊິ່ງນັກຄົ້ນຄວ້າ ຂອງທັງສອງຝ່າຍໄດ້ມີການແລກປ່ຽນບົດຮຽນທາງດ້ານທິດສະດີ, ພຶດຕິກຳ ແລະຜົນຂອງການຄົ້ນຄວ້າຢ່າງເລິກເຊິ່ງ ກົງໄປກົງມາ ແລະມີບັນຍາກາດສ້າງສັນ, ຟົດຟື້ນເປັນຢ່າງດີ. ພ້ອມນັ້ນ, ຄະນະນຳຜູ້ແທນ ຂອງທັງສອງຝ່າຍກໍໄດ້ຕີລາສູງ ຕໍ່ຜົນສຳເລັດ ຂອງການສຶກສາຄົ້ນຄວ້າວິທະຍາ ສາດຮ່ວມກັນໃນຄັ້ງນີ້ ແລະເຫັນໄດ້ວ່າການຄົ້ນຄວ້າວິທະຍາສາດຮ່ວມກັນໃນຄັ້ງນີ້ ໄດ້ເປັນບາດກ້າວໃໝ່ ຂອງການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທາງດ້ານວິຊາການ ຂອງສອງສະຖາບັນໃຫ້ກວ້າງຂວາງຂຶ້ນເລື້ອຍໆ.

ພ້ອມກັນນັ້ນ ຄະນະຜູ້ແທນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍັງໄດ້ມີໂອກາດ ໄປຢ້ຽມ ຢາມ ແລະ ທັດສະນະສຶກສາ ສະຖານທີ່ທາງປະຫວັດສາດທີ່ສຳຄັນ, ທ່ຽວຊົມສະຖານທ້ອງທ່ຽວຊົມຄວາມກ້າວໜ້າທັນສະໄໝ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງກວາງຊີ ເປັນຕົ້ນແມ່ນ ການສະນະສຶກສາຢູ່ໂຮງຮຽນ ຝືກອົບຮົມພະນັກງານ-ລັດຖະກອນ ຂອງສະຫະພັນກຳມະບານເຂດປົກຄອງຕົນເອງກວາງຊີ (ໂຮງຮຽນ 67) ເປັນສະຖານທີ່ສຳຄັນ ເຊິ່ງແມ່ນໂຮງຮຽນອາດີດລູກຫຼານການນຳ ທີ່ສຳຄັນ ຂອງ ສປປ ລາວ ໄດ້ມາສຶກສາຮໍ່າຮຽນໃນຍາມເຍົາໄວ, ທ່ຽວຊົມທັດສະນະສຶກສາຢູ່ ພູຊິງຊິວຊານ ເຊິ່ງເປັນສະຖານທີ່ທອ່ງທ່ຽວທຳມະຊາດ ທີ່ສວຍສົດງົດງາມທາງທິວທັດທຳມະຊາດ ແລະ ອຸດົມສົມບູນທາງດ້ານຊິວະນານາພັນ ເຊິ່ງໄດ້ຮັບສັນຍານາມວ່າ ເປັນປອດຂອງແຫ່ງນານໜິງ, ແຂວງກວາງຊີ ທີ່ໄດ້ນຳເອົາແນວຄວາມຄິດ ຂອງການປົກປັກຮັກສາສິ່ງແວດລ້ອມ ຂອງປະທານ ສີຈີ້ນຜີງ ໄປຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າ; ພ້ອມນັ້ນ, ຄະນະຜູ້ແທນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍັງມີໂອກາດໄດ້ໄປຢ້ຽມຢາມ ນິຄົມອຸດສະຫະກຳໜູນວຽນ ເຊິ່ງເປັນນິຄົມອຸດສະຫະກໍາທີ່ມີເຄືອງຈັກທີ່ທັນສະໄໝແຫ່ງໜຶ່ງ ຂອງໂລກທີ່ປ່ຽນຈາກຂີ້ເຫື່ຍອຢູ່ພາຍໃນຄອບຄົວ ມາເປັນພະລັງງານໄຟຟ້າ ແລະຜະລິດເປັນຜະລິດຕະພັນຮັບໃຊ້ຕ່າງໆ. ນອກຈາກນັ້ນ ຄະນະຜູ້ແທນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍັງໄດ້ໄປຢ້ຽມຢາມສູນການຮ່ວມມື ປັນຍາປະດິດ ຈີນ-ອາຊຽນ ເຊິ່ງເປັນສູນທີ່ໄດ້ມີການສົ່ງເສີມ ແລະ ພັດທະນາປັນຍາປະດິດຮ່ວມກັນ ຂອງ ສປ ຈີນ ແລະ ບັນດາປະເທດອາຊຽນ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະທະນາທີ່ມີຄຸນນະພາບສູງແຕ່ລະຂົງເຂດ ຂອງຈີນ ແລະ ບັນດາປະເທດອາຊຽນ ແລະ ຍັງໄດ້ມີໂອກາດໄປທ່ຽວຊົມເຂດທ່ອງທ່ຽວທະເລເປີຍຮາຍ ຫຼື ຫາດຊາຍເງິນ ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນ ແລະ ສວຍສົດງົດງາມອີກແຫ່ງໜຶ່ງ ຂອງແຂວງກວາງຊີ.

ຂ່າວ: ປອ ໂພທອງ ໄຊທິບວົງສາ
ຮູບພາບ: ສະຖາບັນການປົກຄອງ ກວາງຊີ ສປ ຈີນ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
