ໃນຕອນເຊົ້າ ຂອງວັນຈັນ, ວັນທີ 05 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມ ຂອງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປີດຊຸດຮຽນທິດສະດີການເມືອງການເມືອງ ຂັ້ນກາງ ຮຸ່ນທີ IV ໂດຍການເປັນປະທານ ຂອງ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ປທ ຄຳສີ ດັງສະໄຫວ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ, ມີພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ, ມີພະນັກງານ-ຄູອາຈານ, ຕະຫຼອດຮອດນັກສຶກສາເຂົ້າຮ່ວມຢ່ງພ້ອມພຽງ.

ໃນພິທີ ທ່ານ ແສງ ເຊືອຍສົມບັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ໄດ້ຜ່ານແຜນການຈັດຕັ້ງປະຕິບັດການຮຽນ-ການສອນ ທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ຂອງແຂວງຫຼວງນໍ້າທາ ຊຶ່ງມີນັກສຶກສາທັງໝົດຈໍານວນ 45 ສະຫາຍ, ຍິງ 08 ສະຫາຍ. ຊຸດຮຽນລະບົບ ຂັ້ນກາງ ຮຸ່ນທີ IV ຂອງແຂວງຫຼວງນໍ້າທາ ໃນໄລຍະຜ່ານມາມີການຈັດຕັ້ງປະຕິບັດການຮ່ຳຮຽນຕົວຈິງ ມີ 13 ວິຊາ, ມີ 7 ກຸ່ມວິຊາຮຽນ ຄຶ: ກຸ່ມວິຊາ ປັດຊະຍາ ມາກ-ເລນິນ ແລະ ວັດທະນະທໍາ, ກຸ່ມວິຊາເສດຖະສາດການເມືອງ ມາກ-ເລນິນ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ແນວຄິດໄກສອນພົມວິຫານ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ, ກຸ່ມວິຊາບັງຄັບ ແລະ ຫົວຂໍ້ລາຍງານເພີ່ມ. ທັງນີ້ກໍເພື່ອເປັນການບໍາລຸງທິດສະດີການເມືອງ ໃຫ້ພະນັກງານຫຼັກແຫຼ່ງ ຂອງແຂວງ-ຂອງເມືອງ ທີ່ພວມດໍາລົງຕໍາແໜ່ງ ແລະ ພະນັກງານສືບທອດທີ່ມາຈາກ 2 ກຳລັງ, ບັນດາພະແນກການ ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ບັນດາເມືອງພາຍໃນແຂວງ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ສ້າງໃຫ້ຜູ້ຮຽນມີຄວາມຮັບຮູ້ໃໝ່ ແລະ ກໍາແໜ້ນບັນດາຫຼັກມູນພື້ນຖານທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ບັນດາຫຼັກມູນຕ່າງໆ, , ແນວທາງຂອງພັກ, ນະໂຍບາຍການຄຸ້ມຄອງຂອງລັດ, ເຮັດໃຫ້ພະນັກງານ ມີຄຸນສົມບັດສິນທໍາປະຕິວັດ, ມີແນວຄິດຫຼັກໝັ້ນຊົນຊັ້ນກໍາມະກອນ, ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີແນວຄິດເຊື່ອໝັ້ນຕໍ່ການນໍາພາ ຂອງພັກ ກໍຄືພາລະກິດການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ເພື່ອນໍາໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນ.
ພ້ອມດຽວກັນນັ້ນ, ໃນພິທີ ຍັງໄດ້ຮັບການໂອ້ລົມ ຂອງທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິິ່ງທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງການຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ ແລະ ການປົກຄອງ ແລະ ຕາງໜ້ານັກສຶກສາທິດສະດີການເມືອງການເມືອງ ຂັ້ນກາງ ຮຸ່ນທີ IV ກໍໄດ້ຂຶ້ນຮັບຄຳໂອວາດ ຂອງທ່ານປະທານ.

ຂ່າວ/ພາບ: ໄຊຍະເດດ ບູນພະມາ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
