ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນສະເຫຼີມສະ ຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະກະກຽມສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຢ່າງມີຄວາມໝາຍຄວາມສໍາຄັນນັ້ນ; ໃນວັນທີ 9 ມັງກອນ 20 26, ທີ່ຫໍສະໝຸດກອງທັບ, ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບປຶ້ມບັນທຶກປະຫວັດສາດ ແລະປຶ້ມການເມືອງ ແນວຄິດອັນລຳ້ຄ່າ ເພື່ອແນໃສ່ການສ້າງພື້ນຖານຄວາມຮູ້ດ້ານປະຫວັດສາດ ແລະການເມືອງໃຫ້ແກ່ສັງຄົມ.
ເຂົ້າຮ່ວມໃນພິທີອັນສົມກຽດນີ້ໂດຍ ທ່ານ ຫຽມ ພົມມະຈັນ, ຫົວໜ້າຄະນະກຳມະການດ້ານການເມືອງ ແລະ ຄວາມໝັ້ນຄົງສະພາທິດສະດີສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ພັອ ໄຊຊະນະ ສະເຫຼີມສັກ, ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ; ພ້ອມດ້ວຍຜູ້ຕາງໜ້າຈາກວິທະຍາຄານການແພດ, ບັນດາຜູ້ຕາງໜ້າຈາກຫໍສະໝຸດ 31 ແຫ່ງທົ່ວປະເທດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ປຶ້ມທີ່ນຳມາມອບໃນຄັ້ງນີ້ ແມ່ນມີເນື້ອໃນອັນຊົງຄຸນຄ່າ ທັງເປັນບົດຮຽນຈາກອະດີດສູ່ເຂັມທິດແຫ່ງອະນາຄົດເຊິ່ງປະກອບມີ “ປຶ້ມບັນທຶກປະຫວັດສາດການຊ່ວຍເຫຼືອຂອງ ສປ ຈີນ ຕໍ່ ສປປ ລາວໃນສົງຄາມອິນດູຈີນ”ເຊິ່ງເປັນການຮິບໂຮມຂໍ້ມູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນທັງແບບເກົ່າແລະແບບໃໝ່ ແລະ“ປຶ້ມຈຳປາບານ 50 ປີ ມີໄຊ ສປປ ລາວ”.
ໃນໂອກາດກ່າວມອບ, ທ່ານ ຫຽມ ພົມມະຈັນ ໄດ້ເນັ້ນໜັກເຖິງຄວາມໝາຍທາງດ້ານການເມືອງຢ່າງເລິກເຊິ່ງວ່າ: ປຶ້ມເຫຼົ່ານີ້ບໍ່ແມ່ນພຽງແຕ່ເປັນເອກະສານອ້າງອີງທາງວິຊາການເທົ່ານັ້ນ, ແຕ່ເປັນແວ່ນແຍງ ທີ່ສະທ້ອນໃຫ້ເຫັນເຖິງມິດຕະພາບອັນເປັນອໍາມະຕະ, ຄວາມເສຍສະຫຼະອັນສູງສົ່ງ ແລະເປັນສາຍພົວພັນຖານທ່ານອ້າຍນ້ອງ ລະຫວ່າງ ສອງພັກ-ສອງລັດ ແລະປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ຢືນຄຽງບ່າຄຽງໄຫຼ່ກັນໃນທຸກສະໜາມຮົບ ແລະທຸກໄລຍະແຫ່ງການສ້າງສາພັດທະນາຊາດ.
ທ່ານໄດ້ກ່າວຕື່ມວ່າ: “ການຮຽນຮູ້ອາດີດ ແມ່ນເພື່ອພັດທະນາປັດຈຸບັນ. ປຶ້ມເຫຼົ່ານີ້ຈະໃຫ້ຄຳຕອບຢ່າງຈະແຈ້ງວ່າເສັ້ນທາງການເຕີບໃຫຍ່ຂອງ ສປປ ລາວ ໃນຕະຫຼອດ 50 ປີ ຜ່ານມາ ບໍ່ແມ່ນເລື່ອງບັງເອີນ ແລະກໍບໍ່ແມ່ນການກ້າວກະໂດດແບບບັງເອີນ ແຕ່ແມ່ນການກ້າວເດີນທີ່ໜັກແໜ້ນ, ມີແບບແຜນ, ມີການນຳພາທີ່ສະຫຼາດສ່ອງໃສ ແລະເຕັມໄປດ້ວຍຄວາມຮອບຄອບ.”
ໃນນາມຝ່າຍກອງທັບ, ພິທີຄັ້ງນີ້ຖືເປັນການເພີ່ມທະວີວຽກງານແນວຄິດ-ວັດທະນະທຳ ໃຫ້ແກ່ກຳລັງປະກອບອາວຸດ; ການທີ່ປຶ້ມເຫຼົ່ານີ້ໄດ້ແຈກຍາຍໃຫ້ຫໍສະໝຸດ 31 ແຫ່ງທົ່ວປະເທດ ຈະກາຍເປັນຖານຂໍ້ມູນທີ່ສຳຄັນໃຫ້ນາຍ ແລະພົນທະຫານ, ນັກຮຽນ-ນັກສຶກສາ ໄດ້ຄົ້ນຄວ້າຮຳ່ຮຽນ ເພື່ອເປັນການປູກຈິດສຳນຶກ ໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ເຖິງມູນເຊື້ອແຫ່ງການຕໍ່ສູ້ອັນພິລະອາດຫານ, ສ້າງຄວາມຮັກຊາດໃຫ້ຕິດພັນກັບຄວາມຮັກລະບອບໃໝ່, ເພື່ອຮັບປະກັນໃຫ້ ການກ້າວໄປສູ່ອານາຄົດຢ່າງມີແບບແຜນ, ມີສະຖຽນລະພາບ ແລະມີຄວາມໝັ້ນຄົງ.
ໃນຕອນທ້າຍຂອງພິທີ, ທ່ານ ປທ ນາງ ພາວັນ ວິລະວົງ, ຫົວໜ້າພະແນກຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໃນນາມຜູ້ຕາງໜ້າຄະນະຮັບຜິດຊອບຮັບປຶ້ມ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຢືນຢັນວ່າ ຈະນຳໃຊ້ປຶ້ມເຫຼົ່ານີ້ໃຫ້ເກີດປະໂຫຍດສູງສຸດ ໃນການບໍລິການຂໍ້ມູນ-ຂ່າວສານ ແລະ ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ມວນຊົນ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
