ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ

ພິທີມອບ-ຮັບປຶ້ມບັນທຶກປະຫວັດສາດລາວ-ຈີນ  ສັນຍະລັກແຫ່ງສາຍພົວພັນມິດຕະພາບຍຸດທະສາດ ແລະການບໍາລຸງສ້າງທິດສະດີການເມືອງໃຫ້ຄົນຮຸ່ນໃໝ່

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນສະເຫຼີມສະ ຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະກະກຽມສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຢ່າງມີຄວາມໝາຍຄວາມສໍາຄັນນັ້ນ; ໃນວັນທີ 9 ມັງກອນ 20 26, ທີ່ຫໍສະໝຸດກອງທັບ, ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບປຶ້ມບັນທຶກປະຫວັດສາດ ແລະປຶ້ມການເມືອງ ແນວຄິດອັນລຳ້ຄ່າ ເພື່ອແນໃສ່ການສ້າງພື້ນຖານຄວາມຮູ້ດ້ານປະຫວັດສາດ ແລະການເມືອງໃຫ້ແກ່ສັງຄົມ. ເຂົ້າຮ່ວມໃນພິທີອັນສົມກຽດນີ້ໂດຍ…

ພິທີປີດ​ຊຸດ​ຮຽນ​ທິດ​ສະ​ດີກາ​ນ​ເມືອງ ຂັ້ນກາງ ຮຸ່ນທີ IVຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ.

​ໃນຕອນເຊົ້າ ຂອງວັນຈັນ, ວັນທີ 05 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມ ຂອງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປີດຊຸດຮຽນທິດສະດີການເມືອງການເມືອງ ຂັ້ນກາງ ຮຸ່ນທີ IV ໂດຍການເປັນປະທານ ຂອງ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ປທ ຄຳສີ…