ໃນລະຫວ່າງວັນທີ 2 ຫາ 6 ພະຈິກ 2025 ຄະນະຜູ້ແທນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍການນຳພາຂອງ ທ່ານ ປອ. ຄຳໃບ ມາລາສິງ ຄະນະປະຈໍາພັກ ສມປຊ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ແລະ ແລກປ່ຽນບົດຮຽນແນວຄວາມຄິດ ຂອງບັນດາສະຖາບັນການປົກຄອງ ແລະການຄຸ້ມຄອງບໍລິຫານລັດ ບັນດາປະເທດອາຊຽນ ແລະ ຈີນ ປະຈຳປີ 2025  ທີ່ນະ ຄອນໜານໜິງ, ແຂວງ ກວາງຊີ, ສປ ຈີນ; ໃນກອງປະຊຸມສຳມະນາວິທະຍາສາດໃນຄັ້ງນີ້ ໄດ້ມີຄະນະຜູ້ແທນທີ່ມາຈາກ 11 ປະເທດ ຈາກພາກພຶ້ນອາຊຽນ 10 ປະເທດ ແລະ ສປ ຈີນ. ໃນກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ຄະນະຜູ້ແທນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ແລະແລກປ່ຽນແນວຄວາມຄິດ ຂອງບັນດາສະຖາບັນການປົກຄອງ ແລະ ການຄຸ້ມຄອງບໍລິຫານລັດບັນດາປະເທດອາຊຽນ ແລະ ຈີນ ເຊິ່ງປະກອບມີ 2 ວາລະທີ່ສຳຄັນ ຄື: ວາລະການເປີດພິທີ ແລະ ການສະແດງຄວາມເຫັນຂອງຜູ້ແທນ 11 ປະເທດ ຈາກບັນດາສະຖາບັນການປົກຄອງ ສປ ຈີນ ແລະ ບັນດາປະເທດອາຊຽນ. ສຳລັບວາລະການສຳມະນາວິທະຍາສາດ ແມ່ນແບ່ງອອກເປັນ 4 ຂົງເຂດ ຄື: ຂົງເຂດການປົກຄອງແຫ່ງຊາດ ແລະ ສັງຄົມອາຊີ; ຍຸກດີຈິຕອນຂໍ້ມູນຂ່າວສານ ແລະ ການປັບປຸງປະສິດຕິພາບການປົກຄອງແຫ່ງຊາດ; ການຮ່ວມມືແບບເປີດກວ້າງພາກພື້ນ ແລະ ການພັດທະນາທີ່ຍຶນຍົງ; ການປົກຄອງພາກພື້ນ, ສາກົນ ແລະ ວິຖີຂອງອາຊີ. ເຊິ່ງໃນສອງວາລະນີ້ ຄະນະຜູ້ແທນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ປະກອບສ່ວນໃນການກ່າວຄຳເຫັນ ແລະ ນຳສະເໜີບົດຄົ້ນຄວ້າວິທະຍາສາດ ຈຳນວນ 2 ຫົວຂໍ້ ຄື: “ປັບປຸງກົງຈັກການບໍລິຫານລັດ ຢູ່ ສປປ ລາວ”; “ພັດທະນາລັດຖະບານດີຈີຕອນ ໃນເງື່ອນໄຂໃໝ່ ຢູ່ ສປປ ລາວ” ເຊິ່ງໄດ້ຖືກບັນຈຸໃນວາລະສຳມະນາ ໃນຂົງເຂດຂົງ ເຂດການປົກຄອງແຫ່ງຊາດ ແລະ ສັງຄົມອາຊີ ແລະ ຂົງເຂດ ຂອງຍຸກດີຈິຕອນຂໍ້ມູນຂ່າວສານ ແລະ ການປັບປຸງປະສິດຕິພາບການປົກຄອງແຫ່ງຊາດ; ຈຳນວນຫົວຂໍ້ວິທະຍາສາດ ທີ່ໄດ້ນຳເຂົ້າມາສຳມະນາ ແລະແລກປ່ຽນບົດຮຽນໃນຄັ້ງນີ້ ມີທັງໝົດຈຳນວນ 57 ຫົວຂໍ້ ຈາກຕົວແທນຂອງ 11 ປະເທດອາຊຽນ ແລະ ຈີນ.

ນອກຈາກນັ້ນ, ຄະນະຜູ້ແທນ ຂອງບັນດາປະເທດອາຊຽນ ໄດ້ມີໂອກາດໄປທັດສະນະສຶກສາ ແລະຢ້ຽມຢາມສະຖານທີ່ສຳຄັນທາງດ້ານປະຫວັດສາດ ແລະການພັດທະນາໂຄງລ່າງພື້ນຖານທີ່ສຳຄັນທີ່ສຸດ ຂອງນະຄອນໜານໜິງ ແຂວງກວາງຊີ ທີ່ໄດ້ນຳເອົາແນວຄວາມຄິດການພັດທະນາ ທີ່ມີຄຸນນະພາບສູງ ແລະຖືເອົາປະຊາຊົນເປັນສູນກາງຂອງການພັດທະນາ ຂອງທ່ານເລຂາທິການໃຫຍ່ ພັກກອມມູນິດຈີນ ສີຈິນຜິງ ໄປຈັດຕັ້ງຜັນຂະຫຍາຍຢ່າງເກີດດອກອອກຜົນ ເປັນຕົ້ນແມ່ນໄປທັດສະນະສຶກສາຢູ່ຫໍພິພິດຕະພັນ Qinzhou Nixing ເຊິ່ງໄດ້ມີການຈັດວາງສະແດງບັນດາເຄື່ອງປັ້ນດິນເຜົາ ຂອງແຂວງກວາງຊີ ທີ່ມີຊື່ສຽງ ແລະ ເຄື່ອງປັ້ນດິນເຜົາດັ່ງກ່າວ ແມ່ນໄດ້ມີການຈັດສົ່ງຂາຍເປັນຜະລິດຕະພັນສົ່ງອອກທົ່ວໂລກ ໂດຍສະ ເພາະໃນບັນດາປະເທດອາຊີ ແລະ ທະວີບເອີຣົບ; ທັດສະນະສຶກສາ ແລະ ຢ້ຽມຢາມ ສູນທ່າເຮືອອັດສະລິຍະ ທີ່ກຳລັງກໍ່ສ້າງໃໝ່ ເອີ້ນວ່າ ສູນທ່າເຮືອນະວັດຕະກຳອັດສະລິຍະອ່າວ Beibu ເພື່ອຮອງຮັບລະບົບການຂົນສົ່ງທີ່ທັນສະໄໝ ຂອງຈີນ ທີ່ໄດ້ມີການເຊື່ອມໂຍງການຂົນສົ່ງທາງນໍ້າ, ທາງບົກຜ່ານລະບົບລ່າງລົດໄຟ ແລະທາງອາກາດເຂົ້າດ້ວຍກັນ, ພ້ອມທັງເປັນການຍົກສູງປະສິດຕິພາບ ຂອງ

ການກະຈາຍສິນຄ້າເຂົ້າ-ອອກທົ່ວປະເທດຈີນ, ທັດສະນະສຶກສາ ທ່າເຮືອທາງລົດໄຟສາກົນໜານໜິງ ເຊິ່ງເປັນທ່າເຮືອໃຫຍ່ອັນດັບສອງຂອງຈີນ ທີ່ໄດ້ໃຊ້ລະບົບການຄຸ້ມຄອງບໍລິຫານທ່າເຮືອ, ລະບົບການຈັດລຽງຕູ້ຄອນເທນເນີດ້ວຍລະບົບອັດຕະໂນມັດ ຫຼື ລະບົບສະໝອງກົນ (AI) ໃນການຄວບຄຸມລົດຂົນຕູ້ລົດໄຟ, ການຂົນສົ່ງຕູ້ຂຶ້ນ-ລົງກຳປັ່ນ, ການຈັດລຽງຕູ້ຄອນເທນເນີ ແລະ ການຮັກສາຄວາມປອດໄພພາຍໃນທ່າເຮືອດັ່ງກ່າວ.ຢ້ຽມຢາມ ແລະ ທັດສະນະສຶກສາ ສູນແລກປ່ຽນສິນຄ້າຈີນ-ອາຊຽນ ເຊິ່ງໄດ້ມີການຈັດວາງສະແດງຜະລິດ ຕະພັນ ແລະສິນຄ້າທີ່ໄດ້ຮັບຄວາມນິຍົມ ຈາກບັນດາປະເທດອາຊຽນ ແລະ ສປ ຈີນ ຈຳນວນຫຼາຍ; ລວມທັງໄດ້ເປັນສູນແຫ່ງການແລກປ່ຽນທາງດ້ານວັດທະນາທຳ ຂອງບັນດາປະເທດອາຊຽນ ແລະ ຈີນ; ທັດສະນະສຶກສາ ແລະ ຢ້ຽມຢາມສູນຮ່ວມມືການພັດທະນາ ປັນຍາປະດິດ (AI) ຂອງບັນດາປະເທດຈີນ ແລະ ອາຊຽນ ທີ່ໄດ້ມີສູນການຄົ້ນຄວ້າ ແລະ ພັດທະນາລະບົບປັນຍາປະດິດ ຢູ່ແຕ່ລະປະເທດອາຊຽນ ແລະ ສປ ຈີນ; ພ້ອມທັງໄດ້ໄປທ່ຽວຊົມບັນດາຜະລິດຕະພັນ ແລະຜົນງານການນຳໃຊ້ປັນຍາປະດິດ ຢູ່ສູນວາງສະແດງການນຳໃຊ້ປັນຍາປະດິດ ຂອງຈີນ-ອາຊຽນ ເຊິ່ງໄດ້ມີການສາທິດການນຳໃຊ້ປັນຍາປະດິດ ໃນຂົງເຂດການສຶກສາ, ການແພດ, ກະສິກຳ, ເສດຖະກິດ, ອຸດສາຫະກຳ ໃນບັນດາປະເທດອາຊຽນ ແລະ ຈີນ.

                                                        ຂ່າວ/ພາບ: ປອ ໂພທອງ ໄຊທິບວົງສາ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ